Sunday, October 20, 2024
Homeຂ່າວກິລາສານຫ້າມ “ອັນເຢນລີ່” ເພີ່ມ 16 ເດືອນ ໃນກໍລະນີຕົກແຕ່ງບັນຊີ

ສານຫ້າມ “ອັນເຢນລີ່” ເພີ່ມ 16 ເດືອນ ໃນກໍລະນີຕົກແຕ່ງບັນຊີ

ສານກິລາອິຕາລີ ຕັດສິນລົງໂທດຫ້າມ ອັນເດຣຍ ອັນເຢນລີ່ ອະດີດປະທານສະໂມສອນ ຢູເວນຕຸສ ຈາກວົງການ ກິລາບານເຕະເພີ່ມອີກ 16 ເດືອນ ຈາກຄວາມຜິດກ່ຽວກັບບັນຊີຄ່າຈ້າງຂອງນັກເຕະ.

ອັນເຢນລີ່ ມີໂທດຫ້າມເດີມຢູ່ແລ້ວ 2 ປີ ແລະ ຕອນນີ້ ນອກຈາກການຫ້າມເພີ່ມເຕີມ ຍັງຖືກປັບໃໝເງິນເພີ່ມອີກ 60,000 ເອີໂຣ.

ຜູ້ບໍລິຫານ ຢູເວນຕຸສ ຄົນອື່ນທີ່ຖືກຄະດີ ຕົກລົງຍອມຕໍ່ຮອງຮັບສາລະພາບກັບໄອຍະການ ໂດຍ ອັນເຢນລີ່ ເປັນຜູ້ດຽວທີ່ຕັດສິນໃຈຕໍ່ສູ້ຢູ່ໃນຂັ້ນສານ ຈົນກະທັ່ງຮອດວັນຈັນທີ່ຜ່ານມາ ພ່າຍແພ້ຄະດີຮຽບຮ້ອຍ.

ຄວາມຜິດຂອງ ອັນເຢນລີ່ ເກີດຂຶ້ນຕັ້ງແຕ່ໄລຍະວິກິດການໂຄວິດ, ໂດຍ ຢູເວນຕຸສ ລະບຸໃນບັນຊີຂອງຕົນວ່າ ມີຜູ້ຫຼິ້ນ 23 ຄົນຕົກລົງຫຼຸດຄ່າຈ້າງເປັນເວລາ 4 ເດືອນ ແຕ່ຫຼັກຖານຂອງໄອຍະການສະແດງໃຫ້ເຫັນວ່າ ຄວາມຈິງແລ້ວ ຫຼຸດພຽງເດືອນດຽວ

ກ່ອນໜ້ານີ້, ຢູເວນຕຸສ ຖືກຫັກ 10 ຄະແນນຈາກຄວາມຜິດກ່ຽວກັບບັນຊີການຊື້ຂາຍ ດ້ວຍປັບໃໝເງິນ 700.000 ເອີໂຣ

ໃນຂະນະດຽວກັນ UEFA ກໍາລັງຢູ່ລະຫວ່າງພິຈາລະນາບັນຫາເຮັດຜິດກົດໝາຍທັງໝົດ ກ່ອນທີ່ຈະຕັດສິນໃຈວ່າຈະຫ້າມ ຢູເວນຕຸສ ຈາກການເຂົ້າຮ່ວມ Conference League ໃນລະດູການໜ້າຫຼືບໍ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments