Monday, October 21, 2024
Homeຂ່າວໜ້າໜຶ່ງກົດໝາຍວ່າດ້ວຍສາທາລະນະສຸກ ຈະເຮັດໃຫ້ວຽກງານສາທາທົ່ວປະເທດ ເປັນລະບົບທັນສະໄໝ

ກົດໝາຍວ່າດ້ວຍສາທາລະນະສຸກ ຈະເຮັດໃຫ້ວຽກງານສາທາທົ່ວປະເທດ ເປັນລະບົບທັນສະໄໝ

ກົດໝາຍວ່າດ້ວຍສາທາລະນະສຸກ ພາຍຫລັງໄດ້ຖືກຮັບຮອງໃນກອງກອງປະຊຸມປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ຈະເຮັດໃຫ້ວຽກ ງານສາທາລະນະສຸກ ໃນແຕ່ລະດ້ານ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ, ປະສິດທິຜົນ ແລະ ມີຄຸນນະພາບ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ທັງຈະເຮັດໃຫ້ວຽກ ງານສາທາລະນະສຸກ ໃນແຕ່ລະດ້ານ ມີການພັດທະນາ, ຫັນເປັນທັນສະໄໝ ເທື່ອລະກ້າວ ເພື່ອບັນລຸຕົວຊີ້ບອກ ຂອງກະຊວງສາທາລະນະສຸກ ແລະ ປະຕິບັດວຽກງານໃຫ້ປະກົດຜົນເປັນຈິງ.

ທ່ານ ບຸນແຝງ ພູມະໄລສິດ ລັດຖະມົນຕີກະຊວງສາທາລະ ນະສຸກ ລາຍງານໃຫ້ຮູ້ ໃນກອງກອງປະຊຸມປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 11 ກໍລະກົດ 2023 ນີ້ວ່າ: ພາຍຫລັງ ກົດໝາຍວ່າດ້ວຍສາທາລະນະສຸກ ຖືກຮັບຮອງ ຈະມີຜົນປະໂຫຍດຫລາຍດ້ານ ເຮັດໃຫ້ວຽກງານສາທາລະນະສຸກ ໃນຂອບເຂດທົ່ວປະເທດ ດຳເນີນໄປຢ່າງໂລ່ງລ່ຽນ, ມີປະສິດທິພາບ, ປະສິດ ທິຜົນ ຂຶ້ນໄປເລື້ອຍໆ ເປັນຕົ້ນ, ເປັນການຮັບປະກັນ ການຫັນເອົາແນວທາງນະໂຍບາຍ ຂອງວຽກງານສາທາລະນະສຸກ ເຂົ້າໃນການພັດທະນາ ໃນແຕ່ລະວຽກງານ, ການບໍລິ ຫານຄຸ້ມຄອງໃຫ້ມີຄຸນນະພາບ, ມີປະສິດທິຜົນ ໂດຍການປະຕິບັດວຽກງານໃຫ້ປະກົດຜົນເປັນຈິງ, ສອດຄ່ອງກັບ ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ສະພາບການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ລວມທັງສົນທິສັນ ຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ, ທັງສາ ມາດ ຕິດຕາມ, ຄຸ້ມຄອງ, ກວດກາ ການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງສາທາລະນສຸກ ທັງໝົດໃຫ້ມີປະ ສິດທິພາບ, ປະສິດທິຜົນ ເປັນລະບົບ, ສະເໝີພາບ ແລະ ຍຸຕິທຳ, ລວມເຖິງ ບຸກຄົນ, ນິຕິບຸກຄົນ; ອົງການຈັດຕັ້ງ ພາກລັດ ແລະ ເອກະຊົນ ຈະໄດ້ຮັບສິດ ແລະ ຜົນປະໂຫຍດ ຈາກສັງຄົມ ແລະ ການມີສ່ວນຮ່ວມ ຂອງວຽກງານສາທາລະນະສຸກ.

ທ່ານ ບຸນແຝງ ພູມະໄລສິດ ໃຫ້ຮູ້ອີກວ່າ: ກົດໝາຍວ່າດ້ວຍສາທາລະນະສຸກ ຈະເປັນບ່ອນອີງໃຫ້ກະຊວງສາທາ ລະນະສຸກ ໃນການຄຸ້ມຄອງບໍລິຫານ, ວຽກງານອະນາໄມ, ກັນພະຍາດ, ປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ວຽກງານປິ່ນອ້ອມ ໃນການບໍລິຫານການ ປິ່ນປົວຄົນເຈັບ ໃຫ້ມີຄຸນ ນະພາບ, ໄດ້ຮັບຜົນ ແລະ ເປັນການພັດທະນາວຽກງານສາທາລະນະສຸກ ໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບນະໂຍບາຍຂອງ ພັກ-ລັດ, ທັງເປັນເຄື່ອງມື ແລະ ມາດຕະການ ໃຫ້ແກ່ບຸກຄະລາກອນສາທາລະນະສຸກ ເຄື່ອນໄຫວວຽກງານຕາມໜ້າທີ່ສະເພາະຢ່າງຫ້າວຫັນ ປະກອບສ່ວນສຳຄັນໃຫ້ການພັດທະນາປະເທດຊາດ ແລະ ມີນ້ຳໃຈຮັບໃຊ້ປະຊາຊົນ, ອຳນວຍຄວາມສະດວກ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນຢູ່ ຕົວເມືອງ, ຊົນນະບົດ ໃຫ້ເຂົ້າຮ່ວມເປັນເຈົ້າການ ແລະ ມີສ່ວນ ຮ່ວມໃນວຽກງານສາທາລະນະສຸກ.

ພ້ອມດຽວກັນນີ້, ຍັງຈະເຮັດໃຫ້ພະນັກງານແພດໝໍ ມີຄວາມເຂັ້ມງວດ, ທາງດ້ານຈັນຍາບັນ, ຈັນຍາທໍາ ໃນການບໍລິການປິ່ນປົວຄົນເຈັບ ເພື່ອຫລຸດຜ່ອນການເກີດພະ ຍາດ, ການເຈັບປ່ວຍ, ເສຍຊີວິດຂອງປະຊາຊົນ, ຫລຸດຜ່ອນຫາງສຽງຈົ່ມວ່າຈາກປະຊາຊົນ ແລະ ຫລຸດຜ່ອນປະ ຊາຊົນ ທີ່ຫລັ່ງໄຫລຂ້າມໄປປິ່ນປົວຢູ່ປະເທດໃກ້ຄຽງ ແລະ ເປັນມາດຕະການ ໃນການສູ້ຊົນໃຫ້ບັນລຸຄາດໝາຍ 11 ຕົວຊີ້ບອກ ຂອງຂະແໜງການສາທາລະນະສຸກ.

ປັດຈຸບັນ ກະຊວງສາທາລະນະສຸກ ໄດ້ມີກົດໝາຍ ຈຳນວນ 10 ສະບັບ ທີ່ເປັນກົດໝາຍສະເພາະ ໃນການຄຸ້ມຄອງດ້ານວິຊາການ ແລະ 3 ກົດໝາຍ ກໍາລັງສ້າງໃໝ່, ແຕ່ຍັງບໍ່ທັນໄດ້ມີກົດໝາຍລວມຂອງ ວຽກງານສາທາລະນະສຸກ ໂດຍກົງ ໃນການຄຸ້ມຄອງການຈັດຕັ້ງ, ການກໍານົດໜ້າວຽກ, ການແບ່ງຂັ້ນຄຸ້ມຄອງ, ການປົກປ້ອງສິດ, ຜົນປະໂຫຍດຂອງພະນັກງານແພດໝໍ ແລະ ປະຊາຊົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments