Monday, October 21, 2024
Homeຂ່າວການເມືອງຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

ວັນທີ 10 ກໍລະກົດ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າການຜັນຂະຫຍາຍບັນດາບູລິມະສິດ ພາຍໃຕ້ການເປັນປະທານອາຊຽນຂອງອິນໂດເນເຊຍ ໃນປີ 2023 ເພື່ອຮັດແໜ້ນປະຊາຄົມອາຊຽນ, ລວມທັງການເສີມສ້າງຄວາມອາດສາມາດ ແລະ ປະສິດທິພາບດ້ານສະຖາບັນອາຊຽນ. ພ້ອມນີ້, ກອງປະຊຸມ ໄດ້ປຶກສາຫາລືການພົວພັນຮ່ວມມືກັບພາຍນອກຂອງອາຊຽນ ໂດຍໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ໃນນີ້, ສປປ ລາວ ໃນຖານະປະເທດປະສານງານ ໃຫ້ແກ່ການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ໄດ້ລາຍງານຄວາມຄືບໜ້າກ່ຽວກັບ ການກະກຽມຈັດກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫລີມສະຫລອງ ການພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ໃນປີ 2024 ທີ່ອົດສະຕຣາລີ ແລະ ການກະກຽມໃຫ້ແກ່ການສ້າງແຜນປະຕິບັດງານອາຊຽນ-ອົດສະຕຣາລີ ສໍາລັບສົກປີ 2025-2029.

ໃນຕອນບ່າຍວັນດຽວກັນ, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມຄະນະກໍາມະການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງກອງປະຊຸມ ໄດ້ທົບຄວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ (2023-2027) ແລະ ຄວາມເປັນໄປໄດ້ໃນການລົງນາມ ອະນຸສັນຍາຂອງສົນທິສັນຍາດັ່ງກ່າວ ໂດຍປະເທດທີ່ມີອາວຸດນິວເຄລຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments