Monday, October 14, 2024
Homeຂ່າວຕ່າງປະເທດນະຄອນ ໂຮ່ຈິມິນ ຮ່ວມກັບບັນດານັກລົງທຶນ ແກ້ໄຂຄວາມຫຍຸ້ງຍາກດ້ານນິຕິກຳ

ນະຄອນ ໂຮ່ຈິມິນ ຮ່ວມກັບບັນດານັກລົງທຶນ ແກ້ໄຂຄວາມຫຍຸ້ງຍາກດ້ານນິຕິກຳ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ ນະຄອນໂຮ່ຈິມິນ, ສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈິມິນ ສົມທົບກັບສູນກຳມະການສາກົນ ຫວຽດນາມ ໄດ້ຈັດກອງປະຊຸມເພີ່ມທະວີການດຶງດູເງິນລົງທຶນ ແລະ ສະເໜີມາດຕະການແກ້ໄຂດ້ານນິຕິກຳຢ່າງມີປະສິດທິຜົນໃຫ້ແກ່ບັນດານັກລົງທຶນຢູ່ ນະຄອນໂຮ່ຈິມິນ. ໃນກອງປະຊຸມ, ທ່ານ ບຸ່ຍຊວນເກື່ອງ ຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ ຖືວ່າ: ນະຄອນ ຄວນສືບຕໍ່ຍູ້ແຮງການປົວແປງສະພາບແວດລ້ອມດ້ານນິຕິກຳ, ບັນດາການພົວພັນດຳເນີນທຸລະກິດກັບບັນດານັກລົງທຶນ ແລະ ອຳນາດການປົກຄອງ. ຍ້ອນເຫດນັ້ນ, ການຈັດກອງປະຊຸມ, ເວທີປາໄສເພື່ອຮັບຟັງຄຳເຫັນຂອງນັກລົງທຶນ, ສັງລວມຂໍ້ມູນຂ່າວ ພ້ອມກັນແກ້ໄຂຄວາມຫຍຸ້ງຍາກ ແມ່ນວຽກງານທີ່ຈຳເປັນໃນວິວັດການລົງທຶນ ສະພາບແວດລ້ອມດ້ານນິຕິກຳຈະສືບຕໍ່ນັບມື້ນັບຈະແຈ້ງກວ່າເກົ່າ, ນັບມື້ນັບທັນການໃນການແກ້ໄຂໃນໄລຍະຈະມາເຖິງ ເພື່ອໃຫ້ນັກລົງທຶນ, ປະຊາຄົມວິສາຫະກິດ ສືບຕໍ່ຜະລິດດຳເນີນທຸລະກິດ, ລົງທຶນເປີດກວ້າງຢູ່ນະຄອນໂຮ່ຈິມິນ ໃຫ້ເໝາະສົມກັບບັນດາການກຳນົດທິດ, ກົນໄກນະໂຍບາຍທີ່ເປັນເອກະລັກສະເພາະ, ຄວາມມຸ່ງຫວັງຂອງນະຄອນ ມີການພັດທະນາໃນໄລຍະຈະມາເຖິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments