Sunday, October 13, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກຊສ ສະໄໝທີ II

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກຊສ ສະໄໝທີ II

ໃນວັນທີ 10 ກໍລະກົດ 2023 ຄະນະບໍລິຫານງານພັກ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ II ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງກະຊວງດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມຊີ້ນໍາ ໂດຍສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ມີ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ ກຊສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ນາງ ບຸນຄຳ ວໍລະຈິດ ໄດ້ກ່າວວ່າ: “ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກຊສ ສະໄໝທີ II ໄດ້ເປີດຂຶ້ນ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດ, ທົ່ວປວງຊົນລາວທັງຊາດພວມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໃນໄລຍະກາງສະໄໝ ຢ່າງເປັນຂະບວນຟົດຟື້ນ, ເວົ້າສະເພາະ ແມ່ນຢູ່ໃນໄລຍະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກາງສະໄໝ ຊຶ່ງຈຸດປະສົງຫຼັກ ຂອງກອງປະຊຸມໃນຄັ້ງນີ້, ເພື່ອທົບທວນ, ຕີລາຄາຄືນ ການນຳພາ-ຊີ້ນໍາຂອງຄະນະບໍລິຫານງານພັກ ກຊສ ຕະຫຼອດໄລຍະ ເຄິ່ງສະໄໝ ນັບແຕ່ກອງປະຊຸມໃຫຍ່ ຜ່ານມາ ແລະ ກໍານົດທິດທາງສູ້ຊົນໃນທ້າຍສະໄໝ. ກອງປະຊຸມຄັ້ງນີ້, ຈະໄດ້ມີການທາບທາມ ຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກກະຊວງ ຈາກບັນດາສະຫາຍພະນັກງານຫຼັກແຫຼ່ງ ພາຍໃນ ກຊສ. ໃນໂອກາດນີ້, ສະຫາຍ ນາງບຸນຄໍາ ວໍລະຈິດ, ຍັງໄດ້ຍົກໃຫ້ເຖິງຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃນຄັ້ງນີ້ ຕໍ່ການນໍາພາຂອງພັກ ເພື່ອກໍ່ສ້າງໃຫ້ການຈັດຕັ້ງພັກ-ລັດ ໃຫ້ມີຄວາມເຂັ້ມແຂງ, ຕີຖອຍທຸກປະກົດການຫຍໍ້ທໍ້ຕ່າງໆ ແລະ ປະຕິບັດຄາດໝາຍທີ່ໄດ້ຮັບການມອບໝາຍ ໃຫ້ສຳເລັດຕາມທີ່ໄດ້ກໍານົດໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ”.

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກຊສ ສະໄໝທີ II ໃນຄັ້ງນີ້ ຍັງໄດ້ຮັບຟັງການເຜີຍແຜ່ຄຳສັ່ງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ກ່ຽວກັບ ມາດຕະຖານ, ໜ້າທີ່ຂອງຄະນະບໍລິຫານງານພັກກະຊວງ, ຂໍ້ຫ້າມສໍາລັບສະມາຊິກພັກ ຈາກສະຫາຍ ວັນໄຊ ຊົງຊາຢູ ຮອງປະທານຄະນະກວດກາສູນກາງພັກ ແລະ ຈະໄດ້ຮັບຟັງການໂອ້ລົມ ຊີ້ນຳ ຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ.

(ຂ່າວ: ກຊສ, ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments