Sunday, October 13, 2024
Homeຂ່າວພາຍໃນກະຊວງແຜນການ ແລະ ການລົງທຶນ ດໍາເນີນກອງປະຊຸມຄົບຄະນະກາງສະໄໝ

ກະຊວງແຜນການ ແລະ ການລົງທຶນ ດໍາເນີນກອງປະຊຸມຄົບຄະນະກາງສະໄໝ

ຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ໄດ້ເປີດກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ IV ແລະ ທາບທາມຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນ ຂຶ້ນໃນວັນທີ 10ກໍລະກົດ ນີ້, ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ກຜທ), ທ່ານຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ທ່ານຜູ້ຕາງໜ້າຈາກ ຄະນະກວດກາສູນກາງພັກ, ສະຫາຍກໍາມະການຄະນະປະຈໍາພັກ, ກໍາມະການຄະນະບໍລິຫານງານພັກ ກຜທ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກອ້ອມຂ້າງກະຊວງ ຜທ ເຂົ້າຮ່ວມ.

ສະຫາຍ ຄໍາເຈນ ວົງໂພສີ ໄດ້ຂຶ້ນລາຍງານ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ກຜທ ເຄິ່ງສະໄໝຜ່ານມາ ຊຶ່ງຍົກໃຫ້ເຫັນສະພາບແວດລ້ອມຂອງສາກົນ ແລະ ພາກພື້ນມີການປ່ຽນແປງຢ່າງສັບສົນທີ່ສຸດ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍປະການ ອັນເນື່ອງຈາກເກີດຂໍ້ຂັດແຍ່ງລະຫວ່າງບັນດາປະເທດມະຫາອໍານາດ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງໂລກ ກໍຄືຂອງປະເທດເຮົາຢ່າງໜັກໜ່ວງພໍສົມຄວນ ເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ສູງຂຶ້ນ, ແຕ່ພາຍໃຕ້ການນໍາພາຊີ້ນໍາໂດຍກົງຂອງພັກ, ລັດ ການປະກອບສ່ວນຢ່າງຕັ້ງໜ້າຂອງທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດ ທັງມີການສະໜັບສະໜູນຂອງເພື່ອນມິດຕ່າງໆໃນໂລກ ເຮັດໃຫ້ປະເທດພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານເປັນຕົ້ນ ຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕາມທິດທີ່ພັກເຮົາໄດ້ກຳນົດໄວ້, ແຕ່ຄຽງຄູ່ກັນນັ້ນ ກໍຍັງມີສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າແກ້ໄຂໃນຕໍ່ໜ້າໃຫ້ໄດ້ຕາມລະດັບຄາດໝາຍ. ໃນເງື່ອນໄຂສະພາບການຂອງໂລກພາກພື້ນ ແລະ ພາຍໃນບົດບາດດັ່ງກ່າວ. ກຜທ ໃນຖານະເປັນເສນາທິການແກ່ພັກ ແລະ ລັດຖະບານ ໃນວຽກງານ ຜທ ຈຶ່ງຈະຕ້ອງໄດ້ເພີ່ມທະວີການປະຕິບັດບົດບາດຂອງຕົນໃຫ້ຫຼາຍຂຶ້ນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ທາງພັກ-ລັດ ມອບ ໝາຍໃຫ້ໄດ້ຮັບຜົນສຳເລັດ, ພ້ອມກັນນັ້ນ ສະຫາຍ ຄໍາເຈນ ວົງໂພສີ ຍັງມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າ ບັນດາສະຫາຍກຳມະການປະຈໍາພັກ, ກຳມະການຄະນະບໍລິຫານງານພັກ ກະຊວງ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈະພ້ອມກັນເຊີດຊູຄວາມຮັບຜິດຊອບສູງ, ສຸມຈິດສຸມໃຈ ແລະ ສະຕິປັນຍາຂອງຕົນເຂົ້າໃສ່ການຄົ້ນຄວ້າ, ປະກອບຄຳຄິດຄໍາເຫັນຢ່າງອຸດົມສົມບູນ, ກົງໄປ-ກົງມາ, ສ້າງສັນ ແລະ ມີຄວາມເປັນເອກະພາບສູງເພື່ອເຮັດໃຫ້ກອງປະຊຸມພວກເຮົາບັນລຸຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ໄດ້ກຳນົດໄວ້.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກ ແຕ່ລະຂັ້ນ, ມາດຖານຄະນະບໍລິຫານງານພັກ ກະຊວງ, ສິດ ແລະ ໜ້າທີ່ຂອງຄະນະພັກ, ຂໍ້ຫ້າມຂອງສະມາຊິກພັກ, ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດບັນດາວຽກງານຂອງຄະນະບໍລິຫານງານພັກ ກະຊວງ ຜທ ກາງສະໄໝ (2021-2023 ) ແລະ ວາງທິດທາງແຜນການທ້າຍສະໄໝ, ຮ່າງບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງຂະແໜງແຜນການ ແລະ ການລົງທຶນ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ການປະຕິບັດ 2 ວາລະແຫ່ງຊາດ ແລະ ຄາດ ໝາຍສູ້ຊົນໃນຕໍ່ໜ້າ, ຜ່ານບົດສຳຫຼວດການນຳພາລວມຂອງ ຄະນະບໍລິຫານງານພັກ ກະຊວງ ຜທ ກາງສະໄໝ ໃນໄລຍະຜ່ານມາ ແລະ ກຳນົດມາດຕະການ, ວິທີແກ້ໄຂໃນຕໍ່ໜ້າ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນຊົມເຊີຍຕໍ່ຜົນສຳເລັດຂອງການນຳພາວຽກງານໄລຍະຜ່ານມາຂອງຄະນະບໍລິຫານງານພັກ ກຜທ ແລະ ໄດ້ໃຫ້ທິດຊີ້ນຳຕໍ່ການທາບທາມຢັ່ງຫາງສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກກະຊວງ ໂດຍເນັ້ນໃຫ້ບັນດາຜູ້ແທນກອງປະຊຸມ ຕ້ອງເຂົ້າໃຈຖືກຕ້ອງເລິກເຊິ່ງ ແລະ ເຫັນແຈ້ງຄວາມສຳຄັນຂອງກອງປະຊຸມພັກກາງສະໄໝຂອງ ຄະນະບໍລິຫານງານພັກກະຊວງ ຜທ ຊຶ່ງການທາບທາມຄັ້ງນີ້, ຖືເປັນຂອດໜຶ່ງທີ່ສຳຄັນຂອງການດຳເນີນຊີວິດການເມືອງໃນທົ່ວພັກ, ການທາບທາມຄັ້ງນີ້ ຈະເຫັນໄດ້ຜົນສຳເລັດໃນການນຳພາລວມ ກໍຄືການປະຕິບັດໜ້າທີ່ ທີ່ມີຄວາມຮັບຜິດຊອບຂອງບຸກຄົນໃນຄະນະນຳນັ້ນ. ເພື່ອສ້າງພັກບົນພື້ນຖານສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມຍັງໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມ ຈົ່ງກຳແໜ້ນຈຸດປະສົງຄາດໝາຍຈາກການທາບທາມ ລວມໝູ່ ແລະ ບຸກຄົນ ຊຶ່ງພົວພັນເຖິງຄຸນລັກສະນະ, ມາດຕະຖານດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ, ຄວາມຮັບຜິດຊອບການເມືອງ ແບບແຜນການນຳພາວິທີເຮັດວຽກຂອງລວມໝູ່ຄະນະ ແລະ ສະແດງອອກຢູ່ໃນການປະຕິບັດໜ້າທີ່ ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍຂອງຄະນະ.

(ຂ່າວ: ຜທ, ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments