Sunday, October 13, 2024
Homeຂ່າວພາຍໃນປະກາດການຈັດຕັ້ງຄະນະຄຸ້ມຄອງເຂດເສດຖະກິດພິເສດທ່າແຂກ

ປະກາດການຈັດຕັ້ງຄະນະຄຸ້ມຄອງເຂດເສດຖະກິດພິເສດທ່າແຂກ

ພິທີປະກາດການຈັດຕັ້ງຄະນະຄຸ້ມຄອງເຂດເສດຖະກິດພິເສດ ທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດທ່າແຂກ. ທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າວ່າ: ເຂດເສດຖະກິດພິເສດທ່າແຂກ ແຂວງຄໍາມ່ວນແມ່ນໄດ້ປ່ຽນແປງການບໍລິຫານຄຸ້ມຄອງເປັນແຕ່ລະໄລຍະຂອງການພັດທະນາ ແລະ ຄຸ້ມຄອງເຂດ ຊຶ່ງຖືກສ້າງ ຕັ້ງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 2043/ຈຂ.ຄມ ລົງວັນທີ 15/11/2010 ມີຄະນະກອງເລຂາຂັ້ນແຂວງຮັບຜິດຊອບຄົ້ນຄວ້າກ່ຽວກັບຄວາມເປັນໄປໄດ້ໃນການສ້າງຕັ້ງເປັນເຂດພັດທະນາຮ່ວມກັບລັດວິສາຫະກິດພັດທະນາ ແລະ ບໍລິການທີ່ດິນ (ລພບດ) ເພື່ອຄົ້ນຄວ້າຈຸດພິເສດທີ່ຕັ້ງຂອງເຂດ, ສຶກສາສໍາຫຼວດອອກແບບ, ສ້າງເອກະສານແຜນແມ່ບົດການພັດທະນາ, ບົດວິພາກເສດຖະກິດ-ເຕັກນິກ ແລະ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມເບື້ອງຕົ້ນ, ຫຼັງບັນດາເອກະສານຕ່າງໆໄດ້ຖືກຢັ້ງຢືນຮັບຮອງເອົາຈາກແຂວງ ແລະ ສູນກາງໄດ້ສໍາເລັດຂັ້ນເບື້ອງຕົ້ນ; ໃນປີ 2019-2020 ແມ່ນໄດ້ມີການສັບຊ້ອນ ແລະ ຍົກຍ້າຍພະນັກງານຂະແໜງການອື່ນໆສໍາເລັດສົມບູນແລ້ວມີການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຂະແໜງຄຸ້ມຄອງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ວິຊາການເພື່ອຈັດຕັ້ງປະຕິບັດເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ໂຄງປະ ກອບການຈັດຕັ້ງ. ຄະນະຄຸ້ມຄອງເສດຖະກິດພິເສດແຂວງຄໍາມ່ວນດ້ານໂຄງປະກອບການຈັດຕັ້ງແມ່ນຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຂຽນຫຍໍ້ (ຄຂສພ.ຄມ) ມີຖານະເທົ່າກັບພະແນກການຂັ້ນແຂວງ, ປະກອບມີຂະແໜງການ ແລະ ໜ່ວຍງານຈໍານວນໜຶ່ງຄຸ້ມຄອງບໍລິຫານຕາມກົນໄກບໍລິການປະຕູດຽວ ຊຶ່ງດ້ານວຽກງານວິຊາການ, ງົບປະມານແມ່ນຂຶ້ນກັບຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ. ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄໍາມ່ວນປະກອບມີຫົວໜ້າ 1 ທ່ານ, ຮອງ 2 ທ່ານ, ມີພະນັກງານ-ລັດຖະກອນ ທັງໝົດ 12 ທ່ານ, ພະນັກງານສົມບູນ 9 ທ່ານ, ພະນັກງານອາສາສະໝັກ 3 ທ່ານ, ໃນນັ້ນມີປະລິນຍາໂທ 3 ທ່ານ, ປະລິນຍາຕີ 7 ທ່ານ ແລະ ຊັ້ນສູງ 2 ທ່ານ, ປະກອບມີ 3 ຂະແໜງຄື: ຂະແໜງສັງລວມ, ຂະແໜງສົ່ງເສີມການລົງທຶນ, ຂະ ແໜງແຮງງານ, ທີ່ດິນ ແລະ ສິ່ງແວດລ້ອມ; ວຽກງານການລົງທຶນຂອງລັດ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄໍາມ່ວນ ແມ່ນໄດ້ຮັບການອະນຸມັດໂຄງການລົງທຶນຂອງລັດຕາມສາລະບານງົບປະມານມີທັງໝົດ 5 ໂຄງການ (ພາຍໃນແຂວງ 4 ໂຄງການ ແລະ ຄຂພສ 1 ໂຄງການ) ມູນຄ່າການລົງທຶນທັງໝົດ 123 ຕື້ກວ່າກີບ. ໃນນີ້ມູນຄ່າການຈັດຕັ້ງປະຕິບັດທັງໝົດ (ຕາມບົດບັນທຶກກວດກາ) ຈໍານວນ 85 ຕື້ກວ່າກີບ, ມູນຄ່າຊໍາລະໂຄງການທັງໝົດ (ຕາມບົດບັນທຶກກວດກາ) ຈໍານວນ 11 ຕື້ກວ່າກີບ, ມູນຄ່າຄ້າງຊໍາລະທັງໝົດ 74 ຕື້ກວ່າກີບ; ວຽກງານສົ່ງເສີມການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ມາຮອດປັດຈຸບັນສາມາດດຶງດູດການລົງທຶນໄດ້ທັງໝົດ 35 ບໍລິສັດ. ໃນນັ້ນພາຍໃນ 17 ບໍລິສັດ, ຕ່າງປະເທດ 10 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 8 ບໍລິສັດ ໂດຍມີມູນຄ່າການລົງທຶນ 2,74 ຕື້ໂດລາ ແລະ ທຶນຈົດທະບຽນ 290,9 ລ້ານໂດລາ, ມີມູນຄ່າການລົງທຶນຕົວຈິງທັງໝົດ 27,37 ລ້ານໂດລາ, ທຶນຜູ້ລົງທຶນ 13,67 ລ້ານໂດລາ, ທຶນລັດຖະບານ 12,7 ລ້ານໂດລາ; ວຽກງານແຮງງານ, ທີ່ດິນ ແລະ ສິ່ງແວດລ້ອມໃນເນື້ອທີ່ 1.458 ເຮັກຕາ, ມີເນື້ອທີ່ຕາມສັນຍາເບື້ອງຕົ້ນຈໍານວນ 1.035 ເຮັກຕາ ແລະ ເນື້ອທີ່ການຂະຫຍາຍເພີ່ມ 423 ເຮັກຕາ. ໃນນີ້, ມີເນື້ອທີ່ບໍ່ສາມາດນໍາໃຊ້ໄດ້ 349,30 ເຮັກຕາ ແລະ ເນື້ອທີ່ສາມາດພັດທະນາໄດ້ລວມມີ 1.108,70 ເຮັກຕາ.

ນອກຈາກນັ້ນ, ທ່ານ ດາວໄຫຼ ແກ້ວດວງດີ ຍັງໄດ້ຍົກໃຫ້ເຫັນບັນຫາຂໍ້ຄົງຄ້າງລວມ ແລະ ທິດທາງແຜນການໃນຕໍ່ໜ້າ; ທ່ານ ນາງ ດອກຊ້ອນ ມະນີຄໍາ ຕາງໜ້າຄະນະຈັດຕັ້ງແຂວງ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານໄປຮັບຜິດຊອບໜ້າທີ່ໃໝ່ຄື: ຍົກຍ້າຍທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ຄໍາມ່ວນໄປຮັບໜ້າທີ່ໃໝ່ຢູ່ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ແຕ່ງຕັ້ງທ່ານ ຈັນທະຄອນ ອ່ອນມະນີສອນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ເປັນຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນ, ຍົກຍ້າຍ ທ່ານ ກົງວາລີ ເພັດສາຄອນ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນ ກັບຄືນໄປປະຈໍາການຢູ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ຍົກຍ້າຍ ທ່ານ ນົງສະຫວັນ ທໍາມະວົງ ຫົວໜ້າຂະແໜງສົ່ງເສີມການລົງທຶນຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄໍາມ່ວນກັບຄືນໄປປະຈໍາການຢູ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ໃນພິທີໄດ້ມີການຜ່ານບົດບັນທຶກພ້ອມທັງເຊັນມອບ-ຮັບໜ້າທີ່ລະຫວ່າງ ທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນ (ຜູ້ເກົ່າ) ແລະ ທ່ານ ຈັນທະຄອນ ອ່ອນມະນີສອນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຕະຫຼອດເຖິງທຸກພາກສ່ວນທີ່ເຂົ້າຮ່ວມ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments