Saturday, October 12, 2024
Homeຂ່າວພາຍໃນແຂວງອັດຕະປື ສຳເລັດການສອບເສງຈົບ ມ 7 ສົກຮຽນ 2022-2023

ແຂວງອັດຕະປື ສຳເລັດການສອບເສງຈົບ ມ 7 ສົກຮຽນ 2022-2023

ພິທີປະກາດຜົນການສອບເສັງຈັດຂຶ້ນ ໃນວັນທີ 7 ກໍລະກົດ 2023 ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກີລາ ແຂວງອັດຕະປື ເປັນປະທານຂອງທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ທັງເປັນຮອງປະທານຄະນະຊີ້ນໍາ ແລະ ຕັດສິນຜົນການສອບເສັງຈົບ ມ7 ຂັ້ນແຂວງ ປະຈໍາສົກຮຽນ 2022-2023 ມີບັນດາຄະນະຊີ້ນໍາ ແລະ ຕັດສິນຜົນການສອບເສັງຈົບ ມ7 ຂັ້ນແຂວງ ແຂກທີ່ຖືເຊີນ ພ້ອມນັກສອບເສັງຈາກຫຼາຍພາກສ່ວນເຂົ້າຮ່ວມ.

ໃນພິທີ ທ່ານ ໄຊສົມພອນ ໄພສີລາກອນ ຫົວໜ້າວິຊາການຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານບົດສະຫຼຸບລາຍງານຜົນການສອບເສັງຈົບ ມ7 ປະຈໍາສົກຮຽນ 2022-2023 ໃຫ້ຮູ້ວ່າ: ຕົ້ນປີ ໃນທົ່ວແຂວງ ມີນັກຮຽນ ມ7 ທັງໝົດ 1.120 ຄົນ ຍິງ 524 ຄົນ ກາງປີ ມີນັກຮຽນປະລະການຮຽນ ຈໍານວນ 26 ຄົນ ຍິງ 11 ຄົນ ນັກຮຽນຍົກຍ້າຍອອກໄປ ມີ 32 ຄົນ ຍິງ 14 ຄົນ ແລະ ມີນັກຮຽນຍົກຍ້າຍເຂົ້າມາ ຈຳນວນ 4 ຄົນ ຍິງ 3 ຄົນ ທ້າຍປີ ມີຈໍານວນນັກຮຽນທີ່ມີໜ້າສອບເສັງຕົວຈິງຈໍານວນ 1.066 ຄົນ ຍິງ 502 ຄົນ.

ຜ່ານການສອບເສັງຕົວຈິງສາມາດສອບເສັງໄດ້ 100% ໃນນັ້ນ ເສັງໄດ້ສົມບູນ 1.063 ຄົນ ຍິງ 500 ຄົນ ເທົ່າກັບ 99,72% ມີນັກສອບເສັງເກ່ງຮອບດ້ານ ເສັງໄດ້ຄະແນນ 7 ທຸກວິຊາຂຶ້ນໄປ ຈໍານວນ 664 ຄົນ ຍິງ 337 ຄົນ ຄະແນນສະເລ່ຍ 7 ຂຶ້ນໄປ ມີ 630 ຄົນ ຍິງ 337 ຄົນ ມີນ້ອງນັກຮຽນ ທີ່ເສັງໄດ້ອັນດັບທີ 1 ຂອງແຂວງ ຈໍານວນ 1 ຄົນ ຄື: ທ້າວ ຈັນໂນ ແກ້ວສາມຽນ ຈາກໂຮງຮຽນ ມສ ສົມສຸກ ໄດ້ 46,69 ຄະແນນ ໄດ້ຮັບໃບຍ້ອງຍໍພ້ອມເງິນ 1 ລ້ານກີບ ອັນດັບທີ 2 ມີ 1 ຄົນ ນາງ ສຸກພະຈັນ ສົມພັກດີ ຈາກໂຮງຮຽນ ມສ ຈັນທາ ໄດ້ 46.61 ຄະແນນ ໄດ້ຮັບໃບຍ້ອງຍໍພ້ອມເງິນ 8 ແສນກີບ ແລະ ອັນດັບທີ 3 ມີ 1 ຄົນ ນາງ ບີ່ບອຍ ແສງດວງເພັດ ຈາກໂຮງຮຽນ ມສ ຈະເລີນສຸກ ໄດ້ 46,47 ຄະແນນໄດ້ຮັບໃບຍ້ອງຍໍ ພ້ອມເງິນ 6 ແສນກີບ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments