Saturday, October 12, 2024
Homeຂ່າວພາຍໃນຊາວໜຸ່ມກົມສາສະໜາ ສຊນ ຕີລາຄາວຽກງານຜ່ານມາ

ຊາວໜຸ່ມກົມສາສະໜາ ສຊນ ຕີລາຄາວຽກງານຜ່ານມາ

ປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະບໍລິຫານງານ ສປປລ ສູນກາງແນວລາວສ້າງຊາດ ໜ່ວຍຊາວໜຸ່ມກົມສາສະໜາ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມການເຄື່ອນໄຫວວຽກງານ ປະຈຳເດືອນ 06 ແລະ ທິດທາງແຜນການປະຈໍາເດືອນ 07 ປີ 2023 ໂດຍການເປັນປະທານ ຂອງທ່ານ ທ່ານ ວັນດີ ຈັນສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ສນຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄະນອງລິດ ສີສົມບູນ ກໍາມະການພັກ ຫົວໜ້າກົມສາສະໜາ ສນຊ ທ່ານ ນາງ ແພງພັນ ບຸບຜາພອນ ກໍາມະການພັກ ຫົວໜ້າກົມໂຄສະນາ ປະທານສະຫະພັນແມ່ຍິງ ຜູ້ຕາງໜ້າກຳມະບານ ສນຊ ພ້ອມດ້ວຍຫົວໜ້າຊາວໜຸ່ມແຕ່ລະໜ່ວຍ ອ້ອມຂ້າງບັນດາກົມເຂົ້າຮ່ວມ ໃນທ້າຍອາທິກຜ່ານ ທີ່ ສນຊ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະຫຼຸບໂດຍຫຍໍ້ກ່ຽວກັບຜົນງານການເຄື່ອນໄຫວຂອງໜ່ວຍຊາວໜຸ່ມກົມສາສະໜາ ໃນໄລຍະຜ່ານມາ ໂດຍສະເພາະແມ່ນດ້ານການເມືອງ-ແນວຄິດເຫັນວ່າ ສະມາຊິກຊາວໜຸ່ມພາຍໃນໜ່ວຍມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາຂອງພັກ ວຽກງານຂະຫຍາຍສະມາຊິກພັກ ໄດ້ສ້າງເງື່ອນໄຂຊຸກຍູ້ ແລະ ສົ່ງເສີມໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ວຽກງານວິຊາສະເພາະ ຊາວໜຸ່ມໜ່ວຍກົມສາສະໜາ ໄດ້ປະກອບສ່ວນທາງດ້ານເຮືອແຮງ ສະຕິປັນຍາຕິດພັນກັບບັນດາຂະບວນການຂອງພັກ-ລັດ ໂດຍສະເພາະແມ່ນວຽກງານສາສະໜາຕ່າງໆ ວຽກງານພົວພັນຮ່ວມມືກັບຕ່າງປະເທດ ໄດ້ເປັນເສນາທິການຄົ້ນຄວ້າເອກະສານຊ່ວຍຄະນະກົມສາສະໜາ ແລະ ອັນທີ່ເປັນພົ້ນເດັ່ນພາຍໃນໜ່ວຍແມ່ນໄດ້ສ້າງກອງທືນເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments