Saturday, October 12, 2024
Homeຂ່າວກິລາສື່ເປີດເຜີຍວ່າ ແມນເຊັສເຕີ ຢູໄນເຕັດ ປິດຂໍ້ຕົກລົງ ຮອຍລຸນ ໄດ້ແລ້ວ

ສື່ເປີດເຜີຍວ່າ ແມນເຊັສເຕີ ຢູໄນເຕັດ ປິດຂໍ້ຕົກລົງ ຮອຍລຸນ ໄດ້ແລ້ວ

ສື່ຕ່າງປະເທດເປີດເຜີຍວ່າ ແມນເຊັສເຕີ ຢູໄນເຕັດ ສາມາດບັນລຸເງື່ອນໄຂສ່ວນຕົວກັບ ຣາສມຸສ ຮອຍລຸນ ກອງໜ້າດາວຮຸ່ງໄດ້ແລ້ວ ເຫຼືອພຽງແຕ່ລໍຖ້າ ອະຕາລັນຕາ ຕອບຕົກລົງ ກໍຍ້າຍອອກຈາກທີມໄດ້ເລີຍ.

ແມນເຊັສເຕີ ຢູໄນເຕັດ ມີຂ່າວວ່າສືບຕໍ່ຂົນຂວາຍ ຣາສມຸສ ຮອຍລຸນ ກອງໜ້າອາຍຸ 20 ປີຂອງ ອະຕາລັນຕາ ມາເປັນເວລາຫຼາຍກວ່າ 2 ອາທິດ ແຕ່ທີ່ຜ່ານມາກໍຍັງບໍ່ມີຄວາມຄືບໜ້າຫຼາຍປານໃດ.

ແຕ່ຫຼ້າສຸດ ສື່ມວນຊົນຫຼາຍສໍານັກໃນເອີຣົບ ໄດ້ລາຍງານກົງກັນວ່າ ແມນເຊສເຕີ ຢູໄນເຕັດ ສາມາດບັນລຸເງື່ອນໄຂສ່ວນຕົວກັບ ຣາສມຸສ ຮອຍລຸນ ໄດ້ແລ້ວ ເຫຼືອພຽງແຕ່ເຈລະຈາປິດຂໍ້ຕົກລົງກັບ ອະຕາລັນຕາ ໃຫ້ໄດ້ເທົ່ານັ້ນ.

ກ່ອນໜ້ານີ້ ແມນເຊັສເຕີ ຢູໄນເຕັດ ເຄີຍຍື່ນຂໍ້ສະເໜີໄປ 31 ລ້ານປອນ ແຕ່ກໍຖືກ ອະຕາລັນຕາ ຕອບປະຕິເສດ ເຊິ່ງມີຂ່າວວ່າ ທີມດັງຂອງອີຕາລີ ຕ້ອງການໄດ້ເງິນຄ່າຕົວສູງເຖິງ 40 ລ້ານປອນ

ຕໍ່ມາກໍມີຂ່າວວ່າ ແມນເຊັສເຕີ ຢູໄນເຕັດ ໄດ້ຍື່ນຂໍ້ສະເໜີເຂົ້າໄປໃໝ່ ໂດຍຈະໃຫ້ເງິນຈໍານວນ ບວກກັບການໃຫ້ຢືມໂຕ ເມສັນ ກຣີນວູດ ກອງໜ້າຊາວອັງກິດ ພ່ວງໄປອີກຄົນ ແຕ່ທາງຝ່າຍ ອະຕາລັນຕາ ຍັກໍງມິດງຽບຢູ່.

ໂດຍຄາດວ່າ ອະຕາລັນຕ້າ ຄົງບໍ່ສົນໃຈຂໍ້ສະເໜີຫຼ້າສຸດຂອງທີມແມນຢູ ເພາະພວກເຂົາຕ້ອງການເງິນຢ່າງໜ້ອຍ 40 ລ້ານປອນຫຼາຍກວ່າ ເພື່ອເອົາໄວ້ໃຊ້ຈ່າຍສໍາລັບອະນາຄົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments