Saturday, October 12, 2024
Homeຂ່າວພາຍໃນເຊກອງ ເລີກຮື້ ແລະ ມ້າງຄະດີຢາເສບຕິດໄດ້ 100 ກວ່າເລື່ອງ

ເຊກອງ ເລີກຮື້ ແລະ ມ້າງຄະດີຢາເສບຕິດໄດ້ 100 ກວ່າເລື່ອງ

ພັນເອກ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ລາຍງານໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໄລຍະກາງສະໄໝຜ່ານມາ ກອງບັນຊາ ການ ປກສ ແຂວງ ແລະ ເມືອງ ໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດ, ແກ້ໄຂບັນຫາຢາເສບຕິດ ຕາມ 3 ບາດກ້າວ ແລະ ຢຶດໝັ້ນ 3 ຫຼັກການຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ຊຶ່ງເຮັດໃຫ້ສາມາດເລີກຮື້ ແລະ ມ້າງລາຍຄະດີຢາເສບຕິດໄດ້ 115 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 117 ຄົນ, ຢຶດຂອງກາງຢາເສບຕິດໄດ້ 90.228 ເມັດ, ລົດໃຫຍ່ 1 ຄັນ, ລົດຈັກ 31 ຄັນ, ໂທລະສັບ 106 ໜ່ວຍ, ປືນແກັບ-ປືນດັດ ແປງ 4 ກະບອກ ແລະ ເງິນສົດຈໍານວນໜຶ່ງ ພ້ອມນີ້, ກໍໄດ້ລົງເຄື່ອນໄຫວໂຄສະ ນາເຜີຍແຜ່ກົດໝາຍວ່າດ້ວຍຢາເສບຕິດ, ຜົນຮ້າຍຂອງຢາເສບຕິດ ແລະ ນິຕິກໍາອື່ນໆ ກ່ຽວຂ້ອງກັບຢາເສບຕິດຢູ່ 4 ເມືອງ, ສະຖານການສຶກສາ 115 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 8.597 ເທື່ອຄົນ; ກວດນໍ້າປັດສະວະຊອຫາສານເສບຕິດ, ເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍຜູ້ເສບຢາເສບຕິດ ແລະ ຜູ້ຄ້າ-ຂາຍຢາເສບຕິດມີທັງໝົດ 3.978 ຄົນ ຍິງ 101 ຄົນ. ໃນນີ້ເປົ້າໝາຍຜູ້ຄ້າ-ຂາຍຢາເສບຕິດມີ 668 ຄົນ ຍິງ 35 ຄົນ ແລະ ເປົ້າໝາຍຜູ້ເສບຢາເສບຕິດມີ 3.310 ຄົນ ຍິງ 66 ຄົນ; ຕິດຕາມຄວາມຄືບໜ້າການປັບປຸງ -ສ້ອມແປງ ແລະ ກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ; ປຸກລະດົມຂົນຂວາຍປະ ຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວສັງຄົມໃຫ້ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມແກ້ໄຂບັນຫາຢາເສບຕິດຕິດພັນກັບການຍູ້ແຮງຂະບວນການສ້າງບ້ານປອດຄະດີ, ບ້ານປອດຢາເສບຕິດ ແລະ ກົມກອງປອດຢາເສບຕິດ.

ທ່ານ ພັນເອກ ຄໍາບານ ພົມມະນີວົງ ໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ແກ້ໄຂບັນຫາຢາເສບ ຕິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ກ່ອນອື່ນໝົດ ຕ້ອງປັບປຸງກົງຈັກການຈັດຕັ້ງອົງການສືບສວນ-ສອບສວນ, ປັບປຸງກໍາລັງ ປກສ ແຂວງແຕ່ລະຂັ້ນ, ສ້າງຄວາມໂປ່ງໃສຮອບດ້ານໃນການແກ້ໄຂບັນຫາຢາເສບຕິດ, ສືບຕໍ່ກວດນໍ້າປັດສະວະຫາສານເສບຕິດ, ເກັບກໍາຂໍ້ມູນ, ຂຶ້ນບັນຊີ ແລະ ສຶກສາອົບຮົມຜູ້ເສບ-ຜູ້ຄ້າຂາຍຢາເສບຕິດ, ໂຄສະນາປະຊາສໍາພັນຜົນຮ້າຍຂອງຢາເສບຕິດໃຫ້ກວ້າງຂວາງ, ປຸກລະດົມປະຊາຊົນໃຫ້ມີສ່ວນຮ່ວມຕໍ່ການແກ້ໄຂບັນຫາຢາເສບຕິດ ແລະ ສືບຕໍ່ແກ້ໄຂບັນຫາຢາເສບຕິດ, ດໍາເນີນຄະດີໃຫ້ຖືກຕ້ອງ ແລະ ຮັດກຸມ, ຜູ້ເຮັດຜິດ ຕ້ອງໄດ້ຮັບການຕັດສິນລົງໂທດຕາມລະບຽບກົດໝາຍ.

(ຂ່າວ-ພາບ: ສັນຍາ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments