Friday, October 11, 2024
Homeຂ່າວພາຍໃນໄຊສົມບູນ ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ

ໄຊສົມບູນ ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ເປີດກວ້າງ ຄັ້ງທີ 12 ສະໄໝທີ I ປີ 2023 ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນທີ 7 ກໍລະກົດ 2023 ໂດຍການເປັນປະທານ ຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ພ້ອມດ້ວຍເລຂາໜ່ວຍພັກພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ແລະ ເລຂາພັກເມືອງ ທັງ 5 ເມືອງ ເຂົ້າຮ່ວມ.

ຕະຫລອດໄລຍະ 2 ວັນ ໃນການດໍາເນີນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນຂຶ້ນລາຍງານ ແລະ ປະກອບຄໍາຄິດ-ຄິດເຫັນ ໃສ່ບັນດາວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຊຶ່ງຕະຫລອດ 6 ເດືອນຜ່ານມາ ເຫັນວ່າມີຜົນສໍາເລັດຫລາຍດ້ານ ເປັນຕົ້ນແມ່ນ ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ຕິດພັນກັບດໍາລັດ 414 ຂອງລັດຖະບານ ຢ່າງແຂງແຮງ ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວໃນລະດັບ 7,5%, ການຄຸ້ມຄອງ ແລະ ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍລວມແມ່ນມີບັນຍາກາດດີຂຶ້ນ, ການຈັດເກັບລາຍຮັບເຂົ້າ ງົບປະມານ ສາມາດເກັບໄດ້ 518,16 ຕື້ກີບ, ການຄຸ້ມຄອງລາຍຈ່າຍໄດ້ຈັດຕັ້ງປະຕິບັດ ບົນພື້ນຖານການປະຢັດມັດທະຍັດ ຄາດວ່າປະຕິບັດໄດ້ 116,57 ຕື້ກີບ. ນອກນີ້, ວຽກງານວັດທະນະທໍາ-ສັງຄົມ ກໍໄດ້ສໍາເລັດການສອບເສັງພາກຮຽນທີ II, ສອບເສັງຄັດເລືອກນັກຮຽນເກັ່ງ ຂັ້ນ ປ5, ມ4 ແລະ ມ7 ໃນທົ່ວແຂວງ ພ້ອມທັງເອົາໃຈໃສ່ມາດຕະການປ້ອງກັນ, ຄວບຄຸມ ແລະ ປິ່ນປົວພະຍາດຕາມລະດູການ ໂດຍສະເພາະພະຍາດໂຄວິດ-19, ພະຍາດໄຂ້ຍຸງລາຍ, ຖອກທ້ອງ ແລະ ອື່ນໆ. ພ້ອມນີ້ ສາມາດປະກາດຮັບຮອງ ບ້ານສາທາລະນະສຸກແບບຢ່າງໄດ້ 4 ບ້ານ. ສໍາລັບວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍໄດ້ເຄື່ອນໄຫວຢ່າງແຂງແຮງ ໃນການເກັບກໍາຂ່າວ, ອອກຂ່າວທາງໂທລະພາບ, ວິທະຍຸ, ໂທລະໂຄ່ງ ແລະ ອອກສື່ຕ່າງໆ ຢ່າງເປັນປົກກະຕິ ແລະ ທັນເວລາ. ນອກນັ້ນກໍສາມາດສ້າງບ້ານວັດທະນະທໍາໃໝ່ ໄດ້ 2 ບ້ານ, ປະກາດຮັບຮອງບ້ານວັດທະນະທໍາສະໄໝທີ II ໄດ້ 1 ບ້ານ, ຄອບຄົວວັດທະນະທໍາໃໝ່ 331 ຄອບຄົວ, ເທົ່າກັບ 62,2 ຂອງແຜນການປີ, ມີນັກທ່ອງທ່ຽວເຂົ້າມາທ່ຽວ ຢູ່ແຂວງໄຊສົມບູນ ທັງພາຍໃນ ແລະ ຕ່າງປະເທດ ທັງໝົດ 7.809 ເທື່ອຄົນ ຊຶ່ງສາມາດສ້າງລາຍຮັບໄດ້ 129.360 ໂດລາສະຫະລັດ. ຄຽງຄູ່ກັນນັ້ນ, ວຽກງານນິຕິບັນຍັດ, ຕຸລາການ ແລະ ຍຸຕິທໍາ ກໍໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນ ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາ ທັງໝົດ 5 ເລື່ອງ, ແກ້ໄຂໄປແລ້ວ 4 ເລື່ອງ ແລະ ວຽກງານດ້ານອື່ນໆ ກໍໄດ້ຈັດຕັ້ງປະຕິບັດສໍາເລັດຕາມແຜນການທີ່ວາງໄວ້.

ໂອກາດນີ້, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາແຕ່ລະຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ດ້ວຍຫລາຍຮູບແບບຫລາຍສີສັນ, ສຸມໃສ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ ປະຈຳປີ 2023 ຕິດພັນກັບດຳລັດ 414 ຂອງລັດຖະບານ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃຫ້ໄດ້ຮັບການເຄື່ອນໄຫວດ້ວຍຄວາມຮັດກຸມ, ມີປະສິດທິພາບ ດີຂຶ້ນເລື້ອຍໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments