Friday, October 11, 2024
Homeຂ່າວພາຍໃນຫາລືການປະຕິບັດວຽກອົງການຈັດຕັ້ງສັງຄົມໃຫ້ເຂົ້າສູ່ລະບຽບການ

ຫາລືການປະຕິບັດວຽກອົງການຈັດຕັ້ງສັງຄົມໃຫ້ເຂົ້າສູ່ລະບຽບການ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວໃຫ້ຮູ້ວ່າ: ກອງປະຊຸມປຶກສາຫາລື ການຈັດຕັ້ງປະຕິບັດວຽກງານອົງການຈັດຕັ້ງສັງຄົມ ລະຫວ່າງ ພະແນກພາຍໃນແຂວງບໍ່ແກ້ວ ກັບບັນດາສະມາຄົມທັງພາກລັດ ແລະ ເອກະຊົນ ທີ່ເຄື່ອນໄຫວດຳເນີນກິດຈະກຳຢູ່ແຂວງບໍ່ແກ້ວ ຈັດຂຶ້ນໃນທ້າຍອາທິດຜ່ານມາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພາລະກິດປ່ຽນແປງໃໝ່ ແລະ ເຮັດໃຫ້ການດໍາເນີນກິດຈະກໍາຢູ່ແຂວງບໍ່ແກ້ວ ເປັນລະບົບ, ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ແລະ ເພື່ອໃຫ້ທຸກສະມາຄົມ ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ໂດຍການເປັນປະທານຂອງທ່ານ ບຸນມາ ສີລິປັນຍາ ຫົວໜ້າພະແນກພາຍໃນແຂວງບໍ່ແກ້ວ, ທ່ານ ວຽງສອນ ເຫລື່ອງຄຳສິງ ຮອງຫົວໜ້າພະແນກ ອົງການຈັດສັງຄົມ ກະຊວງພາຍໃນ, ມີບັນດາຫົວໜ້າພະແນກການ, ອົງການອ້ອມຂ້າງ ແລະ ສະມາຄົມພາຍໃນແຂວງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງແຈ້ງການ ການຄຸ້ມຄອງ ການເຄື່ອນໄຫວວຽກງານ ຂອງສະມາຄົມ ແລະ ຜ່ານບົດສະຫລຸບ ໃນການຈັດຕັ້ງປະຕິບັດວຽກງານອົງການຈັດຕັ້ງສັງຄົມ ຂອງພະແນກພານໃນແຂວງ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ, ທັງພ້ອມກັນປະກອບຄຳຄິດຄຳເຫັນ ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານ ລະຫວ່າງ ພາກລັດ ກັບສະມາຄົມ ໃນຕໍ່ໜ້າ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ. ພ້ອມນັ້ນ ກອງປະຊຸມ ໄດ້ເປັນເອກະພາບຕໍ່ການສັງເກດຕີລາຄາ ບັນດາຜົນງານຂອງສະມາຄົມ ກໍຄືບົດຮຽນຕົວຈິງ ໃນການຄຸ້ມຄອງນຳພາໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນຈຸດພິເສດທ່າແຮງ ແລະ ຄວາມສາມາດທີ່ບົ່ມຊ້ອນໃນແຕ່ລະດ້ານ ຂອງວຽກງານສະມາຄົມ.

ປັດຈຸບັນ ການອະນຸມັດສ້າງຕັ້ງ ແລະ ຈົດທະບຽນສະມາຄົມ ທີ່ຮັບການອານຸມັດສ້າງຕັ້ງ ແລະ ຂຶ້ນທະບຽນ ຈາກກະຊວງພາຍໃນ ທີ່ເຄື່ອນໄຫວຢູ່ແຂວງບໍ່ແກ້ວ ມີ 5 ສະມາຄົມ ຄື: ສະມາຄົມ ແມ່ຍິງຮ່ວມໃຈພັດທະນາ (MHP); ສະມາຄົມ ສົ່ງເສີມຄວາມຮູ້ ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ (ຄໍາຄິດ); ສະມາຄົມ ອາສາຮ່ວມພັດທະນາແບບຍືນຍົງ; ສະມາຄົມ ສົ່ງເສີມສຸຂະພາບຄອບຄົວ ສາຂາແຂວງບໍ່ແກ້ວ (ຂຶ້ນກັບພະແນກສາທາແຂວງ ແຕ່ຈົດທະບຽນກັບກະຊວງພາຍໃນ); ສະມາຄົມ ນໍ້າໃຈຊາວບ້ານ (ສະມາຄົມນີ້ແມ່ນສະມາຄົມເຄື່ອນໄຫວໃນຂອບເຂດທົ່ວປະເທດ) ຂຶ້ນກັບກະຊວງພາຍໃນ ແຕ່ມາເຄື່ອນໄຫວຢູ່ແຂວງບໍ່ແກ້ວ (ເຄື່ອນໄຫວຢູ່ຂົງເຂດສຶກສາ).

ຂ່າວ-ພາບ: ຄຳພັນ ແກ້ວມະນີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments