Friday, October 11, 2024
Homeສຶກສາສສຊ ແຂວງສະຫວັນນະເຂດ​ ສະເໜີວິທີແກ້ໄຂບັນຫາຄູສອນ ຕໍ່ລັດຖະບານ

ສສຊ ແຂວງສະຫວັນນະເຂດ​ ສະເໜີວິທີແກ້ໄຂບັນຫາຄູສອນ ຕໍ່ລັດຖະບານ

ທ່ານ ຄໍາຜັນ ຄູນສະຫວັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວສະຫວັນນະເຂດ ໄດ້ໃຫ້ຮູ້ໃນລະຫວ່າງການໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ໃນຖານະເປັນ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ໃນການປະຕິບັດພະລະບົດບາດ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 13 ໄດ້ພົບເຫັນສະພາບພົ້ນເດັ່ນ ຈໍານວນໜຶ່ງພາຍໃນເຂດເລືອກຕັ້ງທີ 13 ກໍຄືແຂວງສະຫວັນນະເຂດ, ໂດຍສະເພາະບັນຫາການສະໜອງຄູ ເພື່ອສິດສອນບໍ່ພຽງ ພໍ ກັບການຂະຫຍາຍຕົວຂອງສັງຄົມ​ ຊຶ່ງຜ່ານການຕິດຕາມກວດກາ ຢູ່ທົ່ວແຂວງສະຫວັນນະເຂດ ຄາດວ່າຈະມີໂຮງຮຽນເຖິງ 25 ແຫ່ງ ອາດຈະຢຸດການຮຽນ-ການສອນ ເນື່ອງຈາກຂາດຄູ, ຍ້ອນວ່າໃນສົກປີ 2023-2024 ນີ້ ຈະມີຄູສອນທີ່ຈະເຂົ້າຮັບອຸດໜູນບໍານານ ທັງໝົດຈໍານວນ 223 ຄົນ, ແຕ່ການສະໜອງຕົວເລກ ລັດຖະກອນປີ 2023 ມີພຽງ 47 ຕົວເລກ ແລະ ມີໂຮງຮຽນປະຖົມ 7 ແຫ່ງ ທີ່ປິດເນື່ອງຈາກບໍ່ມີຄູສອນ, ຂະນະທີ່ມີ 21 ແຫ່ງ ມີແຕ່ຄູອາສາ. ຈາກບັນຫາດັ່ງກ່າວ ເຮັດໃຫ້ສະພາບໂຮງຮຽນຂາດຄູ ແລະ ຄູອາສາ ກໍ່ເລີ່ມທະຍອຍລາອອກ (ອາຍຸຂອງຄູອາສາ ຕໍ່າສຸດແມ່ນ 4 ປີ ແລະ ສູງສຸດ 11 ປີ) ໂດຍສະເພາະແມ່ນເຂດ ຫ່າງໄກສອກຫລີກ.

ທ່ານ ຄໍາຜັນ ຄູນສະຫວັນ ໄດ້ສະເໜີວ່າ: ສຳລັບວິທີແກ້ໄຂບໍ່ໃຫ້ໂຮງຮຽນຖືກປິດ ຂໍໃຫ້ອະນຸມັດຕົວເລກຄູໃນບາງໂຮງຮຽນ ທີ່ຈໍາເປັນຂາດຄູແທ້ໆ ຫລື ໃຊ້ງົບປະມານເຮັດສັນຍາຈ້າງ ໃນທົ່ວແຂວງ ແລະ ເຮັດສັນຍາຈ້າງເປັນແຕ່ລະປີ ໃນຈໍານວນຄູອາສາ 1.151 ຄົນ, ໂດຍແຍກຕາມຊັ້ນ-ຂັ້ນ ຂອງວຸດທິການສຶກສາ, ຖ້າໃຊ້ ງົບປະມານຈ້າງ ຕາມການຄິດໄລ່ເງິນເດືອນຂັ້ນພື້ນຖານ ໂດຍບໍ່ໄລ່ເງິນອຸດໜູນອື່ນໆ ຈະນໍາໃຊ້ງົບປະມານຈໍານວນ 29 ຕື້ກວ່າກີບຕໍ່ປີ, ຖ້າຜູ້ໃດຫາກມີຜົນງານດີເດັ່ນແມ່ນສະເໜີ ໃຫ້ບັນຈຸເຂົ້າເປັນລັດຖະກອນຕາມເງື່ອນໄຂ ແລະ ລະບຽບການ.

ໂດຍ: ສຸພາສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments