Friday, October 11, 2024
Homeຂ່າວການເມືອງ10 ປີແຫ່ງການສ້າງ ໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ເວທີປາໄສສາກົນການ ຂອງການຮ່ວມມື ລາວ-ຈີນ

10 ປີແຫ່ງການສ້າງ ໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ເວທີປາໄສສາກົນການ ຂອງການຮ່ວມມື ລາວ-ຈີນ

ພິທີສະເຫລີມສະຫລອງຄົບຮອບ 10 ປີແຫ່ງການສ້າງ ໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ເວທີປາໄສສາກົນການ ຂອງການຮ່ວມມື ລາວ-ຈີນຈັດຂຶ້ນໃນວັນທີ 05 ກໍລະກົດ 2023 ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ຫວາງເວີນ ຄະນະບໍລິຫານຂອງມະຫາວິທະຍາໄລ ເຢີນມິນ ສະຖາບັນຄົ້ນຄວ້າການເງິນ ເມືອງຈົງຢາງ ຂອງຈີນ, ທ່ານ ວຽງສະຫວ່າງ ທິບພະວົງ ຮອງສະຖາບັນຄົ້ນຄວ້າອຸດສາຫະກໍາ-ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າຂອງລາວ ທ່ານ ຫຼີວ ຈິນຖາມ ຮອງນັກຄົ້ນຄວ້າ ມະຫາວິທະຍາໄລ ເຢີນມິນ ສະຖາບັນຄົ້ນຄວ້າການເງິນ, ພ້ອມດ້ວຍຕາງໜ້າຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍລາວ – ຈີນ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ວຽງສະຫວ່າງ ທິບພະວົງ ຮອງສະຖາບັນຄົ້ນຄວ້າອຸດສາຫະກໍາ-ການຄ້າ, ກະຊວງອຸດສາຫະກໍາການຄ້າຂອງລາວມີຄໍາເຫັນວ່າ: ປີນີ້ເປັນປີຄົບຮອບ 10 ປີຂອງຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນ ທາງ ພ້ອມທັງກັບການເປີດເສັ້ນທາງລົດໄຟລາວ-ຈີນຢ່າງເປັນທາງການ ເປັນເວລາໜຶ່ງປີກວ່າ, ການເປີດຂະບວນລົດໄຟ ໂດຍສານສາກົນລະຫວ່າງລາວ-ຈີນເປັນແບບຢ່າງໃນການຮ່ວມມື ສ້າງໜຶ່ງແລວທາງໜຶ່ງເສັ້ນທາງ ລາວ ແລະ ຈີນ ພ້ອມທັງໃຫ້ຄໍາໝັ້ນສັນຍາລົງເລິກການຮ່ວມມືທາງຍຸດທະສາດຢ່າງບໍ່ຢຸດຢັ້ງ ແລະ ມີຄວາມມຸ້ງໝັ້ນຢ່າງຕໍ່ເນື່ອງ ເພື່ອສ້າງປະຊາຄົມລາວ-ຈີນໃຫ້ມີອະນາຄົດຮ່ວມກັນສໍາລັບມະນຸດຊາດ ໂດຍໄດ້ຮັບການສະໜັບສະໜູນຈາກທຸກຊັ້ນຄົນ.

ໃນຖານະທີ່ຄະນະຜູ້ແທນຂັ້ນສູງຂອງຈີນສໍາລັບການສຶກສາ ໜຶ່ງແລວທາງໜຶ່ງເສັ້ນທາງ ມະຫາວິທະຍາໄລ ເຢີນມິນ ສະຖາບັນຄົ້ນຄວ້າການເງິນ ເມືອງຈົງຢາງຂອງຈີນໄດ້ມາຢ້ຽມຢາມລາວ ເພື່ອແນໃສ່ການຄົ້ນຄວ້າຢູ່ພາກສະໜາມກ່ຽວກັບການກໍ່ສ້າງລົດໄຟລາວ-ຈີນເຊຶ່ງສະແດງໃຫ້ເຫັນໝາກຜົນອັນຕັ້ງໜ້າຂອງການກໍ່ສ້າງ ໜຶ່ງແລວທາງໜຶ່ງເສັ້ນທາງລາວ-ຈີນຄົບຮອບ 10 ປີ.ເຊຶ່ງເປັນການເຜີຍແຜ່ຫົວຂໍ້ການສຶກສາຈີນ-ອາຊຽນການພັດທະນາສີຂຽວພາຍໃຕ້ຄວາມເປັນມາຂອງ ໜຶ່ງແລວທາງໜຶ່ງເສັ້ນທາງ ການທີ່ເອົາທາງລົດໄຟລາວ-ຈີນ ເປັນຕົວຢ່າງບົດລາຍງານຈະຊຸກຍູ້ການລົງເລິກການຮ່ວມມືລາວ-ຈີນເພີ່ມຂຶ້ນ ພ້ອມທັງເປັນການຊ່ວຍເຫຼືອໃຫ້ແກ່ການຮ່ວມມືການກໍ່ສ້າງແລວທາງໜຶ່ງເສັ້ນທາງ ແລະ ຂະ ບວນການສ້າງສາຈີນ-ລາວປະຊາຄົມແຫ່ງຈຸດໝາຍປາຍທາງລວມ ແລະ ເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນລະຫວ່າງຈີນກັບປະເທດອາຊຽນໃຫ້ຫລາຍກວ່າເກົ່າຮອງສະຖາບັນຄົ້ນຄວ້າອຸດສາຫະກໍາ-ການຄ້າ, ກະຊວງອຸດສາຫະກໍາການຄ້າຂອງລາວມີຄໍາເຫັນ ຕື່ມວ່າ: ປັດຈະບັນ ລາວເຮົາມີຄວາມຕ້ອງການນັກລົງທຶນທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາລົງລົງທຶນໃນຂະແໜງການຕ່າງໆ ພາຍໃຕ້ການລົງທຶນສີຂຽວ ແລະ ຮັກສາສິ່ງແວດລ້ອມ, ສະນັ້ນ ໃນພິທີສະເຫລີມສະຫລອງຄົບຮອບ 10 ປີ ແຫ່ງການສ້າງໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ເວທີປາໄສສາກົນການຂອງການຮ່ວມມື ລາວ-ຈີນຄັ້ງນີ້ເປັນມິດໝາຍອັນດີທີ່ໄດ້ເຊີນເອົາບັນດາຜູ້ຊ່ຽວຊານທີ່ມີປະສົບການຈາກທຸກພາກສ່ວນ, ທຸກຂະແໜງການທີ່ກ່ຽວຂ້ອງທັງຝ່າຍລາວ ແລະ ຈີນມາອະທິບາຍແລກປ່ຽນໃຫ້ຄວາມຮູ້ເພີ່ມຕື່ມກ່ຽວກັບຫົວຂໍ້ການລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງທີ່ປະທານສີ ຈິ້ນຜີງ ເປັນຜູ້ສ້າງຕັ້ງຂຶ້ນ.

ຂຽນໂດຍ: ບຸນຍັງ ພຸດສະຫວັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments