Thursday, October 10, 2024
Homeຂ່າວໜ້າໜຶ່ງບົດແຈ້ງຂ່າວ

ບົດແຈ້ງຂ່າວ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນ ທາງເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແລະ ບັນ ດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງ ທີ່ ອິນໂດເນເຊຍ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງ, ເຊິ່ງຈະຈັດຂຶ້ນໃນວັນທີ 11-14 ກໍລະກົດ 2023 ທີ່ ນະຄອນຫຼວງ ຈາກາກຕາ, ອິນ ໂດເນເຊຍ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ຍັງຈະໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ ຮ່ວມມືພາຍນອກຂອງອາຊຽນ.

ອິນໂດເນເຊຍ ເປັນປະທານອາຊຽນ ໃນປີ 2023 ພາຍໃຕ້ຄໍາຂວັນ: “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”. ສປປ ລາວ ຈະໄດ້ຮັບກຽດເປັນປະທານອາຊຽນ ໃນປີ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments