Thursday, October 10, 2024
Homeຂ່າວພາຍໃນພາສີປະຈໍາດ່ານສາກົນຂົວມິດຕະພາບ 3 ຈະຈັດເກັບລາຍຮັບທຸກລາຍການຕາມກົດໝາຍ ເພື່ອຕ້ານການຮົ່ວໄຫລ

ພາສີປະຈໍາດ່ານສາກົນຂົວມິດຕະພາບ 3 ຈະຈັດເກັບລາຍຮັບທຸກລາຍການຕາມກົດໝາຍ ເພື່ອຕ້ານການຮົ່ວໄຫລ

ເພື່ອຕ້ານການຮົ່ວໄຫລ ທຸກລາຍຮັບເຂົ້າງົບປະມານ ຕາມຄໍາສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ ແລະ ການປະຕິບັດບັດວາລະແຫ່ງຊາດ, ພາສີປະຈໍາດ່ານສາກົນຂົວມິດຕະພາບ 3 ຈະພ້ອມກັນຈັດເກັບລາຍຮັບທຸກລາຍການທີ່ມີ ຕາມກົດໝາຍ ແລະ ນິຕິກໍາ ກໍານົດໄວ້ໃຫ້ຄົບຖ້ວນ ແລະ ທັນເວລາ, ອັດຕັນທຸກຊ່ອງຫວ່າງທີ່ມີການຮົ່ວໄຫລ, ປະສານສົມທົບທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ຄວາມຮ່ວມມື, ຊ່ວຍເຫລືອອໍານວຍຄວາມສະດວກໃຫ້ຜູ້ປະກອບການທີ່ມາໃຊ້ບໍລິການດ່ານໃຫ້ຫລາຍຂຶ້ນ, ສ້າງຖານຂໍ້ມູນ, ແຫລ່ງຂ່າວລັກລອບ ຫລື ລະເມີດກົດໝາຍວ່າດ້ວຍພາສີ ແລະ ນິຕິກໍາຢູ່ພາຍໃນດ່ານໃຫ້ມີຄວາມຊັດເຈນ, ປະຕິບັດຕາມການຊີ້ນໍາຈາກການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນ ໃນແຕ່ລະໄລຍະຢ່າງເຂັ້ມງວດ.

ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນ ໃນວັນທີ 6 ກໍລະກົດ 2023 ວ່າ: ການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບໃນໄລຍະ 6 ເດືອນຕົ້ນປີ 2023 ໂດຍພື້ນຖານແລ້ວ ດ້ານຂໍ້ສະດວກໃນການຈັດຕັ້ງປະຕິບັດ ແມ່ນຍ້ອນມີນິຕິກໍາ, ກົດໝາຍ ຈາກສາຍຕັ້ງ ກະຊວງການເງິນ, ກົມພາສີ ເປັນບ່ອນອີງທີ່ໜັກແໜ້ນ, ອີກດ້ານໜຶ່ງກໍຍ້ອນມີການນໍາພາ-ຊີ້້ນໍາຢ່າງໃກ້ຊິດຈາກຄະນະນໍາທີ່ກ່ຽວຂ້ອງ ໃນການແກ້ໄຂວຽກງານໃຫ້ມີຄວາມສໍາເລັດທັນກັບເວລາ, ມີພື້ນຖານໂຄງລ່າງສະຖານທີ່ເຮັດວຽກທີ່ເໝາະສົມ ແລະ ມີເຄື່ອງມືທັນສະໄໝ ເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວ, ສ່ວນດ້ານຂໍ້ຫຍຸ້ງຍາກສ່ວນຫລາຍແມ່ນ ໃນເວລາມີຄວາມຂັດຂ້ອງດ້ານກະແສໄຟຟ້າ (ໄຟຟ້າດັບ) ເຊິ່ງເຮັດໃຫ້ລະບົບການເຮັດວຽກເຄື່ອງມືບໍ່ສາມາດຕອບສະໜອງໃນການປ້ອນຂໍ້ມູນຕ່າງໆ ລວມເຖິງລະບົບສັນຍານທາງອິນເຕີເນັດ ກໍມີຄວາມຂັດຂ້ອງ ທີ່ສ້າງຄວາມຫຍຸ້ງຍາກໃຫ້ການບໍລິການຊັກຊ້າ.

ການຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງຄຳມ່ວນໃນປີ 2023 ຕາມແຜນການທີ່ໄດ້ຮັບມອບໝາຍແມ່ນ 602 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 281 ຕື້ກວ່າກີບ ເທົ່າກັບ 46,07% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 60,99%, ເຊິ່ງລາຍຮັບສ່ວນຫລາຍແມ່ນໄດ້ມາຈາກການນໍາເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ໂດຍມີອັດຕາການເພີ່ມຂຶ້ນ 40%, ປະເພດສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ເພີ່ມຂຶ້ນ 38% ແລະ ປະເພດລາຍຮັບຈາກຄ່າທໍານຽມຕ່າງໆ (ຄັງແຮ) ເພີ່ມຂຶ້ນ 452,65%.

ທ່ານຫົວໜ້າດ່ານພາສີປະຈໍາຂົວມິດຕະພາບ 3 ກ່າວຕື່ມວ່າ: ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ທິດທາງແຜນການໃນຕໍ່ໜ້າບັນລຸຕາມຕົວເລກຄາດໝາຍ ທີ່ຂັ້ນເທິງວາງໄວ້ ທາງຄະນະພວກເຮົາ ຈະສືບຕໍ່ເຮັດວຽກການເມືອງແນວຄິດ ກັບເຈົ້າໜ້າທີ່ພະນັກງານພາສີປະຈໍາດ່ານ ພ້ອມກັນ ເປັນເຈົ້າການໃນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ແລະ ລື່ນແຜນທີ່ກໍານົດໄວ້, ແນະນໍາໃຫ້ຄວາມເຂົ້າໃຈຕໍ່ຜູ້ປະກອບການ ຫລື ຜູ້ທີ່ມາບໍລິການຜ່ານດ່ານ, ຜູ້ແຈ້ງພາສີທົ່ວໄປ ໃຫ້ມີຄວາມເຂົ້າໃຈຕໍ່ລະບົບການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອຮັບປະກັນຄວາມວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ຂ່າວ: ມະນີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments