Thursday, October 10, 2024
Homeຂ່າວພາຍໃນປະຊາຊົນ ແຂວງເຊກອງ ໄດ້ຊົມໃຊ້ກະແສໄຟຟ້າແລ້ວກວມ 87,95%

ປະຊາຊົນ ແຂວງເຊກອງ ໄດ້ຊົມໃຊ້ກະແສໄຟຟ້າແລ້ວກວມ 87,95%

ຕາມການລາຍງານຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ ພະລັງງານ ແລະ ບໍ່ແຮ່ແຂວງ ກໍຄືລັດວິສາຫະກິດໄຟຟ້າລາວ ສາຂາເຊກອງ ໄດ້ເອົາໃຈໃສ່ຂະຫຍາຍລະບົບຕາຂ່າຍໄຟຟ້າອອກສູ່ຊົນນະບົດເຂດຫ່າງໄກສອກຫລີກບ່ອນທີ່ມີເງື່ອນໄຂ, ຊຶ່ງປັດຈຸບັນ ມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງບ້ານ 162 ບ້ານ ກວມເອົາ 81,41% ແລະ ມີຫລັງຄາເຮືອນທີ່ໄດ້ໃຊ້ໄຟຟ້າແລ້ວ 18.876 ຫລັງຄາເຮືອນ ກວມເອົາ 87,95% ຂອງຫລັງຄາເຮືອນທັງໝົດ.

ປັດຈຸບັນ ແຂວງເຊກອງ ມີແຫລ່ງຜະລິດພະລັງງານໄຟຟ້າທີ່ດໍາເນີນການຜະລິດແລ້ວ 3 ແຫ່ງຄື: ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່, ເຂື່ອນໄຟຟ້າເຊກະໝານ 3 ແລະ ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ສາມາດຜະລິດພະລັງງານໄຟຟ້າໄດ້ 2.241,5 ກິໂລວັດໂມງ. ພ້ອມນີ້, ຍັງມີໂຄງການທີ່ດໍາເນີນການກໍ່ສ້າງ ແລະ ໃກ້ຈະສໍາເລັດຄື: ເຂື່ອນໄຟຟ້ານໍ້າອີມູນມີກໍາລັງຕິດຕັ້ງ 133 ເມກາວັດ, ເຂື່ອນໄຟຟ້າຫ້ວຍລະແງມີກໍາລັງຕິດຕັ້ງ 60 ເມກາວັດ ແລະ ໂຄງການກໍ່ສ້າງໄຟຟ້າພະລັງງານລົມ ມີກໍາລັງຕິດຕັ້ງ 600 ເມກາວັດ. ພ້ອມນີ້, ມີຕາຂ່າຍໄຟຟ້າຄວາມຍາວທັງໝົດ 1.407,69 ກິໂລແມັດ/ວົງຈອນ ໃນນີ້, ຕາຂ່າຍ 22 Kv ຄວາມຍາວ 948,39 ກິໂລແມັດ/ວົງຈອນ, ຕາຂ່າຍ 12,7 Kv ຄວາມຍາວ 29,89 ກິໂລແມັດ/ວົງຈອນ, ຕາຂ່າຍ 0,23 Kv ຄວາມຍາວ 1,65 ກິໂລແມັດ/ວົງຈອນ ແລະ ລະບົບຕາຂ່າຍ 0,4 Kv ຄວາມຍາວ 427,76 ກິໂລແມັດ/ວົງຈອນ.

ທ່ານ ຂັນຕີ ສີລະວົງສາ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າແຂວງ ກໍຄືຂະແໜງການກ່ຽວຂ້ອງ ຈະສືບຕໍ່ຂະຫຍາຍຕາຂ່າຍໄຟຟ້າອອກສູ່ຊົນນະບົດຫ່າງໄກສອກຫລີກ ແລະ ບ່ອນທີ່ມີເງື່ອນໄຂ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າລະບົບຖາວອນຢ່າງທົ່ວເຖິງໃນທົ່ວແຂວງ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າ ທີ່ໄດ້ຜ່ານຂັ້ນຕອນການສຳຫລວດ ແລະ ກໍາລັງກໍ່ສ້າງໃຫ້ສໍາເລັດ ເພື່ອຜະລິດ ແລະ ຈໍາໜ່າຍກະແສໄຟຟ້າຕາມແຜນທີ່ກໍານົດໄວ້.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments