Thursday, October 10, 2024
Homeຂ່າວຕ່າງປະເທດສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ

ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ

ສະຫາຍ ກິມ ອິນ ຊຸງ ເກີດເມື່ອວັນທີ 15 ເມສາ 1912 ທີ່ບ້ານມັນກຽງແດ, ນະຄອນ ຫລວງພຽງຢາງ. ສະຫາຍ ໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງການຕໍ່ສູ້ປະຕິວັດເພື່ອປົດປ່ອຍປະເທດຊາດ ຕັ້ງ ແຕ່ອາຍຸຍັງໜຸ່ມນ້ອຍ ໃນໄວ 10 ປາຍປີ.

ໃນໄລຍະຂອງການຊອກຫາເສັ້ນທາງແຫ່ງການປະຕິວັດເກົາຫລີ, ສະຫາຍ ໄດ້ຄິດຄົ້ນແນວຄິດຈຸເຊ ແລະ ໄດ້ນຳພາການຕໍ່ສູ້ປະຕິວັດຕໍ່ຕ້ານຈັກກະພັດຕ່າງດ້າວ ເປັນເວລາເຖິງສອງທົດສະວັດ ພາຍໃຕ້ຄັນທຸງຂອງແນວທາງດັ່ງກ່າວ, ໃນທີ່ສຸດກໍ່ໄດ້ເກີດມີເຫດການປະຫວັດສາດ ແຫ່ງການປົດປ່ອຍປະເທດຊາດ ໃນວັນທີ 15 ສິງຫາ 1945.

ພາຍຫລັງປົດປ່ອຍປະເທດຊາດ, ສະຫາຍ ໄດ້ກັບຄືນສູ່ບ້ານເກີດເມືອງນອນ ແລະ ໄດ້ສ້າງຕັ້ງພັກແຮງງານເກົາຫລີຂຶ້ນໃນທັນທີ, ເຊິ່ງສະຫາຍໄດ້ດຳເນີນການປະຕິຮູບປະຊາທິປະໄຕ, ລວມທັງການປະຕິຮູບທີ່ດິນ, ການຫັນປ່ຽນອຸດສາຫະກຳທີ່ສຳຄັນໃຫ້ເປັນຂອງລັດ, ການບັງຄັບໃຊ້ກົດໝາຍ ວ່າດ້ວຍ ຄວາມສະເໝີພາບທາງເພດ ແລະ ຍັງໄດ້ກໍ່ຕັ້ງກອງກຳລັງປະກອບອາວຸດປະຈຳການ. ໂດຍອີງໃສ່ຜົນສຳ ເລັດດັ່ງກ່າວ, ສະຫາຍ ໄດ້ສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໃນວັນທີ 9 ກັນຍາ 1948. ນອກນັ້ນ, ສະຫາຍ ໄດ້ເຄື່ອນໄຫວປົກປ້ອງສິດອຳນາດອະທິປະໄຕ ແລະ ກຽດສັກສີຂອງ ສປປ ເກົາຫລີ ໃນສົງຄາມເກົາຫລີ ຕ້ານການຮຸກຮານທາງທະຫານຂອງຈັກກະພັດຕ່າງດ້າວ ແຕ່ປີ 1950-1953. ຫລັງຈາກນັ້ນ, ສະຫາຍ ໄດ້ນໍາພາຈັດຕັ້ງປະຕິບັດການຟື້ນຟູຫລັງສົງຄາມ ແລະ ການປະຕິວັດສັງຄົມນິຍົມ ໃຫ້ໄດ້ຮັບໄຊຊະນະ.

ຈາກຜົນງານການເຄື່ອນໄຫວ ຂອງຂະບວນການປະຕິວັດດັ່ງກ່າວ, ສປປ ເກົາຫລີ ຈຶ່ງກາຍເປັນປະເທດສັງຄົມນິຍົມ ທີ່ຮັ່ງມີເຂັ້ມແຂງ, ເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ. ສະຫາຍ ຖືເອົາຄໍາຂວັນທີ່ວ່າ “ປະຊາຊົນແມ່ນພະເຈົ້າຂອງຂ້ອຍ” ເປັນຄຳຂວັນປະຈໍາຊີວິດຂອງສະຫາຍ ແລະ ເເນວທາງການເມືອງ ທີ່ມີຄວາມເຫັນອົກເຫັນໃຈ ໄດ້ເຮັດໃຫ້ລະບົບສັງຄົມນິຍົມທີ່ມີປະຊາຊົນເປັນໃຈກາງ ໄດ້ມີຮາກເລິກຢູ່ໃນ ສປປ ເກົາຫລີ.

ສະຫາຍ ໄດ້ວາງຫລັກການພື້ນຖານ ແລະ ທິດທາງຕ່າງໆ ໃນການທ້ອນໂຮມປະເທດຊາດ, ລວມທັງຫລັກການທ້ອນໂຮມຊາດ 3 ປະການ, ໂຄງການ 10 ຈຸດ ເພື່ອຄວາມເປັນເອກະພາບ ພາຍໃນປະເທດຊາດ ແລະ ແຜນການສ້າງຕັ້ງ ສາທາລະນະລັດ ສະຫະພັນ ປະຊາທິປະໄຕ Koryo, ເຊິ່ງສະ ຫາຍ ໄດ້ສຸມທຸກເຫື່ອແຮງຂອງຕົນ ເພື່ອປະເທດຊາດຈົນເຖິງຊ່ວງເວລາສຸດທ້າຍຂອງຊີວິດ.

ສະຫາຍ ກິມ ອິນ ຊຸງ ໄດ້ໃຫ້ນິຍາມຄວາມເປັນເອກະລາດ, ສັນຕິພາບ ແລະ ມິດຕະພາບ ວ່າ ເປັນອຸດົມການພື້ນຖານຂອງນະໂຍບາຍການຕ່າງປະເທດຂອງ ສປປ ເກົາຫລີ ແລະ ເພີ່ມພູນກຽດສັກສີ ໃນເວທີສາກົນ ຜ່ານການເຄື່ອນໄຫວການຕ່າງປະເທດທີ່ເຕັມໄປດ້ວຍຄວາມຫ້າວຫັນຂອງ ສະຫາຍ. ສະຫາຍ ໄດ້ດຳລົງຕຳແໜ່ງເປັນປະມຸກລັດ ເປັນເວລາເກືອບເຄິ່ງສັດຕະວັດ. ໃນຖານະທີ່ເປັນນັກຮົບເກົ່າ, ສະຫາຍໄດ້ເປີດຍຸກສະໄໝໃໝ່ແຫ່ງຄວາມເປັນເອກະລາດ ແລະ ໄດ້ປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງຂະບວນການບໍ່ຮ່ວມກຸ່ມ ແລະ ຂະບວນການສັງຄົມນິຍົມ.

ສປປ ເກົາຫລີ ໄດ້ມອບນາມມະຍົດມະຫາຈອມພົນ ໃຫ້ແກ່ ສະຫາຍ ກິມ ອິນ ຊຸງ ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 80 ປີ ຂອງສະຫາຍ. ເຖິງວ່າ ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ສປປ ເກົາຫລີ ໄດ້ເຖິງເເກ່ມໍລະນະກໍາ ໃນວັນທີ 8 ກໍລະກົດ 1994 ແລ້ວກໍຕາມ, ແຕ່ສະຫາຍ ຍັງຄົງມີຊີວິດຢູ່ໃນຄວາມຊົງຈໍາ ແລະ ໃນດວງໃຈຂອງປະຊາຊົນ ສປປ ເກົາຫລີ ໃນຖານະທີ່ເປັນບິດາຜູ້ກໍ່ຕັ້ງສັງຄົມນິຍົມເກົາຫລີ, ເປັນຜູ້ບຸກເບີກພາລະກິດຄວາມເປັນເອກະລາດ, ເປັນປະທານປະເທດຕະ ຫລອດການຂອງ ສປປ ເກົາຫລີ ແລະ ເປັນເເສງສະຫວ່າງຊີ້ນໍາທາງຂອງແນວຄິດຈຸເຊ. ແນວຄິດການປະຕິວັດ ແລະ ພາລະກິດ ເພື່ອເອກະລາດຂອງ ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ສປປ ເກົາຫລີ ໄດ້ສືບຕໍ່ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ພາຍໃຕ້ການຊີ້ນຳນຳພາຂອງສະຫາຍ ກິມ ເຈິງ ອິນ ແລະ ສະຫາຍ ກິມ ເຈິງ ອຸນ ຜູ້ນໍາທີ່ຍິ່ງໃຫຍ່, ເຊິ່ງເປັນຜູ້ຊີ້ນໍາຮຸ່ນຕໍ່ໆມາ.

ໃນປັດຈຸບັນ, ພາຍໃຕ້ການຊີ້ນໍານໍາພາຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫ່ຍພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ, ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ຈະຍືນຍົງຕະຫລອດໄປ ແລະ ແຜນການກໍ່ສ້າງສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຂອງສະຫາຍ ກິມ ອິນ ຊຸງ ຈະໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ຢ່າງແນ່ນອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments