Wednesday, October 9, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ເນັ້ນບາງວຽກຈຸດສຸມສ້າງການຫັນປ່ຽນຢ່າງແຂງແຮງໃນຂະແໜງ ຖວທ

ຮອງນາຍົກລັດຖະມົນຕີ ເນັ້ນບາງວຽກຈຸດສຸມສ້າງການຫັນປ່ຽນຢ່າງແຂງແຮງໃນຂະແໜງ ຖວທ

ໃນໂອກາດເຂົ້າຮ່ວມກອງປະຊຸມ ຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ແລະທ່ອງທ່ຽວ(ຖວທ) ໃນວັນທີ 7 ກໍລະກົດ 2023 ນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານປົກຄອງ ວັດທະນະ ທຳ-ສັງຄົມ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນວຽກງານຈຸດສຸມຈໍານວນໜຶ່ງ ແຕ່ນີ້ຫາໄລຍະທ້າຍສະໄໝ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄື ໄລຍະທ້າຍສະໄໝຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານ, ກາຍເປັນຂະບວນການຟົດຟື້ນ ແລະ ເຂົ້າສູ່ຊີວິດການເມືອງຕົວຈິງໃນທົ່ວຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ເນັ້ນວ່າ: ຜົນຂອງການດໍາເນີນຊີວິດການເມືອງເທື່ອນີ້ ຖືເປັນຜົນສໍາເລັດເບື້ອງຕົ້ນ, ເປັນຂໍ້ມູນພື້ນຖານ ທີ່ຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ສຳຫລວດກວດກາຄືນຕົນເອງ ອັນໃດມີຈິງ, ອັນໃດບໍ່ມີ ເພື່ອເປັນເຈົ້າການປັບປຸງແກ້ໄຂໃຫ້ຕົກໄປ ໂດຍມີການໄຈ້ແຍກໃຫ້ຈະແຈ້ງວ່າ ອັນໃດເປັນຄວາມຮັບຜິດຊອບລວມຂອງໝູ່ຄະນະ, ຈຸດສຸມແກ້ໄຂແນວໃດ, ອັນໃດເປັນຄວາມຮັບຜິດຊອບການເມືອງ ແລະ ບັນຫາສ່ວນຕົວຂອງແຕ່ລະສະຫາຍ ຕ້ອງປັບປຸງແກ້ໄຂ (ປ່ຽນແປງ) ໃຫ້ໄດ້. ພ້ອມກັນນີ້, ໃຫ້ມີຄວາມເຂົ້າໃຈຖືກຕ້ອງ ແລະ ເປັນເອກະພາບ ຕໍ່ຜົນຂອງການທາບທາມ ກໍຄື ການປະກອບຄຳຄິດເຫັນ ຕຳນິສົ່ງຂ່າວ ຈາກພະນັກງານຫລັກແຫລ່ງ ທີ່ເຂົ້າຮ່ວມທາບທາມນັ້ນ ຖືວ່າອັນນັ້ນ ແມ່ນການສະແດງເຖິງຄວາມເປັນຫ່ວງເປັນໄຍ ຕໍ່ການນຳພາລວມຂອງຄະນະພັກ ແລະ ແຕ່ລະສະຫາຍໃນຄະນະພັກ, ທັງແມ່ນການປະຕິບັດຫລັກການໃຫ້ຂັ້ນລຸ່ມຕຳນິ, ປະກອບຄຳເຫັນຕໍ່ຂັ້ນເທິງ ແລະ ຫລັກການໃຫ້ມະຫາຊົນເຂົ້າຮ່ວມການປັບປຸງກໍ່ສ້າງພັກ ທັງເປັນການປັບປຸງກໍ່ສ້າງລວມໝູ່ຄະນະພັກ ແລະ ບຸກ ຄົນໃນຄະນະພັກ; ໃຫ້ບັນດາສະຫາຍນຳເອົາຄຳຄິດເຫັນ ທີ່ໝູ່ຄະນະ ແລະ ພະນັກງານຫລັກແຫລ່ງ ທີ່ເຂົ້າ

ຮ່ວມການທາບທາມຄວາມໄວ້ວາງໃຈ ໄດ້ປະກອບຄຳຄິດເຫັນຕໍ່ການນຳພາລວມ ແລະ ຕໍ່ແຕ່ລະສະຫາຍນັ້ນ ໄປຄົ້ນຄ້ວາປັບປຸງບົດນຳພາລວມຂອງຄະນະພັກໃຫ້ເລິກເຊິ່ງຕື່ມ, ສຳລັບການປະກອບຄຳເຫັນຕໍ່ແຕ່ລະສະຫາຍນັ້ນ ກໍໃຫ້ບັນດາສະຫາຍເອົາໄປປັບປຸງແກ້ໄຂ, ອັນໃດບໍ່ຖືກ ຫລື ບໍ່ມີຄວາມຈິງ ກໍເອົາເປັນບົດຮຽນ, ເປັນການເຕືອນໃຫ້ມີສະຕິ ເພື່ອຫລີກເວັ້ນບໍ່ໃຫ້ເກີດຂຶ້ນກັບຕົນເອງ ໃນຕໍ່ໜ້າ; ໃຫ້ບັນດາສະຫາຍສືບຕໍ່ປັບປຸງການນໍາພາ ຂອງຄະນະພັກໃຫ້ມີວິທະຍາສາດ, ແທດເຖິງກັບຕົວຈິງຫລາຍກວ່າເກົ່າ, ນຳພາຢ່າງມີຈຸດສຸມ, ແກ້ໄຂບັນຫາຕ່າງໆໃຫ້ໄວ, ທັນການ, ເຖິງລະດັບ ແລະ ມີຜົນສຳເລັດຢ່າງຂາດຕົວ, ປັບປຸງແບບ ແຜນນຳພາ ແລະ ວິທີເຮັດວຽກ ໃຫ້ຖືກຕ້ອງຕາມຫລັກການນຳພາຂອງພັກ, ທຸກບັນຫາທີ່ໄດ້ວາງອອກ ແລະ ຈັດຕັ້ງນໍາພາປະຕິບັດ ຕ້ອງມີການຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນເປັນປົກກະຕິ ເພື່ອເຫັນໄດ້ອັນທີ່ສຳເລັດ ແລະ ຄົງຄ້າງ ເພື່ອປັບປຸງແກ້ໄຂ ໃຫ້ທັນເວລາ. ພ້ອມນີ້, ຕ້ອງປັບປຸງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ, ຄະນະປະຈຳພັກ ໃຫ້ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ, ເປັນໃຈກາງນຳພາ ເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກພັກ, ພະນັກງານ ໃຫ້ເປັນປຶກແຜ່ນແໜ້ນໜາຍິ່ງຂຶ້ນ, ຄະນະປະຈຳພັກ ຕ້ອງເປັນແບບຢ່າງນໍາໜ້າກວ່າໝູ່, ເປັນຫລັກແຫລ່ງທີ່ແຂງແກ່ນ ເພື່ອນຳພາທົ່ວອົງຄະນະພັກ ສູ້ຊົນປະຕິບັດບັນດາຄາດໝາຍທີ່ກຳນົດໄວ້ ໃນມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ສືບຕໍ່ຕິດຕາມ, ເກັບກຳສະພາບການເມືອງແນວຄິດຂອງສະມາຊິກພັກ, ພະນັກງານ ທັງສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງ.

ໃນນັ້ນ, ໃຫ້ຖືເອົາວຽກງານການເມືອງແນວຄິດ “ເປັນຄືສະໜາມຮົບໜຶ່ງ” ໂດຍເລີ່ມຈາກຫັນປ່ຽນດ້ານທັດສະນະ, ແນວຄິດ ດ້ວຍການຫັນວິທີຄິດແບບເກົ່າ ໄປສູ່ການປະດິດສ້າງໃໝ່, ແຂ່ງຂັນກັນພັດທະນາຢູ່ໃນຕົວບຸກຄົນ ແລະ ໝູ່ຄະນະ, ສ້າງແນວຄິດຕໍ່ສູ້ປົກປ້ອງແນວທາງຂອງພັກ, ເປັນເຈົ້າການຕອບໂຕ້ຕໍ່ບັນດາຖ້ອຍທໍານອງບິດເບືອນ, ການໂຄສະນາທັບຖົມໂຈມຕີຂອງ ອິດທິກຳລັງປໍລະປັກ ໂດຍສະເພາະ ແມ່ນທາງສື່ສັງຄົມອອນລາຍ, ຕ້ານແນວຄິດເອື່ອຍອີງ, ແນວຄິດຄອງຄອຍ, ຮັກສາເດີມ, ອາດຍາສິດ ທັງໃຫ້ຮູ້ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ, ຂໍ້ຄົງຄ້າງຕ່າງໆໃຫ້ທັນການ. ນອກຈາກນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງເນັ້ນໃຫ້ ສືບຕໍ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ໂດຍກໍານົດພາລະບົດບາດ, ຕຳແໜ່ງງານ, ແຜນກໍ່ສ້າງພະນັກງານຂອງການຈັດຕັ້ງແຕ່ລະຂັ້ນໃຫ້ຈະແຈ້ງຊັດເຈນ ແລະ ແທດຕົວຈິງ ທັງຮັບປະກັນໂຄງປະກອບດ້ານອາຍຸ, ເພດ, ເຜົ່າ, ຕາມທິດກະທັດຮັດ ແລະ ມີປະສິດທິພາບ, ກົງຈັກແຕ່ລະຂັ້ນຕ້ອງຮັບຜິດຊອບຫລາຍວຽກງານ ແລະ ບຸກຄົນ ຕ້ອງເຮັດວຽກຫລາຍໜ້າທີ່, ທັງຮັບປະກັນບໍ່ໃຫ້ມີການຊໍ້າຊ້ອນ, ມີການຕິດຕາມກວດກາການປະຕິບັດໜ້າທີ່ວິຊາສະເພາະຂອງພະ ນັກງານ ເປັນປົກກະຕິ; ການປັບປຸງການຈັດຕັ້ງ ໃຫ້ດໍາເນີນໄປຄຽງຄູ່ກັບການແກ້ໄຂປະກົດການຫຍໍ້ທໍ້ໃນກົມກອງ. ໃນນັ້ນ ໃຫ້ເອົາໃຈໃສ່ສ້າງ, ປັບປຸງນິຕິກຳທີ່ກ່ຽວຂ້ອງກັບລະບອບ, ລະບຽບການ, ກົນໄກກວດກາ-ຄຸ້ມຄອງ ການປະຕິບັດໜ້າທີ່ຂອງພະນັກງານແຕ່ລະຂັ້ນໃຫ້ຮັດກຸມ ເພື່ອເປັນເງື່ອນໄຂ, ບ່ອນອີງໃຫ້ພະນັກງານປັບປຸງຕົນເອງ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຮັບປະກັນປົກປ້ອງພະນັກງານທີ່ກ້າຄິດ, ກ້າເຮັດ ເພື່ອຜົນປະໂຫຍດລວມ ພ້ອມນັ້ນ, ກໍຕ້ອງເດັດຂາດ ແກ້ໄຂສະມາຊິກພັກ ທີ່ເສຍທາດຂາດຄຸນ, ຂາດສະຕິຮັບຜິດຊອບຕໍ່ໜ້າທີ່, ຂາດຄວາມເປັນແບບຢ່າງໃນການດຳລົງຊີວິດ, ລະເມີດວິໄນພັກ

ແລະ ກົດໝາຍຂອງລັດ ອອກຈາກການຈັດຕັ້ງ ດ້ວຍມາດຕະການຕົວຈິງຢ່າງເດັດຂາດ ແລະ ທັນການ; ເອົາໃຈໃສ່ດຳເນີນການຕິດຕາມກວດກາ (ການກວດກາລະຫວ່າງຂັ້ນເທິງ ກັບຂັ້ນລຸ່ມ, ການຈັດຕັ້ງ ຕໍ່ບຸກຄົນ ແລະ ກວດກາຕາມຂະແໜງການ) ໃຫ້ເປັນປົກກະຕິ, ເຂັ້ມງວດ, ການແກ້ໄຂຜົນຂອງການກວດກາ ຕ້ອງທັນການ, ເດັດຂາດ ແລະ ສັກສິດ; ປະກົດການຫຍໍ້ທໍ້ໃນກົງຈັກ, ຖັນແຖວສະມາຊິກພັກ, ພະນັກງານ ຕ້ອງແກ້ໄຂຢ່າງເຖິງຖອງ. ສຳລັບວຽກງານຖະແຫລງຂ່າວ-ສື່ມວນຊົນ ແລະ ວຽກງານທ່ອງທ່ຽວແມ່ນໃຫ້ ບັນດາສະຫາຍສືບຕໍ່ປະຕິບັດໜ້າທີ່ຕາມພາລະບົດບາດ ໃຫ້ມີປະສິດທິຜົນ ແລະ ນໍາຜົນປະ

ໂຫຍດມາສູ່ປະເທດຊາດ ແລະ ເຊື່ອໝັ້ນວ່າ ບັນດາສະຫາຍ ຈະພ້ອມກັນສືບຕໍ່ເສີມຂະຫຍາຍຈຸດດີ ກໍຄື ດ້ານຕັ້ງໜ້າຂອງຕົນ ແລະ ເປັນເຈົ້າການປັບປຸງແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງຂອງຕົນ ໃຫ້ມີການຫັນປ່ຽນດີ

ຂຶ້ນຕື່ມ, ຕັ້ງໜ້າບຸກບືນເຮັດແທ້ທໍາຈິງ ລົງເຖິງກົມກອງຮາກຖານ ເພື່ອນຳພາ, ແນະນໍາ ໃຫ້ບັນດາ

ການຈັດຕັ້ງຢູ່ຮາກຖານ ມີການພັດທະນາຕົນເອງດີຂຶ້ນ ແລະ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ມະນີທອນ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments