Wednesday, October 9, 2024
Homeຂ່າວພາຍໃນເມືອງສີໂຄດຕະບອງ ເປີດຂະບວນອະນາໄມທຳລາຍແຫລ່ງເພາະພັນໜອນນໍ້າ-ຍຸງລາຍ

ເມືອງສີໂຄດຕະບອງ ເປີດຂະບວນອະນາໄມທຳລາຍແຫລ່ງເພາະພັນໜອນນໍ້າ-ຍຸງລາຍ

ການນຳ ແລະ ພາກສ່ວນທີ່ກ່ຽວຂ້ອງເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເປີດຂະບວນການອະນາໄມທຳລາຍແຫລ່ງເພາະພັນໜອນນໍ້າຍຸງລາຍ ທີ່ວັດທົ່ງປົ່ງ ໃນວັນທີ 8 ກໍລະກົດ 2023, ຕາມການລາຍງານການລະບາດຂອງພະຍາດໄຂ້ຍຸງລາຍທົ່ວເມືອງສີໂຄດຕະບອງໃຫ້ຮູ້ວ່າເລີມແຕ່ຕົ້ນປີ 2023 ຈົນມາຮອດວັນທີ 4 ກໍລະກົດ 2023 ມີກໍລະນີຕິດເຊື້ອທັງໜົດ 125 ກໍລະນີ ແລະ ບໍ່ມີກໍລະນີເສຍຊິວິດ.

ເຂົ້າຮ່ວມໃນຂະບວນຄັ້ງນີ້, ມີ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ທະວີໄຊ ເໜົາຊົມພູ ເຈົ້າເມືອງສີໂຄດຕະບອງ, ທ່ານ ນາງ ອຳພອຍ ສີອັກຄະວົງ ຮອງປະທານສະພານະຄອນຫລວງວຽງຈັນ, ມີ ຫົວໜ້າຫ້ອງການ , ກົມ, ພະແນກສາທາລະນະສູກນະຄອນຫລວງວຽງຈັນ, ສູນ, ນາຍບ້ານ 60 ບ້ານ ທົ່ວເມືອງສີໂຄດ, ອສບ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ໃນພິທີ, ທ່ານລັດຖະມົນຕີກະຊວງສາທາລະນະສຸກໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຕິດຕາມຊຸກຍູ້ຢ່າງໃກ້ຊິດຕໍ່ວຽກງານສະກັດກັ້ນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍໂດຍການປະຕິບັດ 5ປ ເປັນຫລັກ, ພ້ອມທັງຝາກເຖິງພໍ່ແມ່ປະຊາຊົນວ່າ ເວລາເປັນໄຂ້, ບໍ່ສະບາຍໃຫ້ຮີບໄປກວດ ແລະ ປິ່ນປົວຢູ່ໂຮງໜໍລັດໃກ້ບ້ານ, ຫ້າມບໍ່ໃຫ້ໄປກວດ ແລະ ປິ່ນປົວຕາມຫ້ອງກວດພະຍາດເອກະຊົນ ຫລື ປິ່ນປົວດ້ວຍຕົນເອງ ຫລື ປິ່ນປົວຄົນໃນຄອບຄົວຕາມລຳພັງ ເພາະອາດຈະພາໃຫ້ມີອາການສົນ ແລະ ອາດຈະເສຍຊິວິດໄດ້.

ຂ່າວ-ພາບ: ສູນຂ່າວສານການແພດສຸຂະສຶກສາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments