Tuesday, October 8, 2024
Homeຂ່າວຕ່າງປະເທດສປ ຈີນ ສ້າງໂຮງງານຜະລິດໝໍ້ໄຟລົດໄຟຟ້າໃນໄທ

ສປ ຈີນ ສ້າງໂຮງງານຜະລິດໝໍ້ໄຟລົດໄຟຟ້າໃນໄທ

ສຳນັກ​ຂ່າວ​ ຊິນ​ຮວາ ​ຂອງ ສປ ຈີນ,​ເອສວີ​ໂອ​ເອລທີ(SVOLT)​ແມ່ນ​ໜຶ່ງ ໃນຜູ້ຜະລິດ ໝໍ້ໄຟ ​ແຫ່ງ​ໃຫຍ່​ຂອງ ສປ ຈີນ ຈັດພິທີ ວາງສີລາລຶກ ກໍ່ສ້າງ​ ໂຮງງານ ຜະລິດ​ ໝໍ້​ໄຟ​ ລົດ​ໄຟຟ້າ ​ໄລຍະທຳອິດ ໃນອາຊີ ຕາເວັນ ອອກສຽງໃຕ້ ທີ່​ແຂວງ​ ຊົນ​ບູລີ ຂອງ​ໄທ ​ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍ​ມີ​ ເປົ້າ​ໝາຍ ​ໄປ​ສູ່​ຕະຫລາດ ​ລົດ​ໄຟຟ້າທີ່ພວມ​ເຕີບ​ໂຕ​ ຢ່າງ​ວ່ອງ​ໄວ ​ໃນ​ພາກ​ພື້ນ​​ແຫ່ງນີ້.ການ​ໄຫລ​ເຂົ້າ​ ຂອງ​ບໍ​ລິ​ສັດ​ຈີນ​ເປັນຜົນມາຈາກ ຫລາຍນະໂຍບາຍ ສະໜັບ ສະໜູນ ຂອງລັດຖະບານໄທທີ່ໄດ້ວາງເປົ້າໝາຍ ໄວ້ວ່າ 30% ຂອງຍານພາຫະນະ ທັງໝົດ ທີ່ຜະລິດ ຢູ່ໄທ ​ເປັນ​ລົດ ໄຟຟ້າ ພາຍໃນປີ 2030. ​ໂດຍໄທ ປະຕິບັດ ມາດຕະການຕ່າງໆ ທີ່ກະຕຸ້ນ ການລົງທຶນ ດ້ານອຸດສາຫະກຳ ລົດໄຟຟ້າ ທັງໝົດ​ເພື່ອ​ຊຸກຍູ້ ​ການ​ແຂ່ງຂັນ​ ໃນ​ພາກ​ພື້ນ​ ອາຊີ​ ຕາ​ເວັນ​ອອກ ສຽງ​ໃຕ້./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments