Tuesday, October 8, 2024
Homeແຈ້ງການສໍາຄັນເກີດແຜ່ນດິນໄຫວ ມີຄວາມແຮງສັ່ນສະເທືອນ 2.4 ຣີກເຕີ ຢູ່ແຂວງໄຊຍະບູລີ

ເກີດແຜ່ນດິນໄຫວ ມີຄວາມແຮງສັ່ນສະເທືອນ 2.4 ຣີກເຕີ ຢູ່ແຂວງໄຊຍະບູລີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານວ່າ ໃນວັນທີ 10 ກໍລະກົດ 2023 ເວລາ 06:21 ໂມງ ໄດ້ພົບສັນຍານການເກີດ ແຜ່ນດິນໄຫວພາຍໃນປະເທດລາວ 01 ຄັ້ງ.

ໃນບໍລິເວນແຂວງໄຊຍະບູລີ ຈຸດສູນກາງເສັ້ນຂະໜານທີ 19.543 ອົງສາເໜືອ ແລະ ເສັ້ນແວງທີ 101.334 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 03 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ຫ່າງຈາກເທດສະບານເມືອງ ປະມານ 14 ກິໂລແມັດ. ເຫດການແຜ່ນດິນໄຫວຍັງບໍ່ມີລາຍງານຜົນເສຍຫາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments