Monday, October 7, 2024
Homeຂ່າວພາຍໃນທຸກຄົນຕ້ອງເປັນເຈົ້າການໃນການຈົດທະບຽນພົນລະເມືອງໃຫ້ຖືກຕ້ອງຕາມກົດໝາຍ

ທຸກຄົນຕ້ອງເປັນເຈົ້າການໃນການຈົດທະບຽນພົນລະເມືອງໃຫ້ຖືກຕ້ອງຕາມກົດໝາຍ

ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ຈັດກອງປະຊຸມເຜີຍແຜ່ກ່ຽວກັບການໂຄສະນາສື່ສານວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເພື່ອເປັນເອກະພາບກັນທາງດ້ານການໂຄສະນາຜ່ານສື່ ວັນທີ 6 ກໍລະກົດ 2023 ຢູ່ເມືອງວຽງຄຳ ແຂວງວຽງຈັນ ມີທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ທ່ານ ນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ລີວົງ ລາວລີ ກ່າວວ່າ ການຈົດທະບຽນພົນລະເມືອງ ມີຄວາມສຳຄັນສຳລັບທຸກຄົນເພາະວ່າເປັນການບັກທຶກເຫດຫານສຳຄັນໃນຊີວິດ ສະນັ້ນລັດຖະບານຈຶ່ງໄດ້ກຳນົດວິໄສທັດຮອດປີ 2030 ພົນລະເມືອງລາວທຸກຄົນ ຈະໄດ້ຊົມໃຊ້ການບໍລິການຂອງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງຢ່າງທົ່ວເຖິງ ແລະ ມີປະສິດທິພາບ ເຊິ່ງເປັນການເອື້ອອຳນວຍຄວາມສະດວກໃຫ້ແກ່ການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະເມືອງ ສະໜັບສະໜູນການປົກຄອງທີ່ດີ ດັ່ງນັ້ນເພື່ອບັນລຸວິໄສທັດດັ່ງກ່າວຈຶ່ງໄດ້ກຳນົດ 3 ເປົ້າໝາຍ ແລະ ຄາດໝາຍສູ້ຊົນຄືການຈົດທະບຽນການເກີດ ການເສຍຊີວິດ ແລະ ເຫດການອື່ນໆ ທີ່ສຳຄັນ ໃນຊີວິດຂອງພົນລະເມືອງຢ່າງທົ່ວເຖິງ ແລະ ມີປະສິດທິພາບທຸກຄົນໄດ້ຮັບເອກະສານທາງກົດໝາຍຈາກການຈົດທະບຽນການເກີດ ການເສຍຊີວິດ ແລະ ເຫດການອື່ນໆ ທີ່ສຳຄັນໃນຊີວິດທີ່ຈຳເປັນເພື່ອລະບຸຕົວຕົນສະຖານະພາບການເປັນພົນລະເມືອງການປະຕິບັດສິດຕ່າງໆ ສະຖິຕິທີ່ຖືກຕ້ອງສົມບູນ ແລະ ພົນລະເມືອງລວມເຖິງສາເຫດຂອງການເສຍຊີວິດ ເຊິ່ງອີງໃສ່ການບັນທຶກຈົດທະບຽນໄດ້ຮັບການຜະລິດ ແລະ ເຜີຍແຜ່ທ່ວງທັນກັບເວລາກ່ຽວກັບເຫດການສໍາຄັນໃນຊີວິດຂອງພ້ອມກັນນັ້ນກໍໄດ້ວາງຄາດໝາຍສູ້ຊົນເພື່ອບັນລຸໄດ້ຄຳໝັ້ນສັນຍາຂອງ ສປປ ລາວ ຕໍ່ສາກົນຮອດປີ 2024 ສປປ ລາວ ຈະສູ້ຊົນໃຫ້ພົນລະເມືອງ ແລະ ເດັກເກີດໃໝ່ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການຢ່າງໜ້ອຍໃຫ້ໄດ້ 70% ແລະ ອອກໃບຢັ້ງຢືນການເສຍຊີວິດໃຫ້ໄດ້ 60%.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງການນຳສະເໜີແຜນງານໂຄສະນາສື່ສານ ກ່ຽວກັບວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ບັນດາເຄື່ອງມືໂຄສະນາສື່ສານວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນຕົ້ນແຜ່ນພັບ ໂປສເຕີ ບົດສົນທະນາສັ້ນທາງວິທະຍຸ ວິດີໂອຄລິບທາງໂທລະພາບ ເພື່ອໃຫ້ມີຄວາມຮັບຮູ້ ເຂົ້າໃຈໃນການໂຄສະນາສື່ສານສ້າງໃຫ້ປະຊາຊົນມີຄວາມຮັບຮູ້ ຄວາມເຂົ້າໃຈ ຄວາມຕື່ນຕົວເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ເພື່ອຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າເຂົ້າເຖິງສິດ ແລະ ຜົນປະໂຫຍດຂອງຕົນທາງດ້ານກົດໝາຍ ການບໍລິການຂອງພາກລັດຕາມລະບຽບກົດໝາຍກໍານົດໄວ້.

#VientianeMai

#ONH

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments