Monday, October 7, 2024
Homeສຶກສາ20 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນເຕັກໂນໂລຊີສຸດສະກະ

20 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນເຕັກໂນໂລຊີສຸດສະກະ

ສະຖາບັນເຕັກໂນໂລຊີສຸດສະກະຈັດງານສະເຫຼີມສະຫຼອງຄົບຮອບ 20 ປີ ແລະ ສະຫຼຸບຜົນການສຶກສາສົກຮຽນ 2022-2023 ໃນວັນທີ 5 ກໍລະກົດ 2023 ທີ່ໂຮງແຮມແລກມາກ ເປັນກຽດເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີກະຊວງ ສສກ ພ້ອມດ້ວຍຜູ້ອຳນວຍການ ຮອງອຳນວຍການນັກສຶກສາ ແລະ ແຂກຖືກເຊີນ.

ທ່ານ ນາງ ວັນຄຳ ສຸລິຍາ ຜູອຳນວຍການສະຖາບັນເຕັກໂນໂລຊີສຸດສະກະ ກ່າວວ່າ: ສະຖາບັນເຕັກໂນໂລຊີສຸດສະກະສ້າງຕັ້ງຂຶ້ນໃນປີ 2003 ມີເປົ້າໝາຍໃນການປະກອບສ່ວນເຂົ້າໃນການພັດທະນາຊັບພະ ຍາກອນມະນຸດໃນ ສປປ ລາວ ດໍາເນີນການຮຽນ-ການສອນ ໂດຍອີງໃສ່ແນວຄິດທີ່ບໍ່ຫວັງຜົນກຳໄລສູງສຸດ ສະໜອງການສຶກສາທີ່ມີຄຸນນະພາບໃຫ້ແກ່ນັກສຶກສາໃນຕົ້ນທຶນທີ່ສົມເຫດສົມຜົນ ເບື້ອງຕົ້ນມີຊື່ວ່າ ວິທະ ຍາໄລສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຢີ ເລີ່ມດຳເນີນການຮຽນ-ການສອນ ແຕ່ ສົກຮຽນ 2003-2004 ເປັນຕົ້ນມາ ເລີ່ມຕົ້ນມີຫຼັກສູດປະລິນຍາຕີສາຂາບໍລິຫານທຸລະກິດ ແລະ ຫຼັກສູດ ຊັ້ນສູງສາຂາວິທະຍາສາດຄອມພິວເຕີ ຕະຫຼອດໄລຍະ 20 ປີສະຖາບັນເຕັກໂນໂລຊີສຸດສະກະໄດ້ສ້າງນັກສຶກສາທີ່ຈົບອອກໄປແລ້ວ 2.159 ຄົນ ຍິງ 575 ຄົນ ໃນນີ້ ສາຂາວິທະຍາສາດຄອມພິວເຕີ 1.694 ຄົນ ຍິງ 277 ຄົນ ສາຂາບໍລິຫານທຸລະກິດ 191 ຄົນ ຍິງ 119 ຄົນ ສາຂາການເງິນ-ການທະນາຄານ 158 ຄົນ ຍິງ 123 ຄົນ ແລະ ສາຂານິເທດສາດ 116 ຄົນ ຍິງ 56 ຄົນ ພ້ອມກັນນັ້ນກໍໄດ້ມີການພັດທະນາໃນດ້ານຕ່າງໆຕະຫຼອດມາ ເປັນຕົ້ນອາຄານຮຽນ ຫຼັກສູດການຮຽນ-ການສອນ ຈາກເບື້ອງຕົ້ນມີພຽງແຕ່ 2 ຫຼັກສູດຄື: ປະລິນຍາຕີສາຂາບໍລິຫານທຸລະກິດ ແລະ ຫຼັກສູດຊັ້ນສູງສາຂາຄອມພິວເຕິ ປັດຈຸບັນມີ 5 ສາຂາວິຊາຄື: ສາຂາວິຊາການສ້າງໂປຣແກຣມຄອມພິວເຕີ ສາຂາວິຊາການສື່ສານຂໍ້ມູນ ແລະ ລະບົບເຄືອຂ່າຍຄອມພິວເຕີ ສາຂາວິຊາການເງິນ-ການທະນາຄານ (ເຕັກໂນໂລຊີການເງິນ) ສາຂາວິຊາເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດ ແລະ ສາຂາວິຊານີເທດສາດ ແລະ ຫຼັກສູດຕໍ່ເນື່ອງປະລິນຍາຕີໃນ 3 ສາຂາ ປະກອບມີ ສາຂາວິຊາການສ້າງໂປຣແກຣມຄອມພິວເຕີ ສາຂາວິຊາການເງິນ-ການທະນາຄານ (ເຕັກໂນໂລຊີການເງິນ) ແລະ ສາຂາວິຊານິເທດສາດ.

ໂອກາດນີ້ທ່ານລັດຖະມົນຕີໄດ້ມອບໃບປະກາສະນີຍະບັດໃຫ້ນັກສຶກສາທີ່ຈົບໃໝ່ໃນສົກຮຽນ 2022-2023 ຫຼັກສູດຊັ້ນສູງ 37 ຄົນ ຍິງ 7 ຄົນ ໃນ 2 ສາຂາວິຊາຄື ວິທະຍາສາດຄອມພິວເຕີ ແລະ ບໍລິຫານທຸລະກິດ.

#VientianeMai

#onh

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments