Monday, October 7, 2024
Homeຂ່າວພາຍໃນຕີລາຄາຄືນ 9 ແຜນງານ 51 ໂຄງການຂອງຄະນະບໍລິຫານງານພັກ ສູນກາງສະຫະພັນກໍາມະບານລາວ

ຕີລາຄາຄືນ 9 ແຜນງານ 51 ໂຄງການຂອງຄະນະບໍລິຫານງານພັກ ສູນກາງສະຫະພັນກໍາມະບານລາວ

ກອງປະຊຸມຄົບຄະນະກາງສະໄໝ ຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ ສະ ໄໝທີ IV ໄດ້ດຳເນີນຂຶ້ນໃນວັນທີ 5 ກໍລະກົດ 2023 ເປັນກຽດເຂົ້າຮ່ວມໂດຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະພັກ ສູນກາງສະຫະພັນກຳມະບານລາວ ມີສະຫາຍຄະນະພັກ ເລຂາໜ່ວຍພັກ ຮອງເລຂາໜ່ວຍພັກກົມ ຫ້ອງການ ສະຖາບັນພັດທະນາກໍາມະບານລາວ ແລະ ແຂກຮັບເຊີນຈາກຄະນະຈັດຕັ້ງສູນກາງພັກ ຄະນະກວດກາສູນກາງພັກ ພ້ອມດ້ວຍຄະນະກົມເຂົ້າຮ່ວມ.

ໃນວາລະກອງປະຊຸມ ຈະໄດ້ດຳເນີນ 3 ຫົວຂໍ້ ຄື: ກອງປະຊຸມ ທາບທາມຄວາມໄວ້ວາງໃຈ ຂອງຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານກາງສະໄໝ ສູນກາງສະຫະພັນກຳມະບານລາວ ຄັ້ງທີ IV ແລະ ກອງປະຊຸມພາຍໃນຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ ແລະ ສະຫຼຸບຕີລາຄາຄືນຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ກາງສະໄໝ ແລະ ກຳນົດທິດທາງຈຸດສຸມໃຫ້ສໍາເລັດໃນທ້າຍສະໄໝ ພ້ອມດຽວກັນນັ້ນ ກໍຈະໄດ້ດໍາເນີນຊີວິດການເມືອງ ສໍາຫຼວດການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ ຕາມທິດສ້າງການຫັນ ປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະຮອບດ້ານໃນວຽກງານຂອງພັກ ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທໍາ.

ເປັນຕົ້ນ ຮ່າງບົດສະຫຼຸບຕີລາຄາຄືນຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ກາງສະໄໝ ແລະ ກຳນົດທິດທາງຈຸດສຸມໃຫ້ສໍາເລັດໃນທ້າຍສະໄໝ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ IV ປະກອບມີ 9 ແຜນງານ 51 ໂຄງການ ຮ່າງບົດສໍາຫຼວດການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ສູນກາງສະຫະພັນກໍາມະບານລາວ ແລະ ທາບທາມຄວາມໄວ້ວາງໃຈຕໍ່ຄະນະບໍລິຫານງານພັກ ສູນກາງສະຫະພັນກໍາມະບານລາວ.

#VientianeMai

#BM

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments