Monday, October 7, 2024
Homeຂ່າວຕ່າງປະເທດຣັດເຊຍ ກຽມເພີ່ມຄ່າຈ້າງຂັ້ນຕ່ຳ 18,5% ໃນປີ 2024

ຣັດເຊຍ ກຽມເພີ່ມຄ່າຈ້າງຂັ້ນຕ່ຳ 18,5% ໃນປີ 2024

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກໍລະກົດ ຜ່ານມາ, ຮ່າງກົດໝາຍທີ່ຖືກຍື່ນ ເພື່ອການອະພິປາຍໃນລະບົບສູນກາງຮ່າງຂໍ້ບັງຄັບຂອງຣັດເຊຍລະບຸວ່າ: ຣັດເຊຍກຽມຂຶ້ນຄ່າຈ້າງຂັ້ນຕ່ຳ 18,5% ໃນປີ 2024.

ປັດຈຸບັນ, ຣັດເຊຍກຳນົດອັດຕາຄ່າຈ້າງຂັ້ນຕໍ່າຢູ່ທີ່ 16.242 ຣູເບິນຕໍ່ເດືອນ ໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງຣັດເຊຍ ໄດ້ຮ່າງກົດໝາຍປັບເພີ່ມອັດຕາຄ່າຈ້າງເປັນ 19.242 ຣູເບິນ ຊຶ່ງເລີ່ມວັນທີ 1 ມັງກອນ 2024 ຊຶ່ງຈະມີຜົນຕໍ່ຄ່າຈ້າງຂອງຄົນຣັດເຊຍ ລວມ 4,8 ລ້ານຄົນ. ນອກຈາກນັ້ນ, ກະຊວງແຮງງານ ແລະ ສະຫວັດດີການຂອງຣັດເຊຍໄດ້ສະເໜີໃຫ້ປ່ຽນວິຖີການຄຳນວນອັດຕາຄ່າຈ້າງຂັ້ນຕ່ຳຕັ້ງແຕ່ປີ 2025 ຂະນະທີ່ການຄຳນວນອັດຕາໃນປັດຈຸບັນຢູ່ທີ່ 42% ຂອງຄ່າເງິນເດືອນພື້ນຖານໃນປະເທດ ໂດຍຂໍ້ສະເໜີຈະປັບເພີ່ມອັດຕາສ່ວນນີ້ໃຫ້ສູງກວ່າ 48%.

ອີກຢ່າງໜຶ່ງ, ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວໃນເດືອນຜ່ານມາວ່າ: ຄ່າຈ້າງຂັ້ນຕ່ຳໃນປະເທດຄວນປັບເພີ່ມຢ່າງນ້ອຍສອງເທົ່າພາຍໃນປີ 2030.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments