Sunday, October 6, 2024
Homeຂ່າວພາຍໃນໜຶ່ຶງແລວໜຶ່ງເສັ້ນທາງ” ນຳເອົາຜົນປະໂຫຍດມາໃຫ້ ສປປ ລາວ

ໜຶ່ຶງແລວໜຶ່ງເສັ້ນທາງ” ນຳເອົາຜົນປະໂຫຍດມາໃຫ້ ສປປ ລາວ

ສະຖາບັນອຸດສາຫະກຳ ແລະ ການຄ້າ (ສອຄ) ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ມະຫາວິທະຍາໄລເຢີນມິນ ສະຖາບັນຄົ້ນຄວ້າການເງິນ ເມືອງຈົງຢາງ ສ​ປ ຈີນ ໄດ້ຈັດກອງປະຊຸມຄົບຮອບ 10 ປີ ແຫ່ງການສ້າງ “ໜຶ່ຶງແລວໜຶ່ງເສັ້ນທາງ” ແລະ ເວທີປາໄສສາກົນຂອງການຮ່ວມມື ລາວ-ຈີນ ຂຶ້ນເມື່ອວັນທີ 5 ກໍລະກົດ ນີ້ ທີ່ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີພາກສ່ວນທີ່ກ່ຽວຂ້ອງທັງ ລາວ-ຈີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງ 10 ປີ ແຫ່ງການສ້າງ “ໜຶ່ຶງແລວ ໜຶ່ງເສັ້ນທາງ” ທັງເປັນການນຳສະເໜີບົດຄົ້ນຄວ້າລະຫວ່າງສອງສະຖາບັນໂດຍນັກຄົ້ນຄວ້າຈີີນໄດ້ນຳເອົາບົດຄົ້ນຄວ້າກ່ຽວກັບ “ໜຶ່ຶງແລວໜຶ່ງເສັ້ນທາງ” ມາ​ນຳ​ສະ​ເໜີ ສຳລັບ ສປປ ລາວ ໄດ້ນຳເອົາແນວຄວາມຄິດກ່ຽວກັບຜົນປະໂຫຍດຂອງການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ທີ່ຕິດພັນກັບ “ໜຶ່ຶງແລວໜຶ່ງເສັ້ນທາງ” ມານຳສະເໜີ, ກອງປະຊຸມຄັ້ງນີ້ຍັງຖືວ່າເປັນກອງປະຊຸມວິຊາການຂອງສອງສະຖາບັນດັ່ງກ່າວທີ່ໄດ້ພົບປະ,ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ແນວຄິດລິເລີ່ມຂອງ ທ່ານ ສີ ຈິ້ນຜິງ ກໍຄືຂອງລັດຖະບານ ສປ ຈີນ ກ່ຽວກັບ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼື ວ່າການສ້າງຄູ່ຮ່ວມຊາຕາກຳຂອງມວນມະນຸດອັນນີ້ແມ່ນເປັນຄວາມຄິດຂອງຜູ້ນຳ ທີ່ມີຄວາມຮັບຜິດຊອບເພາະວ່າມະນຸດເຮົາມີຄວາມມຸ່ງຫວັງຢາກຢູ່ດີກິນດີ, ຢາກຢູ່ໃນສັນຕິພາບ, ສະນັ້ນ ຈຶ່ງສ້າງຊະຕາກຳຮ່ວມກັນ, ອັນນີ້ແມ່ນເປົ້າໝາຍຂອງ ທ່ານ ສີ ຈິ້ນຜິງ ເພື່ອເຮັດໃຫ້ປະເທດໃນໂລກມີການພັດທະນາເພື່ອໃຫ້ພວກເຮົາຢູ່ດີກິນດີ ຊຶ່ງໄດ້ມີ 150 ກວ່າປະເທດໄດ້ມາເປັນພາຄີຂອງໜຶ່ງແລວໜຶ່ງເສັ້ນທາງ.

ທ່ານກ່າວຕື່ມວ່າ: “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ທ່ານ ສີ ຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມແມ່ນໄດ້ນຳເອົາຜົນປະໂຫຍດມາໃຫ້ ສປປ ລາວ ຫຼາຍດ້ານ ຊຶ່ງອັນໃຫຍ່ທີ່ສຸດແມ່ນເຮັດໃຫ້ການພົວພັນລາວ-ຈີນຮອບດ້ານ ແລະ ໄດ້ກ້າວໄປສູ່ຄຸນນະພາບໃໝ່ ສາມາດເວົ້າໄດ້ວ່່າການພົວພັນລາວ-ຈີນໃນປັດຈຸບັນນີ້ແມ່ນດີກວ່າທຸກສະໄໝທີ່ຜ່ານມາ, ມີຄວາມເຊື່ອໝັ້ນຊຶ່ງ​ກັນ ແລະ ກັນທາງດ້ານການເມືອງຢ່າງເລິກເຊິ່ງ, ການຮ່ວມມືທາງດ້ານເສດຖະກິດກໍຂະຫຍາຍຕົວສູງບົນຫຼັກການຕ່າງຝ່າຍ​ຕ່າງໄດ້ຮັບຜົນປະໂຫຍດ ຕົວຢ່າງ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ອື່ນໆ, ໃນນັ້ນລັດຖະບານຈີນຍັງໄດ້ຊຸກຍູ້ສະໜັບສະໜູນໃຫ້ຫົວໜ່ວຍທຸລະກິດຈີນທັງພາກລັດ ແລະ ເອກກະຊົນມາລົງທຶນຢູ່ປະເທດລາວ, ສະນັ້ນ ການລົງທຶນຂອງຈີນຢູ່ ສປປ ລາວ ຈຶ່ງເພີ່ມຂຶ້ນເລື້ອຍໆ ສະແດງອອກໃນການມາລົງທຶນໃນເຂດເສດຖະກິດພິເສດຢູ່ຫຼາຍແຂວງຂອງລາວ, ນອກຈາກນັ້ນຍັງມີທາງດ້ານພະລັງງານ-ບໍ່ແຮ່ ແລະ ກະສິກຳ, ໃນຂະດຽວກັນດ້ານກະສິກຳໄດ້ເຮັດໃຫ້ປະຊາຊົນຢູ່ທາງພາກເໜືອຂອງລາວມີລາຍຮັບເພີ່ມຂຶ້ນ, ນອກຈາກທາງລົດໄຟແລ້ວ ຍັງມີທາງດ່ວນວຽງຈັນ-ວັງວຽງແຂວງວຽງຈັນ ໃນນັ້ນຍັງມີແຜນການສ້າງທາງດ່ວນອຸດົມໄຊ ຫາ ບໍ່ເຕ່ນ ແລະ ບໍ່ເຕ່ນ ຫາ ຫ້ວຍຊາຍ, ນອກຈາກຂົງເຂດພື້ນຖານໂຄງລ່າງແລ້ວໃນຂົງເຂດການສຶກສາ ລາວ-ຈີນ ກໍໄດ້ມີການພົວພັນຮ່ວມມືກັນເປັນຢ່າງດີ ແລະ ອື່ນໆ.

(ຂ່າວ-ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments