ສະຫະພັນກຳມະບານ ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບຜົນງານ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂຶ້ນເມື່ອວັນທີ 10 ມີຖຸນາ ນີ້ ທີ່ຫ້ອງປະຊຸມດອກບົວບານ ທຳນຽມປະທານປະເທດ ຊຶ່ງມີ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການ ສຳນັກງານປະທານປະເທດ ແລະ ສະມາຊິກຳມະບານເຂົ້າຮ່ວມ.

ທ່ານ ຄຳຕາ ລາດສະວົງ ປະທານສະຫະພັນກຳມະບານຫ້ອງວ່າການ ສຳນັກງານປະທານປະເທດໄດ້ຜ່ານສະຫຼຸບຜົນງານ ປະຈຳປີ 2021 ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ ສະມາຊິກ​ກໍາມະບານ ຫ້ອງ​ວ່າການສໍານັກງານ​ປະທານ​ປະ​ເທດ ໂດຍລວມມີ​ແນວ​ຄິດ​​ອຸ່ນອ່ຽນທຸ່ນ​ທ່ຽງ, ມີ​ຄວາມ​ຫ້າວຫັນ​ຕັ້ງໜ້າ​ປະຕິ​ບັດວຽກ​ງານ ​ຕາມ​ຂອບ​ເຂດຄວາມ​ຮັບຜິດຊອບ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ ​ແລະ​ເຮັດ​ສໍາ​ເລັດໜ້າ​ທີ່​ວິຊາ​ສະ​ເພາະ​ຕາມ​ການ​ມອບໝາຍ, ມີ​ສະຕິ​ຕໍ່ການຈັດ​ຕັ້ງ,​ ເຄົາລົບ ​ແລະ ປະຕິບັດ​ກົດໝາຍ​ຂອງ​ລັດ ກໍ​ຄື​ ກົດໝາຍ​ວ່າ​ດ້ວຍ​ສະຫະພັນ​ກໍາມະບານ​ລາວ ​ແລະ ກົດລະບຽບ​ສະຫະພັນ​ກໍາມະບານ​ລາວ ໄດ້ເປັນຢ່າງດີ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ​ມີ​ຄວາມ​ຫ້າວ​ຫັນ​ເຂົ້າ​ຮ່ວມຂະ​ບວນການ ​ແລະ ​ເຄື່ອນ​ໄຫວວຽກ​ງານ​ຂອງ ​ຫ້ອງ​ວ່າການ​ສໍານັກງານປະທານ​ປະ​ເທດ ​ແລະ ວຽກ​ງານຂອງອົງການຈັດຕັ້ງມະຫາຊົນຢ່າງເປັນປົກກະຕິ, ຄະນະສະຫະພັນກໍາມະບານ ໄດ້ເປັນເຈົ້າການນໍາພາທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກກໍາມະບານ ໂດຍການຈັດຕັ້ງເຜີຍແຜ່ເອກະສານສໍາຄັນຕ່າງໆໃຫ້ສະມາຊິກກໍາມະບານ ຈໍານວນ 2 ຄັ້ງ ລວມ 5 ເອກະສານ ຄື: ມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ, ຜົນສຳເລັດກອງປະຊຸມໃຫ່ຍຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ່ VIII ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ່ VII ສະຫະພັນກຳມະບານ ຫ້ອງວ່າການສໍານັກງານປະທານປະເທດ ພ້ອມທັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບໃນຄະນະກຳມະບານ, ການແບ່ງໜ່ວຍກຳມະບານ ແລະ ໜ່ວຍງານຊ່ວຍວຽກ, ຊຶ່ງມີສະມາຊິກກຳມະບານເຂົ້າຮ່ວມທັງໝົດ 141 ​ເທື່ອ ສະຫາຍ, ຍິງ 52 ​ເທື່ອສະຫາຍ.

ໃນພິທີຍັງໄດ້ມີການມອບໃບຢັ້ງຢືນ ສະຫະພັນກຳມະບານ 5 ເປັນເຈົ້າ ແລະ ມອບໃບຢັ້ງຢືນໃຫ້ກຳມະບານຮາກຖານທີ່ຂື້ນກັບຫ້ອງວ່າການ ຫສປທ 6 ໜ່ວຍຄື: ໜ່ວຍບໍລິຫານ ແລະ ການເງິນ, ໜ່ວຍເຄຫາ ແລະ ພາຫະນະ, ໜ່ວຍກົມຄົ້ນຄົ້ວສັງລວມ, ໜ່ວຍກົມພົວພັນຕ່າງປະເທດ, ໜ່ວຍກົມກົດໝາຍ ແລະ ໜ່ວຍກົມຈັດຕັ້ງ, ກວດກາ ແລະ ໂຄສະນາ.

(ຂ່າວ:ສຳນານ)

LEAVE A REPLY

Please enter your comment!
Please enter your name here