Sunday, October 6, 2024
Homeຂ່າວພາຍໃນ2 ສະຖາບັນການສຶກສາ ສປປ ລາວ ແລະ ສ ເກົາຫຼີ ຫາລືການຮ່ວມມືດ້ານວິຊາການ

2 ສະຖາບັນການສຶກສາ ສປປ ລາວ ແລະ ສ ເກົາຫຼີ ຫາລືການຮ່ວມມືດ້ານວິຊາການ

ວິທະຍາໄລ (ວລ) ຄູຫຼວງພະບາງ ແລະ ມະຫາວິທະຍາໄລ ຈິນຈູ ສ ເກົາຫຼີ ຈັດກອງປະຊຸມສໍາມະນາ ປຶກສາຫາລືສືບຕໍ່ການຮ່ວມມື 2 ຝ່າຍ ໃນວັນທີ 4 ກໍລະກົດ 2023 ທີ່ວິທະຍາໄລດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານ ຫຸມພັນ ຄອນສະຫວັດ ຜູ້ອໍານວຍການ ວິທະຍາໄລ ຄູຫຼວງພະບາງ ທັງເປັນຜູ້ຈັດການໂຄງການຮ່ວມມືດ້ານວິຊາການຈາກຝ່າຍລາວ ທ່ານ ຮ່າຄອງຊູ ຜູ້ຈັດການໂຄງການຮ່ວມມືຝ່າຍ ສ ເກົາຫຼີ ມີຮອງຫົວໜ້າກົມແຜນການ ກົມຮ່ວມມືກັບຕ່າງປະເທດ ກະຊວງ ສສກ ພ້ອມດ້ວຍຜູ້ປະສານງານໂຄງການຝ່າຍມະຫາ ວິທະຍາໄລ ຈິນຈູ່ ສ ເກົາຫຼີ ແລະ ຝ່າຍລາວ ແລະ ພະນັກງານຄູອາຈານພາຍໃນວິທະຍາໄລຄູຫຼວງພະບາງເຂົ້າຮ່ວມ.

ທ່ານ ຫຸມພັນ ຄອນສະຫວັດ ໄດ້ກ່າວວ່າ: ເພື່ອເປັນການປຶກສາຫາລືຄວາມເປັນໄປໄດ້ໃນການສືບຕໍ່ການຮ່ວມມືຂອງສອງຝ່າຍ ໃນປີ 2023 ໂດຍການສະໜັບສະໜູນໂຄງການຂອງມະຫາວິທະຍາໄລ ຈິນຈູ ສ ເກົາຫຼີ ເພື່ອສ້າງໂອກາດໃຫ້ແກ່ບັນດາພະນັກງານຄູ-ອາຈານ ໄດ້ປັບປຸງຍົກສະດັບດ້ານຄວາມຮູ້ຄວາມສາມາດ ຂະບວນການຮຽນ-ການສອນ ໃນການພັດທະນາຫຼັກສູດຂອງການສ້າງຄູສາຍສາມັນ ແລະ ຄູປະຖົມ ລະບົບ 12+4 ລະດັບປະລິນຍາຕີ ການກໍານົດໂຄງສ້າງຫຼັກສູດສ້າງຄູປະຖົມສຶກສາ ທັງພາກປົກກະຕິ ແລະ ພາກຕໍ່ເນື່ອງ ລະດັບປະລິນຍາຕີ ແລະ ທັງເປັນການປັບປຸງວິທີການສອນ ການຜະລິດສື່ຮັບໃຊ້ໃນການຮຽນ-ການສອນໃນຊັ້ນປະຖົມສຶກສາ ໃຫ້ສອດຄອງກັບສະພາບຕົວຈິງໃນປັດຈຸບັນ ເຊິ່ງການຮ່ວມມື ແລະ ສະໜັບສະໜູນການປັບປຸງຫຼັກສູດດັ່ງກ່າວ ໂດຍມະຫາວິທະຍາໄລ ຈິນຈູ ສ ເກົາຫຼີ.

ກອງປະຊຸມຄັ້ງນີ້ ຄູ່ຮ່ວມມືທັງສອງຝ່າຍ ໄດ້ນໍາສະເໜີແຜນຍຸດທະສາດການສືບຕໍ່ການຮ່ວມມື ລະ ຫວ່າງ ວິທະຍາໄລ ຄູຫຼວງພະບາງ ກັບ ມະຫາວິທະຍາໄລ ຈິນຈູ ສ ເກົາຫຼີ ປີ 2023 UNDP ແລະ ທັງເປັນການສະຫຼຸບຖອດຖອນບົດຮຽນດ້ານດີ ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ຈາກການຮ່ວມມື ໂຄງການ GSP ສົກປີ 2021-2022 ຜ່ານມາ ເພື່ອສືບຕໍ່ໂຄງການຮ່ວມມື ປີ 2023.

#VientianeMai

#BM

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments