Saturday, October 5, 2024
Homeຂ່າວກິລາເປີດເຜີຍ 5 ນັກເຕະຍ້າຍທີມຄ່າຕົວແພງທີ່ສຸດໃນປະຫວັດສາດ

ເປີດເຜີຍ 5 ນັກເຕະຍ້າຍທີມຄ່າຕົວແພງທີ່ສຸດໃນປະຫວັດສາດ

ເມື່ອວັນທີ 5 ກໍລະກົດ 2023 “ເດແຄລນ ໄຣ” ຍັງບໍ່ແມ່ນທີໜຶ່ງ ດ້ານ “ແມນເຊັສເຕີ ຢູໄນເຕັດ” ຕົກເປັນຂ່າວ 2 ຄົນດ້ວຍກັນ ເປີດເຜີຍ 5 ນັກເຕະຍ້າຍທີມດ້ວຍຄ່າຕົວທີ່ແພງທີ່ສຸດໃນປະຫວັດສາດ ໂດຍທີ່ອັນດັບ 1 ນັ້ນກໍຄື ຈູດ ເບວລິງແຮມ ທີ່ຍ້າຍຈາກ ໂບຣຸສເຊຍ ດອດມຸນ ໄປ ຣີວ ມາດຣິດ ໃນໄລຍະພັກຮ້ອນນີ້ ດ້ວຍຄ່າຕົວ 115 ລ້ານປອນ.

ຂະນະທີ່ ອັນດັບ 2 ເປັນຂອງ ເດແຄນ ໄຣ ທີ່ຫາກໍຍ້າຍຈາກ ເວສແຮມ ຢູໄນເຕັດ ມາຢູ່ ອາເຊນອລ ດ້ວຍຄ່າຕົວ 105 ລ້ານປອນ ສ່ວນອັນດັບ 3 ໄດ້ແກ່ ແຮຣີ ແມັກກວັຍ ກອງຫຼັງຈອມສ້າງສຽງຈົ່ມ ທີ່ຍ້າຍຈາກ ເລສເຕີ ຊີຕີ ໄປສູ່ ແມນເຊັສເຕີ ຢູໄນເຕັດ ເມື່ອປີ 2019 ດ້ວຍຄ່າຕົວ 80 ລ້ານປອນ.

ເປີດເຜີຍລາຍຊື່ 5 ນັກເຕະອັງກິດ ທີ່ຍ້າຍທີມແພງທີ່ສຸດ

1.) ຈູດ ເບວລິງແຮມ: ໂບຣຸສເຊຍ ດອດມຸນ (ບຸນເດສລີກາ) > ຣິວ ມາດຣິດ (ລາ ລີກາ) ຄ່າຕົວ 115 ລ້ານປອນ ໃນປີ 2023

2.) ເດແຄລນ ໄຣ: ເວສແຮມ ຢູໄນເຕັດ (ພຣີເມຍລີກ) > ອາເຊນອລ (ພຣີເມຍລີກ) ຄ່າຕົວ 105 ລ້ານປອນ ໃນປີ 2023

3.) ແຈັກ ກຣີລິຊ: ແອສຕັນ ວິນລ່າ (ພຣີເມຍລີກ) > ແມນເຊສເຕີ ຊີຕີ (ພຣີເມຍລີກ) ລາຄາ 100 ລ້ານປອນ ໃນປີ 2021.

4.) ແຮຣີ ແມັກກວັຍ: ເລສເຕີ ຊີຕີ (ພຣີເມຍລີກ) > ແມນເຊສເຕີ ຢູໄນເຕັດ (ພຣີເມຍລີກ) ລາຄາ 85 ລ້ານປອນ ໃນປີ 2019

5.) ຈາດອນ ຊານໂຊ່: ໂບຣຸສເຊຍ ດອດມຸນ (ບຸນເດສລີກາ) > ແມນເຊສເຕີ ຢູໄນເຕັດ (ພຣີເມຍລີກ) ລາຄາ 75 ລ້ານປອນ ໃນປີ 2021.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments