Thursday, October 3, 2024
Homeຂ່າວໜ້າໜຶ່ງສສຊ ສືບຕໍ່ປະກອບຄໍາເຫັນຕໍ່ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ແລະກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ສສຊ ສືບຕໍ່ປະກອບຄໍາເຫັນຕໍ່ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ແລະກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 5 ກໍລະກົດ 2023 ດໍາເນີນພາຍໃຕ້ການເປັນປະທານຂອງທ່ານຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ສືບຕໍ່ປະກອບຄໍາເຫັນຕໍ່ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ແລະກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ທ່ານນາງພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ປະກອບຄໍາເຫັນ ວ່າ: ໂດຍພື້ນຖານແລ້ວຂ້າພະເຈົ້າມີຄວາມເຫັນດີເຫັນພ້ອມ ແລະ ເປັນເອກະພາບສູງ ຕໍ່ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດທັງສອງກົດໝາຍທີ່ກ່າວມານັ້ນ ເພາະວ່າບົດລາຍງານດັ່ງກ່າວແມ່ນສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງແທ້ ແລະປະການສຳຄັນ ບົດລາຍງານດັ່ງກ່າວ ຍັງໄດ້ຍົກໃຫ້ເຫັນດ້ານດີທີ່ສາມາດຈັດຕັ້ງປະຕິບັດໄດ້, ດ້ານຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ຈາກການປະເມີນຜົນດັ່ງກ່າວ ເພື່ອເປັນທິດທາງໃຫ້ແກ່ການປັບປຸງບາງເນື້ອໃນ ແລະບາງມາດຕາຂອງກົດໝາຍໃຫ້ຄົບຖ້ວນ, ຮັດກຸມ. ຈະແຈ້ງ, ສອດຄ່ອງກັບສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດສັງຄົມຂອງປະເທດເຮົາ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ນາງພອນເພັດ ອຸ່ນແກ້ວ ມີຄຳເຫັນຕໍ່ບາງຄຳຖາມເຈາະຈີ້ມຂອງ ທ່ານປະທານສະພາແຫ່ງຊາດ ໂດຍສະເພາະກ່ຽວກັບມາດຕາ 157 ວ່າດ້ວຍການສັ່ງຟ້ອງຂຶ້ນສານໂດຍກົງ ສໍາລັບມາດຕາດັ່ງກ່າວນີ້ ມື້ຜ່ານມາ ກໍ່ມີບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນໄປແລ້ວ ແຕ່ຂ້າພະເຈົ້າກໍ່ຂໍມີຄຳເຫັນເພີ້ມຕື່ມດັ່ງນີ້ ການສັ່ງຟ້ອງຂຶ້ນສານຖ້າສາມາດຈັດຕັ້ງປະຕິບັດໄດ້ກໍ່ເປັນເງື່ອນໄຂທີ່ດີ ເພາະມາດຕາດັ່ງກ່າວນີ້ ແມ່ນມີຄວາມຈຳເປັນ ແລະມີຄວາມສຳຄັນໃຫ້ແກ່ການດຳເນີນຄະດີໃນຂະບວນການຍຸຕິທຳ, ຖ້າເຮົາຈັດຕັ້ງປະຕິບັດໄດ້ ກໍ່ຈະເຮັດໃຫ້ການດຳເນີນຄະດີ ມີຄວາມວ່ອງໄວ ສາມາດຫລຸດຜ່ອນຄວາມອັ່ງອໍຂອງຄະດີ ແລະຫລຸດຜ່ອນຫາງສຽງຈົ່ມວ່າຈາກສັງຄົມໄດ້ເປັນຈຳນວນຫລາຍ ການທີ່ສັງຄົມຈົ່ມວ່າການດຳເນີນຄະດີຊັກຊ້າ, ແກ່ຍາວ ບໍ່ແລ້ວເປັນຈັກເທື່ອ ພວກເຮົາສາມາດຫລຸດລົງໄດ້ ແຕ່ເງື່ອນໄຂທີ່ພວກເຮົາຈະສາມາດປະຕິບັດໄດ້ນັ້ນ ມັນກໍ່ເປັນອັນຍາກສົມຄວນ ເພາະຢູ່ໃນມາດຕາ 158 ໄດ້ກຳນົດເງື່ອນໄຂໃນການສັ່ງຟ້ອງຂຶ້ນສານໂດຍກົງ ມີ 2 ເງື່ອນໄຂ: 1. ເປັນການກະທຳຜິດໃນສະຖານໂທສານຸໂທດ ທີ່ກຳນົດໂທດຕັດອິດສະຫລະພາບ ຕໍ່າກ່ວາ 3 ປີ ເປັນການກະທຳຜິດເຊິ່ງໜ້າ ແລະກົດໝາຍກຳນົດໂທດ ແລະ ມີການຮັບສາລະພາບຂອງຜູ້ຖືກຫາ. ໃນພາກປະຕິບັດຕົວຈິງຄວາມຄິດຂອງນັກກົດໝາຍກໍ່ຄືຜູ້ປະຕິບັດຕົວຈິງ ຄຳວ່າການກະທຳຜິດເຊິ່ງໜ້າ ນອກຈາກການລັກຊັບ, ກັບການຊິງຊັບແລ້ວກໍ່ຍັງຄິດຍາກທີ່ຈະຫາມາດຕາອື່ນ ແລະອັນສຳຄັນອີກອັນໜຶ່ງ ມາດຕາ 159 ໄດ້ກຳນົດຂັ້ນຕອນການສັ່ງຟ້ອງຂຶ້ນສານໂດຍກົງ ຢູ່ໃນນີ້ເພິ່ນກຳນົດວ່າ ເມື່ອຄົບເງື່ອນໄຂຕາມມາດຕາ 158 ຫົວໜ້າອົງການສືບສວນສອບສວນ ຕ້ອງສົ່ງສຳນວນຄະດີ ພ້ອມດ້ວຍຂອງກາງຄະດີ ແລະຜູ້ຖືກຫາ ໄປຍັງອົງການໄອຍາການປະຊາຊົນພາຍໃນ 48 ຊົ່ວໂມງ ສຳລັບເຂດຫ່າງໄກສອກຫລີກ 5 ວັນ, ຢູ່ໃນນີ້ການສົ່ງສຳນວນຄະດີ ແລະຂອງກາງໃນຄະດີນີ້ ຂ້າພະເຈົ້າຄິດວ່າເປັນໄປໄດ້ ແຕ່ຜູ້ຖືກຫາສົ່ງໄປພ້ອມນີ້ ອົງການໄອຍາການມີສະຖານທີ່ຮອງຮັບຜູ້ຖືກຫານັ້ນແລ້ວບໍ່, ຜູ້ຖືກຫາຈະບໍ່ເອົາຕົວຫລົບໜີກ່ອນສັ່ງຟ້ອງຂຶ້ນສານບໍ ແລະ ສານສາມາດຕັດສິນໄດ້ໃນທັນທີທັນໃດໂລດບໍ່ ແລະປະການສຳຄັນ ຄຳສັ່ງຟ້ອງຂອງໄອຍາການ ຕາມມາດຕາ 154 ຕ້ອງເປັນລາຍລັກອັກສອນ ຕ້ອງໃຫ້ຜູ້ຖືກຫາເຊັນຮັບຮູ້ ຄຽງຄູ່ໄປນັ້ນກໍ່ຕ້ອງມີ ຄຳຖະແຫລງເພື່ອໃຈ້ແຍກຄວາມຜິດຂອງຜູ້ຖືກຫາໃຫ້ສານພິຈາລະນາຕັດສິນລົງໂທດ ເຊິ່ງໃນມາດຕາ ຫລືວ່າໃນໝວດທີ 3ນີ້ ກ່ຽວກັບການສັ່ງຟ້ອງຂຶ້ນສານໂດຍກົງ ກໍ່ບໍ່ທັນກຳນົດວ່າ ຄຳສັ່ງຟ້ອງ ຫລື ຄຳຖະແຫລງນັ້ນ ໄອຍາການສາມາດຖະແຫລງ ຫລືວ່າສັ່ງຟ້ອງຕໍ່ໜ້າປະຊຸມສານເລີຍໄດ້ບໍ່ ເຊິ່ງມັນກໍປັນການຍາກທີ່ພວກເຮົາຈະຈັດຕັ້ງປະຕິບັດ ແລະຢູ່ໃນນີ້ການຈັດຕັ້ງປະຕິບັດມາດຕາດັ່ງກ່າວ ກໍ່ກ່ຽວຂ້ອງກັບບຸກຄະລາກອນ ແລະ ງົບປະມານ ເພາະວ່າພວກເຮົາບໍ່ເຄີຍຈັດຕັ້ງປະຕິບັດກ່ຽວກັບການສັ່ງຟ້ອງຂຶ້ນສານໂດຍກົງນີ້ມາກ່ອນ, ສະນັ້ນ ເພື່ອເປັນການປະກອບສ່ວນເຮັດໃຫ້ການສັ່ງຟ້ອງຂຶ້ນສານໂດຍກົງເປັນຮູບປະທຳ ຂ້າພະເຈົ້າຂໍມີບາງຄຳເຫັນດັ່ງນີ້:

1. ອົງການດຳເນີນຄະດີອາຍາຕ້ອວງມີຄວາມຕັດສິນໃຈສູງ, ພ້ອມທັງມີຄວາມຮັບຜິດຊອບສູງ ທີ່ຈະຈັດຕັ້ງປະຕິບັດມາດຕາດັ່ງກ່າວ.

2. ອົງການດຳເນີນຄະດີອາຍາ ຕ້ອງໄດ້ຈັດກອງປະຊຸມສຳມະນາແລກປ່ຽນຄວາມຄິດເຫັນ ຫາແນວທາງ ແລະວິທີການຈັດຕັ້ງປະຕິບັດ ພ້ອມທັງອອກນິຕິກຳຮ່ວມກັນ ວ່າຈະຈັດຕັ້ງປະຕິບັດຄືແນວໃດ ພ້ອມນັ້ນກໍ່ນຳເອົານິຕິກຳນີ້ ຜັນຂະຫຍາຍເປັນຄູ່ມືໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments