Thursday, October 3, 2024
Homeຂ່າວຕ່າງປະເທດການຮ່ວມມືກັບ ສປຊ ມີຄວາມສຳຄັນໃນແນວທາງການຕ່າງປະເທດຂອງຫວຽດນາມ

ການຮ່ວມມືກັບ ສປຊ ມີຄວາມສຳຄັນໃນແນວທາງການຕ່າງປະເທດຂອງຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້ ຢູ່ ຮ່າໂນ້ຍ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ ອາມິດາ ຊັລເຊຍ ອາລິສຈາບານາ ຮອງເລຂາທິການໃຫຍ່ ສປຊ ທັງເປັນເລຂາບໍລິຫານຄະນະກຳມະການເສດຖະກິດ-ສັງຄົມ ພາກພື້ນ ອາຊີ-ປາຊີຟິກ ຂອງ ສປຊ (ESCAP), ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຂ່າວລະບຸວ່າ: ໃນການຕ້ອນຮັບ, ທ່ານ ບຸ່ຍແທັງເຊີນ ຢືນຢັນວ່າ: ການຮ່ວມມືກັບ ສປຊ ຍາມໃດກໍມີທີ່ຕັ້ງສຳຄັນ ໃນແນວທາງນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ທ່ານ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ: ຫວຽດນາມ ປາຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະ ໃນການຊອກຫາ, ແບ່ງປັນບົດຮຽນ ແລະ ຊຸກຍູ້ການຮ່ວມມື.

ທ່ານນາງ ອາມິດາ ຊັລເຊຍ ອາລິສຈາບານາ ກໍໄດ້ຕີລາຄາສູງບັນດາການເຄື່ອນໄຫວທີ່ຕັ້ງໜ້າ ຂອງຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ຖືວ່າທາງຄະນະກຳມະການເສດຖະກິດ-ສັງຄົມ ພາກພື້ນ ອາຊີ-ປາຊີຟິກ ຂອງ ສປຊ ຈະພະຍາຍາມເຊື່ອມຕໍ່ການຮ່ວມມືລະຫວ່າງບັນດາປະເທດ, ພິເສດແມ່ນໃນຂອບເຂດການພັດທະນາແບບຍືນຍົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments