Thursday, October 3, 2024
Homeຂ່າວໜ້າໜຶ່ງສ​ສ​ຊ ສະ​ເໜີ​ບາງ​ບັນ​ຫາເພື່ອ​ໃຫ້ການ​ດຳ​ເນີນ​ຄະ​ດີ​ໄວ​ຂຶ້ນ

ສ​ສ​ຊ ສະ​ເໜີ​ບາງ​ບັນ​ຫາເພື່ອ​ໃຫ້ການ​ດຳ​ເນີນ​ຄະ​ດີ​ໄວ​ຂຶ້ນ

ສະມາຊິກສະພາແຫ່ງຊາດ ເຂດ 15 ແຂວງຈຳປາສັກ ປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ 4 ສະບັບ ຕໍ່ກອງປະຊຸມສະໄໝາສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 4 ກໍລະກົດ ນີ້ ໂດຍການ ເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຊຶ່ງການປະກອບຄຳເຫັນຂອງ ສສຊ ເຂດ 15 ແມ່ນໄດ້ລົງເລິກການດຳເນີນ ພິຈາລະນາຄະດີຂອງສານ​ທີ່ຍັງມີຄວາມຊັກຊ້າ ແລະ ແກ່ຍາວ.

ທ່ານ ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາດ ເຂດ 15 ແຂວງຈຳປາສັກກ່າວວ່າ: ໃນໄລຍະຜ່ານມາ ກົດໝາຍໃນຂົງເຂດຍຸຕິທຳ ໂດຍສະເພາະ 4 ກົດໝາຍ ແມ່ນຍັງບໍ່ທັນມີການປະເມີນໃນການຈັດຕັ້ງປະຕິບັດ ແຕ່ສິ່ງທີ່ພົ້ນເດັ່ນເຫັນວ່າມາດຕາຂອງກົດໝາຍມີອັນສອດຄ່ອງ ແລະ ຍັງບໍ່ທັນສອດຄ່ອງ ຊຶ່ງຈະນຳໄປສູ່ການຄົ້ນຄວ້າພິຈາລະນາເພື່ອຈະໄດ້ຮັບການປະເມີນຜົນ, ໃນນັ້ນທີ່ຕິດພັນກັບບັນຫາການດຳເນີນ ພິຈາລະນາຄະດີ ຂອງສານຊຶ່ງບັນຫາດັ່ງກ່າວເຫັນວ່າສັງຄົມໃຫ້ຄວາມສົນໃຈຫຼາຍ,ເປັນບັນຫາທີ່ພົ້ນເດັ່ນ ແລະ ເປັນບັນຫາທີ່ຊຳເຮື້ອມາຫຼາຍ​ປີ ເປັນຕົ້ນການພິຈາລະນາຂອງສານບໍ່ຍຸຕິທຳ,ຊັກຊ້າແກ່ຍາວ ຊຶ່ງບາງຄະດີແກ່​ຍາວ​ຮອດ 5 ປີ, 10 ປີ, 15 ປີ ຫຼື ຫຼາຍກວ່ານັ້ນ, ສະນັ້ນເພື່ອແກ້​ໄຂ​ບັນຫາດັ່ງກ່າວ ຈຶ່ງຈະຕ້ອງໄດ້ຊອກຫາສາເຫດວ່າ ເປັນຍ້ອນຫຍັງ ແຕ່ຜ່ານການຄົ້ນຄວ້າສາເຫດທີ່ພາໃຫ້ເກີດການພິຈາລະນາຄະດີຊັກຊ້າແມ່ນເນື່ອງມາຈາກສອງສາເຫດຫຼັກ​ຄື: ອັນທີ່ໜຶ່ງ ແມ່ນເນື່ອງມາຈາກສາເຫດພາຍໃນເປັນຕົ້ນການຄົ້ນຄວ້າພິຈາລະນາການເກັບກັບຂໍ້ມູນຫຼັກຖານບໍ່ຄົບຖ້ວນ, ຮອບດ້ານ ແລະ ບໍ່ພາວະວິໃສ ແລະ ສາເຫດຕົ້ນຕໍທີສອງແມ່ນເນື່ອງມາຈາກກົດໝາຍ ຕົວຢ່າງສານຂັ້ນຕົ້ນຕັດສິນແລ້ວ ແຕ່ຄູ່ຄວາມບໍ່ພໍໃຈ ຂໍອຸທອນໄປຫາສານຂັ້ນອຸທອນ ຈາກນັ້ນສານຂັ້ນອຸທອນໄດ້ຄົ້ນຄວ້າພິຈາລະນາເຫັນວ່າການຕັດສິນຂອງສານຂັ້ນຕົ້ນບໍ່ຖືກຕ້ອງ ແລ້ວລົບລ້າງຄຳຕັດສິນຂອງສານສົ່ງໃຫ້ສານຂັ້ນຕົ້ນຄືນ (ລົບລ້າງຄັ້ງທີ 1) ແລະ (ລົບລ້າງຄັ້ງທີ 2) ໃນນັ້ນສານຂັ້ນອຸທອນພິພາກສາແລ້ວຄູ່ຄວາມບໍ່ພໍໃຈຂໍລົບລ້າງໄປຫາສານຂັ້ນລົບລ້າງ, ຕໍ່ມາສານຂັ້ນລົບລ້າງຄົ້ນຄວ້າພິຈາລະນາເຫັນວ່າການພິພາກສາຂອງສານຂັ້ນລົບລ້າງ ແຕ່ຄູ່ຄວາມບໍ່ພໍໃຈ ຂໍສະເໜີຮື້ຟື້ນຕໍ່ອົງການໄອຍະການປະຊາຊົນສູງສຸດ ຄົ້ນຄວ້າພິຈາລະນາເພື່ອຕິດຕາມກວດກາ ແລະ ມີຫຼາຍຂັ້ນຕອນ ຊຶ່ງເຮັດໃຫ້ມີການຊັັກຊ້າ ຕໍ່ບັນຫານີ້ເພື່ອແກ້ໄຂບັນຫາດັ່ງກ່າວ ຖ້າໃນກໍລະນີສານຂັ້ນຕົ້ນຕັດສິນແລ້ວຄູ່ຄວາມຂໍອຸທອນ ຖ້າເຫັນວ່າບັນຫາດັ່ງກ່າວສານຂັ້ນຕົ້ນຍັງຕັດສິນບໍ່ທັນຖືກຕ້ອງຢູ່ຈຸດໃດ, ການເກັບກຳຂໍ້ມູນຫຼັກຖານ, ການຊັ່ງຊາ ຫຼັກຖານບໍ່ຄົບຖ້ວນ ຕໍ່ກໍລະນີນີິ້ແມ່ນຢາກໃຫ້ສະເໜີໃຫ້ສານຂັ້ນອຸທອນລົງສົມທົບກັບສານຂັ້ນຕົ້ນເພື່ອເກັບກຳຂໍ້ມູນ ແລ້ວອອກຄຳພິພາກສາ ຊຶ່ຶງຈະເປັນການຕັດຂັ້ນຕອນໄປເລີຍ ຊຶ່ງຈະເຮັດໃຫ້ໄວຂຶ້ນ ແລະ ບໍ່ຜ່ານຫຼາຍຂັ້ນຕອນ.

(ຂ່າວ-ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments