Thursday, October 3, 2024
Homeຂ່າວພາຍໃນກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງ ອາຊຽນ - ສ ເກົາຫຼີ ຄັ້ງທີ 13

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງ ອາຊຽນ – ສ ເກົາຫຼີ ຄັ້ງທີ 13

ທ່ານ ​ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ ຫົວໜ້າເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ (Senior Transport Officials Meeting “STOM”) ຂອງ ສປປ ລາວ ແລະ ທັງເປັນປະທານກອງປະຊຸມເຈົ້າອາວຸໂສຂົນສົ່ງອາຊຽນ ປະຈຳປີ 2023 ຊຶ່ງໄດ້ໝູນວຽນມາອີກຄັ້ງໃນຮອບ 10 ປີ, ໄດ້ນຳພາຫົວໜ້າເຈົ້າໜ້າທີ່ອາວຸໂສຂົນສົ່ງ 10 ປະເທດອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ ອາວຸໂສຂົນສົ່ງ ອາຊຽນ – ສ ເກົາຫຼີ ຄັ້ງທີ 13 (13th ASEAN-Republic of Korea Transport Cooperation Forum) ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງເຊອູນ ແລະ ບູຊານ ສ ເກົາຫລີ ລະຫວ່າງວັນທີ 4-7 ກໍລະກົດ 2023.

ສຳລັບຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການດ້ານການຂົນສົ່ງອັດສະລິຍະ ແລະ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຂົນສົ່ງ, ການປະດິດສ້າງສິ່ງໃໝ່ ແລະ ທັງເປັນບົດຮຽນໃຫ້ແກ່ການປັບປຸງນະໂຍບາຍດ້ານການຂົນສົ່ງອັດສະລິຍະໃຫ້ແກ່ບັນດາປະເທດອາຊຽນ. ການແລກປ່ຽນບົດຮຽນ ແລະ ປະສົບການໃນການພັດທະນາການຂົນສົ່ງທີ່ອັດສະລິຍະຂອງບັນດາປະເທດອາຊຽນ ແລະ ສ ເກົາຫຼີ, ລວມທັງການພັດທະນານະໂຍບາຍ ແລະ ນິຕິກໍາທີ່ຕິດພັນກັບການຂົນສົ່ງອັດສະລິຍະເພື່ອເປັນການສົ່ງເສີມການຂົນສົ່ງລະຫວ່າງອາຊຽນ – ສ ເກົາຫຼີ.

ທ່ານ ​ບຸນຕາ ອ່ອນນາວົງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ນັບ​ແຕ່​ເລີ່ມມີການຮ່ວມມືອາ​ຊຽນ ​ແລະ ສ ເກົາຫຼີ ​ເປັນຕົ້ນມາແຕ່ປີ 2010, ອາຊຽນ ແລະ ສ ເກົາຫຼີ ໄດ້​ຮັກສາ​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ໃນ​ການ​ພັດທະນາ​ຂະ​ແໜງ​ຄົມມະນາຄົມ-ຂົນສົ່ງ ແລະ ຜົນສຳເລັດຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງທີ 55 ຢູ່ ສປປ ລາວ ໃນເດືອນມິຖຸນາ 2023 ຜ່ານມາ, ບັນດາປະເທດອາຊຽນ ໄດ້ເປັນເອກະພາບຕໍ່ການ​ສະໜັບສະໜູນ​ຂອງ ສ ​ເກົາຫຼີ ​ໃນ​ການ​ດຳ​ເນີນ​ການ​ສຶກສາ​ກ່ຽວ​ກັບ ການ​ສ້າງ​ຍຸດ​ທະ​ສາດ​ຮອບດ້ານ​ສຳລັບ​ການ​ຂົນສົ່ງ​ອັດ​ສະ​ລິ​ຍະ​ໃນ​ອາ​ຊຽນ ຊຶ່ງ​ເປັນການ​ຈັດຕັ້ງປະຕິບັດ​ແຜນ​​ການ​ຮ່ວມ​ມື​ດ້ານ​ຄົມມະນາຄົມ​ ອາ​ຊຽນ – ສ ເກົາຫຼີ ​ທີ່ໄດ້ຮັບຮອງໄລຍະຜ່ານມາ. ​ຍຸດ​ທະ​ສາດ​ດັ່ງກ່າວ​ຈະ​ໃຫ້​ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການຂົນສົ່ງອັດສະລິຍະ​ໄລຍະ​ກາງ​ ຫາ ​ຍາວ ​ຂອງ​ອາ​ຊຽນ ​ແລະ ​ການສ້າງແຜນການຂົນສົ່ງ ​ແລະ ​ແຜນການ​ງົບປະມານເພື່ອ​ພັດທະນາ​ການ​ຂົນສົ່ງອັດສະລິຍະໃນ​ອາ​ຊຽນ.

ທ່ານຫົວໜ້າເຈົ້າໜ້າທີ່ອາວຸໂສຂົນສົ່ງ ອາຊຽນ ສປປ ລາວ ຍັງໄດ້ຢືນຢັນຕື່ມວ່າ: ສ ເກົາຫຼີ ໄດ້ໃຫ້ຄຳ​ໝັ້ນ​ສັນຍາ ສະໜັບສະ​ໜູນ​ ຊ່ວຍ​ເຫຼືອ ການຈັດຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ຄົມມະນາຄົມ​ຂົນ​ສົ່ງ Kuala Lumpur Transport Strategic Plan (KLTSP) 2016-2025 ​ແລະ ແຜນ​ແມ່​ບົດ​​ການ​ເຊື່ອມ​ຈອດ​ອາ​ຊຽນ 2016-2025. ​ ການສະໜັບສະໜູນຂອງ ສ ​ເກົາ​ຫຼີ ຕໍ່ອາຊຽນຈະເປັນບາດ​ກ້າວອັນສໍາຄັນໃນການ​ເຂົ້າ​ຮ່ວມຈັດຕັ້ງປະຕິບັດ​ບັນ​ດາ​ໂຄງ​ການ ແລະ ການ​ຂົນສົ່ງ​ສໍາຄັນທີ່ຢູ່ພາຍໃຕ້​ຍຸດ​ທະ​ສາດ​ຂົນ​ສົ່ງ​ອາ​ຊຽນ ແລະ ແຜນ​ແມ່​ບົດ​ໃໝ່​​ການ​ເຊື່ອມ​ໂຍງ​ອາ​ຊຽນ ແລະ ຫວັງວ່າສືບຕໍ່ສະໜັບ​ພາກ​ພື້ນ​ອາ​ຊຽນໃນອະນາຄົດ.

ໃນນາມເປັນປະທານອາຊຽນຂອງຂະແໜງຄົມມະນາຄົມຂົນສົ່ງ, ໃນທ້າຍປີ 2023, ກະຊວງໂຍທາທິການ ແລະ ຂົນສົ່ງ ຈະເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ (STOM “Senior Transport Officials Meeting”) ຄັ້ງທີ 56 ແລະ ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ (ATM “ASEAN Transport Ministers Meeting”) ຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມຕ່າງໆກັບຄູ່ຮ່ວມພັດທະນາຢູ່ ນະຄອນ-ຫຼວງພະບາງ.

ຂ່າວ:ກະຊວງໂຍທາທິການ ແລະ ຂົນສົ່ງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments