Thursday, October 3, 2024
Homeຂ່າວໜ້າໜຶ່ງສສຊ ປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ

ສສຊ ປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 4 ກໍລະ ກົດນີ້, ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ປະກອບຄຳເຫັນກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ.

ທ່ານ ພູທອນ ວໍລະເພັດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ປະ ກອບຄໍາເຫັນກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ. ຕໍ່ກັບກົດໝາຍວ່າດ້ວຍສານປະຊາຊົນ ທ່ານໄດ້ແລກປ່ຽນໃນມາດຕາ 27 ກ່ຽວກັບການກຳນົດສິດ ແລະ ໜ້າທີ່ຂອງສານປະຊາຊົນເຂດໃນການພິຈາລະນາຕັດສິນຄະດີແພ່ງບໍ່ເກີນ 300 ລ້ານກີບ ແລະ ຄະດີອາຍາໂທດຕັດອິດສະພາບສູງບໍ່ເກີນ 3 ປີນັ້ນ, ໂດຍອີງຕາມສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນນີ້, ສໍາລັບຄະດີແພ່ງແມ່ນເຫັນດີໃຫ້ມີການຄົ້ນຄວ້າປັບປຸງກົດໜາຍເພື່ອໃຫ້ສານປະຊາຊົນເຂດມີສິດພິຈາລະນາຕັດສິນຄະດີແພ່ງທີ່ມີມູນຄ່າແຕ່ 500 ລ້ານກີບລົງມາ, ສຳລັບຄະດີອາຍາເຫັນຄວນມີການຄົ້ນຄ້ວາຕື່ມ ຄວນໃຫ້ສານປະຊາຊົນເຂດມີສິດພິຈາລະນາຕັດສິນໂທດຕັດອິດສະຫຼະພາບ 5 ປີລົງມາຈະມີຄວາມເໝາະສົມບໍ່ ? ແລະ ອີກບັນຫາໜຶ່ງກ່ຽວກັບກົດໝາຍສານປະຊາຊົນສໍາລັບຄະດີເດັກຄວນຈະໃຫ້ສານປະຊາຊົນເຂດມີສິດ ແລະ ໜ້າທີ່ໃນການພິຈາລະນາຕັດສິນ ຫຼື ບໍ່ນັ້ນ, ສຳລັບທັດສະນະສ່ວນຕົວກົດໝາຍວ່າດ້ວຍສານປະຊາຊົນຢູ່ມາດຕາ 24 ກໍໄດ້ກຳນົດແຈ້ງວ່າໃນແຕ່ລະແຂວງຈະມີການຈັດຕັ້ງສານເດັກ ຊຶ່ງການຈັດຕັ້ງປະຕິບັດໃນໄລຍະຜ່ານມາແມ່ນບໍ່ສາມາດສ້າງຕັ້ງເປັນສານເດັກຕ່າງຫາກ ຈຶ່ງຈໍາເປັນຕ້ອງໄດ້ສ້າງຄະນະສານເດັກຂຶ້ນກັບສານປະຊາຊົນຂັ້ນແຂວງ ແລະ ນະຄອນຫຼວງ ເປັນຜູ້ພິຈາລະນາຕັດສິນ, ສະນັ້ນ. ຕໍ່ກັບບັນຫາດັ່ງກ່າວສະເໜີໃຫ້ສານປະຊາຊົນສູງສຸດສຶບຕໍ່ຄົ້ນຄວ້າຢ່າງລະອຽດຕື່ມຄວນຈະກຳນົດສິດໃຫ້ສານປະຊາຊົນເຂດພິຈາລະນາກ່ຽວກັບຄະດີເດັກ ຫຼື ບໍ່, ເນື່ອງຈາກວ່າຫຼາຍປະເທດກໍມີສານເດັກສະເພາະເພື່ອພິຈາລະນາກ່ຽວກັບຄະດີເດັກ.

ຂ່າວ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments