Wednesday, October 2, 2024
Homeຂ່າວດ່ວນກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ທຳລາຍເຄື່ອງມືຫາປາຜິດກົດໝາຍ

ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ທຳລາຍເຄື່ອງມືຫາປາຜິດກົດໝາຍ

ວັນທີ 4 ກໍລະກົດ 2023 ທີ່ຫ້ອງຕໍາຫຼວດພະແນກຕໍາຫຼວດສີ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ຈັດພິທີທຳລາຍເຄື່ອງມືຫາປາຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດປາ,ໂດຍການເຂົ້າຮ່ວມຂອງ ພັນເອກ ສັກສິດ ສີພັນດວງ ຮອງກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື, ພ້ອມດ້ວບ ປກສ 5 ເມືອງ, ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ພັນໂທ ຄຳໄຫວ ແດງຄຳໃບ ຫົວໜ້າພະແນກສິ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ລາຍງານຜົນການເຄື່ອນໄຫວເຮັດວຽກສະກັດກັ້ນການລັກລອບຫາປາແລະສັດນໍ້າ ອື່ນໆ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ພາຍຫຼັງເຈົ້າໜ້າທີ່ຕໍ່າຫຼວດສິ່ງແວດລ້ອມ ປກສ ແຂວງ ໄດ້ປະຕິບັດວຽກງານວິຊາສະເພາະຕາມເຂດແມ່ນໍ້າເຊກອງເມືອງສາມັກຄີໄຊ ແຂວງອັດຕະປື ເຊິ່ງໃນກາງເດືອນພຶດສະພາ 2023 ຜ່ານມາ ໄດ້ພົບເຫັນປະຊາຊົນຈໍານວນໜຶ່ງທີ່ລັກລອບນໍາໃຊ້ເຄື່ອງມືຫາປາປະເພດໜໍ້ຊ໋ອດ-ໝໍ້ດູດປາ ໂດຍບໍຖືກຕ້ອງຕາມກົດໝາຍ, ດັ່ງນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມຂອງກາງ, ຜ່ານການສືບສວນຜູ້ກ່ຽວກໍ່ໄດ້ຮັບສາລະພາບວ່າ: ເຄີຍເຄື່ອນໄຫວກະທຳມາຫຼາຍຄັ້ງແລ້ວ,ສ່ວນເຄື່ອງຊ໋ອດ-ໝໍ້ດູດປາ ແມ່ນຊື້ມາຈາກຮ້ານແຫ່ງໜື່ງທີ່ຂາຍຢູ່ຕະຫຼາດພາຍໃນ ແຂວງອັດຕະປື, ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈິ່ງໄດ້ເຮັດຕາມຂັ້ນຕອນລະບຽບກົດໝາຍ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງພ້ອມກັບອຳນາດການປົກຄອງບ້ານ ລົງກວດຄົ້ນຮ້ານແຫ່ງໜື່ງຢູ່ຕະຫຼາດເມືອງໃໝ່, ເມືອງສາມັກຄີໄຊ ແຂວງອັດຕະປື, ຜ່ານການກວດຄົ້ນໄດ້ພົບເຫັນຂອງກາງທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດປາ ຈຳນວນ 13 ເຄື່ອງ, ເຈົ້າໜ້າທີ່ຈຶ່ງໄດ້ນໍາຜູ້ຄ້າຂາຍເຄື່ອງດັ່ງກ່າວມາສືບສວນ-ສອບສວນ ແລະໄດ້ຮັບສາລະພາບວ່າ: ໄດ້ນຳເຄື່ອງດັ່ງກ່າວເຂົ້າມາແຕ່ປີ 2022 ມີຈໍານວນ 20 ເຄື່ອງ,ຂາຍອອກແລ້ວ 7 ເຄື່ອງ, ສ່ວນຜູ້ທີ່ກະທຳຜິດໃຊ້ໝໍ້ຊ໋ອດ-ໝໍ້ດູດປາ ແລະ ຜູ້ຂາຍທາງເຈົ້າໜ້າທີ່ໄດ້ສືກສາອົບຮົມ ແລະ ປັບໃໜຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້. ແລະຈັດພິທີ ທໍາລາຍໝໍ້ຊ໋ອດ-ໝໍ້ດູດປາຈໍານວນດັ່ງກ່າວນັ້ນຖີ້ມ.

ຂ່າວ: ທິດປະສົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments