Tuesday, October 1, 2024
Homeຂ່າວຕ່າງປະເທດທ່ານ ຊຸ່ຍຕົ່ງຢວີ້ ສືບຕໍ່ດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ອົງການ FAO

ທ່ານ ຊຸ່ຍຕົ່ງຢວີ້ ສືບຕໍ່ດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ອົງການ FAO

ຂ່າວສານຊີອາໄອລາຍງານ ເມື່ອຕົ້ນອາທິດຜ່ານມາ, ໃນກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ທີ່ຈັດຂຶ້ນຢູ່ນະຄອນຫຼວງໂຣມ ຂອງອີຕາລີ, ທ່ານ ຊຸ່ຍຕົ່ງຢວີ້ ຜູ້ອຳນວຍການໃຫຍ່ຄົນປັດຈຸບັນໄດ້ຮັບເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ອົງການ FAO ອີກສະໄໝໜຶ່ງດ້ວຍການປ່ອນບັດໄດ້ຮັບຄະແນນໃນລະດັບສູງ ແລະ ຈະດຳລົງຕຳແໜ່ງເປັນເວລາ 4 ປີ.

ທ່ານ ຊຸ່ຍຕົ່ງຢວີ້ ໄດ້ຮັບເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ອົງການ FAO ໃນເດືອນມິຖຸນາ ປີ 2019, ອາຍຸການໃໝ່ຂອງທ່ານຈະເລີ່ມແຕ່ວັນທີ 1 ສິງຫາປີນີ້ເປັນຕົ້ນໄປ. ນັບແຕ່ດຳລົງຕຳແໜ່ງເປັນຜູ້ອຳນວຍການໃຫຍ່ອົງການ FAO ເປັນຕົ້ນມາ, ທ່ານ ຊຸ່ຍຕົ່ງຢວີ້ ໄດ້ຕັ້ງໜ້ານຳພາອົງການ FAO ຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ, ຊ່ວຍເຫຼືອປະເທດຕ່າງໆ ໂດຍສະເພາະແມ່ນປະເທດທີ່ພວມພັດທະນາດຳເນີນການພັດທະນາດ້ານອາຫານ ແລະ ກະສິກຳ ໂດຍໄດ້ຮັບຄວາມຢືນຢັນຈາກປະເທດສະມາຊິກອົງການ FAO ຢ່າງກວ້າງຂວາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments