Tuesday, October 1, 2024
Homeທຸລະກິດຫລວງນ້ຳທາ ແລະ ສິບສອງພັນນາ ຮ່ວມມືດ້ານກະສິກຳ

ຫລວງນ້ຳທາ ແລະ ສິບສອງພັນນາ ຮ່ວມມືດ້ານກະສິກຳ

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ປ່າໄມ້ ແຂວງຫລວງນໍ້າ ເຊັນສັນຍາການຮ່ວມມືດ້ານກະສິກຳ ກັບຫ້ອງການກະສິກຳ ແລະ ຊົນນະບົດ ສິບສອງພັນນາ ແຂວງຢູນນານ ແຫ່ງ ສປ ຈີນ ໃນທ້າຍອາທິດຜ່ານມາ. ຕາງໜ້າລົງນາມຄັ້ງນີ້ ໂດຍທ່ານ ພິມແກ້ວ ທຳລະສີນ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງຫລວງນ້ຳທາ ແລະ ທ່ານ ຮວງຊີງສຽງ ຮອງຫົວໜ້າຫ້ອງການກະສິກຳ ແລະ ຊົນນະບົດ ສິບສອງພັນນາ ແຂວງຢູນນານ, ມີພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ສາຍຄຳ ສົມຫວັງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງນ້ຳທາ ໄດ້ໃຫ້ຮູ້ວ່າ: ແຂວງຫລວງນ້ຳທາ ແຫ່ງ ສປປ ລາວ ກັບສິບສອງພັນນາ ແຂວງຢູນນານ ສປ ຈີນ ໄດ້ມີສາຍພົວພັນໄມຕີຈິດອັນແໜ້ນແຟ້ນ ໃນຂະບວນການພັດທະນາ ແລະ ປະຫວັດສາດອັນຍາວນານ ເພິ່ງພາອາໄສຊ່ວຍເຫລືອເຊິ່ງກັນ ແລະ ກັນ ການຮ່ວມມື ລະຫວ່າງ ລາວ-ຈີນ, ຈີນ-ລາວ. ການເຊັນສັນຍາຄັ້ງນີ້ ກໍເພື່ອເປັນການເພີ່ມທະວີສົ່ງເສີມການແລກປ່ຽນ ດ້ານເຕັກນິກກະສິກຳ, ສົ່ງເສີມການລ້ຽງໃຫ້ແກ່ນັກວິຊາການ ແລະ ຊາວກະສິກອນຂັ້ນແຂວງ, ເມືອງ ແລະ ບ້ານ ໂດຍການຈັດຝຶກອົບຮົມດ້ານເຕັກນິກກະສິກຳການປູກ-ລ້ຽງສັດ ການປັບປຸງແນວພັນສັດ ການເລືອກເພາະພັນປາທີ່ດີເດັ່ນ ແລະ ການດຳເນີນການປ້ອງກັນພະຍາດພືດ ແລະ ສັດຢູ່ຕາມຊາຍແດນ. ພ້ອມນີ້ ຈະໄດ້ດຳເນີນການທົດລອງສາທິດ ແລະ ສົ່ງເສີມເຕັກນິກວິທະຍາສາດທີ່ທັນສະໄໝ ເຂົ້າໃນການຜະລິດກະສິກຳ ດຳເນີນການປູກພືດ-ການລ້ຽງ ເພື່ອດຶງດູດວິສາຫະກິດເຂົ້າມາສົ່ງເສີມພັດທະນາແບບກະສິກຳໃນທ້ອງຖິ່ນ, ສົ່ງເສີມຄວາມກ້າວໜ້າດ້ານເຕັກນິກກະສິກຳ, ພັດທະນາເສດຖະກິດການກະເສດ ຕາມໜຶ່ງແລວທາງໜຶ່ງເສັ້ນທາງ ຂອງສອງຝ່າຍ, ເຊິ່ງນະໂຍບາຍເຕັກນິກກະສິກໍາສອງຝ່າຍ ເຫັນດີເປັນເອກະພາບ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອເຮັດໃຫ້ການຄ້າຂາຍຜົນຜະລິດກະສິກຳ ແລະ ສົ່ງເສີມການພັດທະນາເສດຖະກິດການກະເສດ ພາຍໃນແຂວງຫລວງນ້ຳທາ ໃຫ້ນັບມື້ນັບດີຂຶ້ນ, ເຊິ່ງສັນຍາດັ່ງກ່າວຈະຈັດຕັ້ງປະຕິບັດເປັນເວລາ 5 ປີ.

ຂ່າວ: ມຸນຕີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments