Monday, September 30, 2024
Homeຂ່າວພາຍໃນສ້າງຄວາມເຂົ້າໃຈດ້ານເຕັກນິກວິຊາການ ແລະ ສາທິດຕົວຈິງໃນການຊ່ວຍເຫຼືອສັດປ່າ

ສ້າງຄວາມເຂົ້າໃຈດ້ານເຕັກນິກວິຊາການ ແລະ ສາທິດຕົວຈິງໃນການຊ່ວຍເຫຼືອສັດປ່າ

ຊຸດເຝິກອົບຮົມເຕັກນິກການຊ່ວຍເຫຼືອສັດປ່າ ແລະ ວຽກງານການບັງ ຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ຈັດຂຶ້ນລະຫວ່າງວັນທີ 3-4 ກໍລະກົດ 2023 ທີ່ມູນນິທິອະນຸຮັກສັດປ່າລາວ (ເມືອງທຸລະຄົມ ແຂວງວຽງ ຈັນ) ເປັນປະທານຂອງທ່ານ ສຸນັນທາ ຈຸນລະມະນີ ວ່າການຫົວໜ້າກົມ ກວດກາປ່າໄມ້ ມີບັນດາຮອງຫົວໜ້າກອງກວດກາປ່າໄມ້ແຂວງອຸດົມໄຊ ຄຳມ່ວນ ສາລະວັນ ເຊກອງ ອັດຕະປື ພ້ອມດ້ວຍເຈົ້າໜ້າທີ່ປ່າໄມ້ເຂົ້າຮ່ວມ.

ທ່ານ ສຸນັນທາ ຈຸນລະມະນີ ກ່າວວ່າ: ຈຸດປະສົງຂອງຊຸດເຝິກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມເຂົ້າໃຈສ້າງຄວາມສາມາດ ພ້ອມທັງຖ່າຍທອດບົດ ຮຽນດ້ານເຕັກນິກວິຊາການທັງພາກທິດສະດີ ແລະ ພາກປະຕິບັດການ ສາທິດຕົວຈິງໃນການຊ່ວຍເຫຼືອສັດປ່າ ການຈັດການ ແລະ ເບິ່ງແຍງຮັກ ສາສັດປ່າໃຫ້ມີຄວາມປອດໄພໃນການກູ້ໄພສັດປ່າ ສ້າງຄວາມເຂົ້າໃຈກ່ຽວ ກັບພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ວິທີການຫຼຸດຜ່ອນການແຜ່ເຊື້ອພະ ຍາດ ການດຳເນີນຄະດີສັດນ້ຳ ແລະ ສັດປ່າ ນອກຈາກນີ້ຍັງຈະໄດ້ເປີດ ກວ້າງສົນທະນາ ປຶກສາຫາລື ກ່ຽວກັບຜົນສໍາເລັດໃນການລະດົມ ຫຼື ຍຶດສັດ ປ່າໃນໄລຍະຜ່ານມາ.

ໃນຊຸດເຝິກອົບຮົມຄັ້ງນີ້ໄດ້ຮຽນຮູ້ມາດຕະການດ້ານສະຫວັດດີການສັດປ່າ ຂັ້ນຕອນການກູ້ໄພ ບຳບັດ ຟື້ນຟູ ແລະ ປ່ອຍສັດປ່າ ຊະນິດພັນທີ່ຖືກຄ້າ ຂາຍທົ່ວໄປ ບັນຊີໄຊເຕັດ ແລະ ບັນຊີສັດປ່າປະເພດຫວງຫ້າມຂອງລາວທີ່ ເປັນມູລິມະສິດໃນການຊ່ວຍເຫຼືອເບິ່ງແຍງ ແລະ ຈັດການພະຍາດທີ່ຕິດ ຈາກສັດສູ່ຄົນ ວິທີຮັກສາຄວາມປອດໄພ ປຶກສາຫາລືວິທີປັບປຸງໃຫ້ອັດ ຕາການຍຶດສັດປ່າ ຫຼື ຊ່ວຍເຫຼືອສັດປ່າ ການກະທຳຜິດທາງອາດຍາກ່ຽວ ກັບສັດປ່າ ແລະ ການລົງໂທດທາງກົດໝາຍຕໍ່ຜູ້ກະທຳຜິດ ແລະ ອື່ນໆ ນອກຈາກນີ້ໃນພິທີໄດ້ມອບອຸປະກອນເພື່ອກູ້ໄພສັດປ່າໃຫ້ແກ່ກອງກວດ ກາປ່າໄມ້ 5 ແຂວງຄື ແຂວງອຸດົມໄຊ ຄຳມ່ວນ ສາລະວັນ ເຊກອງ ແລະ ແຂວງອັດຕະປືອີກດ້ວຍ.

……………………………………………

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments