Monday, September 30, 2024
Homeຂ່າວກິລາສົມລາຄາແຊັມສູງສຸດ ! “ຍີ່ປຸ່ນ” ຊະນະ “ສ ເກົາຫຼີ” ຂາດລອຍ ຄວ້າແຊັມ U-17 ອາຊີ ເປັນສະໄໝທີ 4

ສົມລາຄາແຊັມສູງສຸດ ! “ຍີ່ປຸ່ນ” ຊະນະ “ສ ເກົາຫຼີ” ຂາດລອຍ ຄວ້າແຊັມ U-17 ອາຊີ ເປັນສະໄໝທີ 4

ເມື່ອວັນທີ 2 ກໍລະກົດ 2023 ຜ່ານມາ ການແຂ່ງຂັນບານເຕະຊິງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບສຸດທ້າຍ ຮອບຊີງຊະນະເລີດ ທີ່ປະເທດໄທເປັນເຈົ້າພາບ ທີມຊາດຍີ່ປຸ່ນ ແຊັມສູງສຸດ 3 ສະໄໝ ໂຄຈອນມາພົບກັບທີມຊາດ ສ ເກົາຫຼີ ແຊັມ 2 ສະໄໝ ທີ່ເອົາຊະນະ ທີມຊາດໄທມາ 4-1 ໃນຮອບ 8 ທີມສຸດທ້າຍ.

ຜົນການແຂ່ງຂັນປາກົດວ່າ ທີມຊາດຍີ່ປຸ່ນ ຫຼິ້ນໄດ້ເໜືອກວ່າທີມຊາດ ສ ເກົາຫຼີ ກ່ອນຍິງ 3 ປະຕູ ຈາກ ກາຄຸ ນາວາຕາ ເໝົາຄົນດຽວ 2 ປະຕູ ນາທີໆ 45+1 ແລະ ນາທີ 66, ປິດທ້າຍດ້ວຍ ຢູທາກະ ມິຈິວາກິ ນາທີ 90+6.

ເຮັດໃຫ້ ທີມຊາດຍີ່ປຸ່ນ ເອົາຊະນະໄປ 3-0 ເພີ່ມສະຖິຕິຄວ້າແຊັມສູງສຸດເປັນສະໄໝທີ 4 ຕໍ່ຈາກປີ 1994, 2006 ແລະ 2018 ຂະນະທີ່ ທີມຊາດ ສ ເກົາຫຼີ ພາດແຊັມສະໄໝທີ 3 ຢ່າງໜ້າເສຍດາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments