Monday, September 30, 2024
Homeຂ່າວກິລາແມນຢູ ຕັ້ງເປົ້າຍື່ນຂໍ້ສະເໜີຮອບສອງ 40 ລ້ານປອນຊື້ ຣາສມຸສ ຮອຍລຸນ

ແມນຢູ ຕັ້ງເປົ້າຍື່ນຂໍ້ສະເໜີຮອບສອງ 40 ລ້ານປອນຊື້ ຣາສມຸສ ຮອຍລຸນ

ແມນເຊສເຕີ ຢູໄນເຕັດ ສະໂມສອນດັງແຫ່ງເວທີ ພຣີເມຍລີກ ອັງກິດ ກຽມຍື່ນຂໍ້ສະເໜີຮອບ 2 ຈໍານວນ 40 ລ້ານປອນ ໃຫ້ ອະຕາລັນຕາ ພິຈາລະນາເພື່ອປ່ອຍຕົວ ຣາສມຸສ ຮອຍລຸນ ກອງໜ້າຕົວເກັ່ງມາຫຼິ້ນກັບທີມແມນຢູຸ ໃນລະດູຮ້ອນນີ້.

ແມນເຊສເຕີ ຢູໄນເຕັດ ພະຍາຍາມຊອກຫາກອງໜ້າຄົນໃໝ່ເພື່ອດຶງມາເສີມທັບ ໂດຍເປົ້າໝາຍທຳອິດຂອງພວກເຂົາກໍຄື ແຮຣີ ເຄນ ກອງໜ້າຂອງ ທັອດແນມ ຮັອດສະເປີ ແຕ່ງານນີ້ ຕົ້ນສັງກັດຂອງນັກເຕະບໍ່ສົນໃຈທີ່ຈະຂາຍໃຫ້ກັບທີມໃນລີກດຽວກັນ.

ຂະນະທີ່ອີກເປົ້າໝາຍໜຶ່ງທີ່ເພັ່ງເລັງເອົາໄວ້ຢ່າງ ວິກຕໍ ໂອຊິມເຮນ ກອງໜ້າຄົນສຳຄັນຂອງນາໂປລີ ກໍຄ່າຕົວແພງລິບລິ່ວ ໂດຍມີລາຍງານວ່າ ແຊັມກັນໂຊ່ ເຊເຣຍ ອາ ລະດູການທີ່ຜ່ານມາ ຕ້ອງການເງິນຈໍານວນ 150 ລ້ານປອນ ຈຶ່ງຈະຍອມປ່ອຍຕົວດາວຍິງຊາວໄນຈີເຣຍ ອາຍຸ 24 ປີ ໄປ.

ດ້ວຍເຫດຜົນນີ້ ເຮັດໃຫ້ ແມນເຊັສເຕີ ຢູໄນເຕັດ ຕ້ອງຊອກຫາກອງໜ້າທີ່ມີຝີຕີນໃຊ້ໄດ້ໃນລາຄາທີ່ບໍ່ແພງເກີນໄປ ໂດຍພວກເຂົາພົບເຫັນແລ້ວ ນັ້ນກໍຄື ຮອຍລຸນ ເຊິ່ງຍິງໄປ 32 ປະຕູໃນເກມເຊເຣຍ ອາ ເມື່ອລະດູການທີ່ຜ່ານມາ ແລະ ໄດ້ດໍາເນີນການຍື່ນຂໍ້ສະເໜີຄັ້ງທໍາອິດຈໍານວນ 30 ລ້ານປອນ ແຕ່ຖືກ ອະຕາລັນຕາ ປະຕິເສດຢ່າງບໍ່ໄຍດີ.

ຢ່າງໃດກໍຕາມ, ທີມຂອງ ເອຣິກ ເທນ ຮາກ ຍັງບໍ່ຍອມພ່າຍແພ້ ແລະ ກຽມຍື່ນຂໍ້ສະເໜີຮອບສອງດ້ວຍເມັດເງິນທີ່ແພງຂຶ້ນຈໍານວນ 40 ລ້ານປອນ ໂດຍຫວັງວ່າຕົ້ນສັງກັດຂອງກອງຫນ້າອາຍຸ 20 ປີ ຈະໃຈອ່ອນປ່ອຍນັກເຕະມາຄ້າຝີຕີນໃນຖິ່ນໂອລ ແທຣບຟອດ.

ທັງນີ້, ແມນເຊັສເຕີ ຢູໄນເຕັດ ບໍ່ສາມາດທຸ່ມເທເງິນໄດ້ຫຼາຍປານໃດເພື່ອຊື້ນັກເຕະ ເນື່ອງຈາກຕິດກົດເກນດ້ານການເງິນ ຫຼື “Financial Fair Play” ຂອງສະຫະພັນບານເຕະເອີຣົບ (ຢູຟາ) ໂດຍພວກເຂົາກຽມເງິນ 55 ລ້ານປອນ ຄວ້າຕົວ ເມສັນ ເມົາ ຈາກ ເຊວຊີ ເຮັດໃຫ້ທີມໄດ້ເຫຼືອງົບພຽງແຕ່ 65 ລ້ານປອນເທົ່ານັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments