Sunday, September 29, 2024
Homeຂ່າວຕ່າງປະເທດສປຊ ມີມະຕິຮັບ ສ.ອາເມລິກາກັບເຂົ້າ ເປັນສະມາຊິກ ຢູເນສໂກ

ສປຊ ມີມະຕິຮັບ ສ.ອາເມລິກາກັບເຂົ້າ ເປັນສະມາຊິກ ຢູເນສໂກ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນີວຢອກ ປະເທດ ສ.ອາເມລິກາ ເມື່ອວັນທີ 1 ກໍລະກົດວ່າ: ສະມັດຊາ ສະຫະ ປະຊາຊາດ (ຢູເອັນຈີເອ) ມີມະຕິ ໃນກອງປະຊຸມ ດ້ວຍສຽງ ສ່ວນຫລາຍ 132 ສຽງ, ຄັດຄ້ານ 10 ສຽງ ແລະ ງົດອອກສຽງ 15 ສຽງ ໃນການຮັບ ສ.ອາເມລິກາ ກັບເຂົ້າມາ ເປັນສະມາຊິກ ອົງການ ການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງປະຊາຊາດ (ຢູເນສໂກ). ດ້ານ ກະຊວງ ການຕ່າງປະເທດ ສ.ອາເມລິກາ ແລະ ສະຖານ ເອກອັກຄະລັດຖະທູດ ສ.ອາເມລິກາ ປະຈຳ ຝຣັ່ງ ຊຶ່ງເປັນ ທີ່ຕັ້ງ ຂອງ ສຳນັກງານໃຫຍ່ ຂອງ ຢູເນສໂກ ໄດ້ອອກຖະແຫລງການ ໂດຍ ສະແດງ ຄວາມຍິນດີ ການທີ່ ສ.ອາເມລິກາ ຊຶ່ງຖືເປັນ ໜຶ່ງໃນປະເທດ ຮ່ວມກໍ່ຕັ້ງ ຢູເນສໂກ ໄດ້ຮັບຄວາມເຫັນດີ ໃຫ້ກັບເຂົ້າມາເປັນ ສ່ວນໜຶ່ງ ຂອງ ໜ່ວຍງານ, ຫລັງຈາກ ລາອອກໄປ ເປັນເວລາ ຫລາຍກວ່າ 5 ປີ./.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments