Saturday, September 28, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕາງໜ້າ UNDP ປະຈໍາລາວ ຄົນໃໝ່

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕາງໜ້າ UNDP ປະຈໍາລາວ ຄົນໃໝ່

ໃນວັນທີ 30 ມິຖຸນາ 2023 ຜ່ານມາ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ມາຕິເນີ ເທີເຣີ (Ms. Martine Therer) ເພື່ອມາເປັນ ຜູ້ຕາງໜ້າຄົນໃໝ່ ອົງການ ສະຫະປະຊາຊາດເພື່ອການພັດທະນາ (United Nations Development Programme ຫລື UNDP) ປະຈໍາ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງສະ ແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສາຍພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫລືອຂອງ ອົງການ UNDP ຢູ່ ສປປ ລາວ ໃນໄລຍະຜ່ານມາ. ໃນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ຄົນໃໝ່ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ສອດຄ່ອງກັບວຽກງານບຸລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການຕ່າງໆ ກໍຄື ຍຸດທະສາດການຮ່ວມມື ລະ ຫວ່າງ ລັດຖະບານ ແລະ ອົງການ UNDP ປະຈໍາ ສປປ ລາວ ໃນແຕ່ລະໄລຍະ. ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍຮຽກຮ້ອງໃຫ້ ອົງການ UNDP ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດບຸລິມະສິດ ການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະການພັດທະນາອື່ນໆຂອງສາກົນ ລວມໄປເຖິງຊຸກຍູ້ຄວາມໝາຍໝັ້ນຂອງລັດຖະບານ ໃນຂະບວນການກະກຽມເພື່ອຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດ.

ໃນໂອກາດດຽວກັນ, ທ່ານ ນາງ ມາຕິເນີ ເທີເຣີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ສະແດງຄວາມປິຕິທີ່ ລັດຖະ ບານແຫ່ງ ສປປ ລາວ ໄດ້ອະນຸມັດຮັບເອົາທ່ານ ເພື່ອມາປະຕິບັດໜ້າທີ່ອັນສູງສົ່ງຂອງຕົນຢູ່ ສປປ ລາວ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການ UNDP ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ການບັນລຸບັນດາບຸລິມະສິດ ດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.

ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍແຈ້ງໃຫ້ ຜູ້ຕາງໜ້າຄົນໃໝ່ ອົງການ UNDP ຊາບວ່າ: ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບອົງການດັ່ງກ່າວ ໃນການຈັດຕັ້ງປະຕິບັດບັນດາແຜນວຽກຢູ່ ສປປ ລາວ ພ້ອມທັງອວຍພອນໃຫ້ ຜູ້ຕາງໜ້າຄົນໃໝ່ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments