Saturday, September 28, 2024
Homeຂ່າວຕ່າງປະເທດສປ ຈີນ ເລັ່ງກໍ່ສ້າງໂຄງການຄົມມະນາຄົມອັນສຳຄັນ

ສປ ຈີນ ເລັ່ງກໍ່ສ້າງໂຄງການຄົມມະນາຄົມອັນສຳຄັນ

ຕາມ​ຂ່າວ​ຈາກວິທະຍຸ​ສາກົນ​ ແຫ່ງ ສປ ຈີນ ໃນ 5 ເດືອນຕົ້ນປີນີ້ ສປ ຈີນ ເລັ່ງລັດກໍ່ສ້າງໂຄງການຄົມມະນາຄົມອັນສຳຄັນ ຢ່າງຕໍ່​ເນື່ອງ ເພື່ອປະກອບສ່ວນເຂົ້າໃນການເປີດກວ້າງຄວາມຕ້ອງການພາຍໃນປະເທດ, ການເຕີບໂຕຢ່າງໝັ້ນທ່ຽງ ແລະ ການສ້າງຜົນປະໂຫຍດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ປັດຈຸບັນ ສປ ຈີນ ພວມກໍ່ສ້າງທາງລົດໄຟຈຸ່ງກິ່ງ-ຄຸນມີງ ແລະ ທາງລົດໄຟພາກຕາເວັນຕົກຈຸ່ງກິ່ງ. ນອກ​ນີ້ຍັງ​ມີ​ໂຄງການທາງລົດໄຟຄວາມໄວສູງຫລາຍສາຍ ເຊັ່ນ: ທາງລົດໄຟຄວາມໄວສູງ ກຸ້ຍຢ໋າງ-ນານນີງ ແລະ ຟູໂຈ່ວ-ເຊ້້ຍເມີນ ຈະເລີ່ມນຳໃຊ້ພາຍ​ໃນປີນີ້. ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາປີນີ້, ທາງລົດໄຟທົ່ວປະເທດຈີນ ໄດ້ສຳເລັດການລົງທຶນດ້ານອະສັງຫາລິມະຊັບ ມູນຄ່າຫລາຍ​ກວ່າ 206 ຕື້ຢວນເພີ່ມຂຶ້ນ 7% ເມື່ອທຽບໃສ່ປີກາຍ. ໃນຂະນະທີ່ເຄືອຂ່າຍທາງລົດໄຟ ຂອງສປ ຈີນ ນັບມື້ນັບຫລາຍຂຶ້ນ, ໂຄງການທາງຫລວງທີ່ເປັນຈຸດສຸມ ຈຳນວນໜຶ່ງພວມເລັ່ງລັດກໍ່ສ້າງຢູ່ລະດັບຄວາມເປັນອັດສະລິຍະ ແລະ ສີຂຽວດ້ານພື້ນຖານໂຄງລ່າງຄົມມະນາຄົມຈຳນວນໜຶ່ງໄດ້ຍົກສູງຫລາຍຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments