Saturday, September 28, 2024
Homeຂ່າວດ່ວນຊີ້ແຈງສາເຫດມີປາຕາຍຈໍານວນຫລາຍເກີດຂຶ້ນຢູ່ເຂດກ້ອງເຂື່ອນໄຟຟ້ານໍ້າອູ 5 ເຊີ່ງຕັ້ງຢູ່ພາຍໃນເມືອງສໍາພັນ ແຂວງຜົ້ງສາລີ

ຊີ້ແຈງສາເຫດມີປາຕາຍຈໍານວນຫລາຍເກີດຂຶ້ນຢູ່ເຂດກ້ອງເຂື່ອນໄຟຟ້ານໍ້າອູ 5 ເຊີ່ງຕັ້ງຢູ່ພາຍໃນເມືອງສໍາພັນ ແຂວງຜົ້ງສາລີ

ຈາກເຫດການທີ່ມີປາຕາຍຢູ່ທີ່ບໍລິເວນກ້ອງເຂື່ອນໄຟຟ້ານໍ້າອູ 5 ທີ່ຕັ້ງຢູ່ເມືອງສຳພັນ ແຂວງຜົ້ງສາລີ ທີ່ມີສື່ສັງຄົມອອນໄລສ໌ອອກຂ່າວໃນວັນທີ 27 ມິຖຸນາຜ່ານມານີ້ ເຮັດໃຫ້ສັງຄົມສົນໃຈຫລາຍ ແລະ ຢາກຮູ້ວ່າເຫດການນີ້ເກີດຈາກຫຍັງ

ຕໍ່ເຫດການປາຕາຍໃນຄັ້ງນີ້ ທ່ານ ບຸນຮຽງ ແສນສຸລິນ, ຮອງເຈົ້າເມືອງສໍາພັນ ແຂວງຜົ້ງສາລີໄດ້ຊີ້ແຈງຜ່ານໃນລາຍການຂ່າວຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ໃນວັນທີ 23 ມິຖຸນາ ຜ່ານມານີ້ ບໍລິສັດເຂື່ອນໄຟຟ້ານໍ້າອູ 5 ໄດ້ອອກແຈ້ງການເຖິງອົງການປົກຄອງເມືອງສໍາພັນວ່າ: ເຂື່ອນໄຟຟ້ານໍ້າອູ 5 ຈະປ່ອຍນໍ້າອອກເພື່ອຮັກສາລະດັບນໍ້າໃນໜ້າເຂື່ອນໃຫ້ຢູ່ໃນເກນປົກກະຕິ ແລະ ຂໍໃຫ້ປະຊາຊົນທີ່ອາໃສຢູ່ເຂດກ້ອງເຂື່ອນມີສະຕິລະວັງໃນການທໍາມາຫາກິນ ພ້ອມນີ້ ທາງເມືອງກໍ່ໄດ້ແຈ້ງຕໍ່ປະຊາຊົນໃຫ້ເຝົ້າລະວັງ. ມາຮອດຕອນບ່າຍວັນທີ 26 ມິຖຸນາ ເຂື່ອນດັ່ງກ່າວໄດ້ ປ່ອຍນໍ້າອອກມາເຊີ່ງແມ່ນນໍ້າທີ່ເປັນຕະກອນສະສົມມາແຕ່ເລີ່ມກໍ່ສ້າງເຂື່ອນໃນປີ 2015, ຕໍ່ມາໃນວັນທີ 27 ມິຖຸນາ ມີລາຍງານພົບເຫັນປາຕາຍຈໍານວນຫລາຍ. ເມື່ອເປັນແນວນັ້ນ, ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງວິຊາການທີ່ກ່ຽວຂ້ອງໄປເຄື່ອນໄຫວກວດກາແຕ່ຍັງບໍ່ສາມາດຢືນຢັນໄດ້ເທື່ອວ່າປາຕາຍຍ້ອນຫຍັງ.

ຈາກນັ້ນຄະນະນໍາຂອງເມືອງສໍາພັນໄດ້ຮ່ວມກັບທາງບໍລິສັດເຂື່ອນໄຟຟ້ານໍ້າອູ 5 ໄດ້ລົງໄປກວດກາເບິ່ງຕົວຈິງເຫັນວ່າມີປາຕາຍຈໍານວນຫລາຍສົມຄວນ ແຕ່ສ່ວນຫລາຍແມ່ນປານ້ອຍ, ໂດຍອີງຕາມການລາຍງານຈາກວິຊາການທີ່ກ່ຽວຂ້ອງຂອງເຂື່ອນໄຟຟ້າໃຫ້ຮູ້ວ່າ: ນໍ້າທີ່ເປັນຕະກອນສະສົມມາດົນແຕ່ປີ 2015 ເຮັດໃຫ້ເກີດມີມວນສານຊີວະນາໆ ພັນ ໂດຍສະເພາະເສດພືດ, ເສດໃບໄມ້ ແລະ ອື່ນໆ ທີ່ສະສົມມາດົນຖືກປ່ອຍລົງສູ່ນໍ້າອາດເຮັດໃຫ້ກະທົບໃສ່ນໍ້າ ແລະ ເຮັດໃຫ້ລະດັບອົກຊີໃນນໍ້າມີການປ່ຽນແປງ ເມື່ອກະທົບໃສ່ປາຈຶ່ງເຮັດໃຫ້ປາຕາຍ ແຕ່ນີ້ເປັນພຽງການສັນນິຖານຂັ້ນພື້ນຖານເທົ່ານັ້ນ ເພາະໃນດ້ານຫລັກວິຊາການຍັງບໍ່ທັນສາມາດຢືນຢັນໄດ້ເທື່ອວ່າສິ່ງດັ່ງກ່າວສາມາດເຮັດໃຫ້ປາຕາຍໄດ້ ຫລື ບໍ່ ແຕ່ກໍອາດຈະເປັນໄປໄດ້.

ຮອງເຈົ້າເມືອງສໍາພັນໃຫ້ຮູ້ຕື່ມວ່າ: ຕໍ່ເຫດການທີ່ເກີດຂຶ້ນ, ທາງເມືອງໄດ້ແຈ້ງຫາແຂວງໄດ້ຮັບຊາບ ພ້ອມທັງໄດ້ສົ່ງພະນັກງານວິຊາການທີ່ກ່ຽວຂ້ອງມາສົມທົບເມືອງໄປກວດກາເບິ່່ງສະພາບນໍ້າຢູ່ເຂດທີ່ເກີດເຫດການດັ່ງກ່າວ, ເຊຶ່ງໄດ້ຮັບການລາຍງານວ່າ: ມາຮອດປັດຈຸບັນ ສະພາບນໍ້າແມ່ນກັບມາຢູ່ໃນເກນປົກ ກະຕິແລ້ວ. ຢ່າງໃດກໍຕາມ ເພື່ອແກ້ໄຂບັນ ຫາທີ່ເກີດຂຶ້ນ, ໃນໄລຍະສັ້ນ ໄດ້ເປັນເອກະພາບກັບບໍລິສັດເຂື່ອນໄຟຟ້ານໍ້າອູ 5 ແລ້ວວ່າ ຕ້ອງຮີບຮ້ອນອະນາ ໄມເຂດກ້ອງເຂື່ອນໂດຍການເອົາປາທີ່ຕາຍອອກແລ້ວນໍາໄປທໍາລາຍຖີ້ມ, ຈາກນັ້ນໃຫ້ບໍລິສັດຊື້ປາມາປ່ອຍທົດແທນປາທີ່ຕາຍໄປ. ສ່ວນໃນໄລຍະຍາວ ອົງການປົກຄອງເມືອງຈະໄດ້ປຶກສາຫາລືຮ່ວມກັບບໍລິສັດ ເພື່ອວາງມາດຕະການປ້ອງກັນບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments