Friday, September 27, 2024
Homeຂ່າວໜ້າໜຶ່ງສະມາຊິກສະພາແຫ່ງຊາດ ຮັບຟັງ ແລະປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງຍຸດທະສາດພັດທະນາແຮ່ທາດ

ສະມາຊິກສະພາແຫ່ງຊາດ ຮັບຟັງ ແລະປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງຍຸດທະສາດພັດທະນາແຮ່ທາດ

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 30ມິຖຸນາ 2023 ດໍາເນີນພາຍໃຕ້ການເປັນປະທານຂອງທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຜູ້ແທນກອງປະຊຸມ ໄດ້ຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບຮ່າງຍຸດທະສາດພັດທະນາແຮ່ທາດ10ປີ ແຕ່ 2021 ຫາປີ 2030 ແລະວິໄສທັດຮອດປີ 2035 ທີ່ສະເໜີໂດຍທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ , ຈາກນັ້ນສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານດັ່ງກ່າວ.

ທ່ານຄໍາຟອງ ອິນມະນີ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 3 ແຂວງຫລວງນໍ້າທາ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ ບົດລາຍງານ ໂດຍສະເພາະໃນ 17 ຂໍ້ຄົງຂອງບົດລາຍງານສະບັບນີ້.

ທ່ານຄໍາຟອງ ອິນມະນີ ກ່າວວ່າ: ຮ່າງເອກະສານນີ້ແມ່ນຈະເປັນບ່ອນອີງ ແລະ ເປັນການຄຸ້ມຄອງໃນການຈັດຕັ້ງປະຕິບັດຕົວຈິງຢູ່ໃນກອບ ແລະ ເຂົ້າສູ່ລະບົບ, ແຕ່ຂ້າພະເຈົ້າ ຂໍອານຸຍາດມີຄຳເຫັນບາງອັນຕື່ມ, ບັນຫາທີ 1 ຕໍ່ເນື້ອໃນ ຂ້າພະເຈົ້າເຫັນວ່າສ່ວນໃຫຍ່ແມ່ນອຸດົມສົມບູນ ແຕ່ຂ່ອນຂ້າງກໍານົດວຽກນ້ອຍໆຫຼາຍອັນຢູ່ໃນຍຸດທະສາດ ຂ້າພະເຈົ້າອ່ານແລ້ວເຫັນຂໍ້ຄົງຄ້າງໃນຈຳນວນ 17 ຂໍ້ ເຊິ່ງເຫັນວ່າ ຄວນຈະແຍກບົດຮຽນທີ່ຖອດຖອນໄດ້ອອກຈາກຂໍ້ຄົງຄ້າງໃນ 17 ຂໍ້ ຖ້າເປັນໄປໄດ້ຢາກຂໍສະເໜີແຍກອອກບັນຫາດັ່ງກ່າວນີ້ເປັນຂໍ້ໜຶ່ງຕ່າງຫາກ, ບັນຫາຕໍ່ມາມ່ນການພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ, ສີຂຽວ ແລະ ຢືນຍົງ ແຕ່ເຮົາຄວນໃຊ້ຄຳສັບແນວໃດໃຫ້ເໝາະສົມ, ພວກເຮົາຖອນບົດຮຽນໃນການຈັດຕັ້ງປະຕິບັດ 10 ປີຜ່ານມາ ເຫັນດ້ານຕັ້ງໜ້າມີຫຼາຍ ຂໍ້ຄົງຄ້າງກໍຍັງມີຫຼາຍຢູ່ ເປັນຕົ້ນແມ່ນການຂຸດຄົ້ນ ຂ້າພະເຈົ້າເຫັນດີທີ່ສຸດຕໍ່ 6 ເປົ້າໝາຍ ແຕ່ຂ້າພະເຈົ້າຢາກມີຄຳເຫັນຢູ່ເປົ້າໝາຍທີ 1 ຕໍ່ການສຳຫຼວດແຮ່ທາດ ເພາະມັນມີຄວາມສຳຄັນຫຼາຍທີ່ສຸດ ສັງເກດຜ່ານມານັ້ນ ຜູ້ສະເໜີຂຸດຄົ້ນແຮ່ທາດແມ່ນເປັນຜູ້ລົງມືສຳຫຼວດໂດຍກົງ ທັງແມ່ນຜູ້ລົງທຶນໃນການສຳຫຼວດແຮ່ທາດດັ່ງກ່າວ ສຳຫຼວດໄປແລ້ວພັດບໍ່ມີຂໍ້ມູນທີ່ຊັດເຈນວ່າແຮ່ທາດມີຈັກຊະນິດພາຍຫຼັງທີ່ໄດ້ຮັບອານຸຍາດຂຸດຄົ້ນ ແລະຜ່ານການຂຸດຄົ້ນຕົວຈິງແລ້ວ ພັດວ່າແຮ່ທາດມີໜ້ອຍ ແຮ່ທາດບໍ່ມີ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດພັນທະຕໍ່ລັດຂອງພວກເຮົາ ອັນນີ້ແມ່ນຕົວຈິງ ຫຼືວ່າເກັບບໍ່ໝົດ ເຮັດຊະຊາຍ ຂ້າພະເຈົ້າຢາກສະເໜີວ່າ ລັດຖະບານພວກເຮົາ ຄວນລົງທຶນໃນການສຳຫຼວດແຮ່ທາດໃນຂອບເຂດທົ່ວປະເທດໃຫ້ຊັດເຈນກ່ອນ ເພື່ອມີຂໍ້ມູນທີ່ແທ້ຈິງ ຫາກມີການສະເໜີຂຸດຄົ້ນ ພວກເຮົາກໍ່ເອົາເອກະສານທີ່ໄດ້ສຳຫຼວດແລ້ວນັ້ນ ໃຫ້ບໍລິສັດ ຫຼື ຜູ້ປະກອບການໄປຂຸດຄົ້ນ ແລ້ວໃຫ້ເຂົາເຈົ້າຈ່າຍຄືນຄ່າສຳຫຼວດໃຫ້ລັດ ບາງເທື່ອກໍບໍ່ມີການເສຍຫາຍພໍປານໃດ ຮັບປະກັນບ່ອນວ່າມັນມີໜ້ອຍ ຫຼື ບໍ່ມີ ແລ້ວພວກເຮົາກໍ່ສາມາດເອົາຂໍ້ມູນທີ່ເຮົາສຳຫຼວດໄດ້ແລ້ວໄປຕໍ່ລອງນຳເຂົາວ່າມັນມີແລ້ວ ຫຼືມັນບໍ່ມີໃນບ່ອນນີ້ ເພື່ອຫຼີກລ້ຽງບັນຫາດັ່ງກ່າວນີ້ ເມື່ອມີຂໍ້ມູນຊັດເຈນໃນການສຳຫຼວດວ່າມີແຮ່ທາດຊະນິດໃດແດ່ ຂ້າພະເຈົ້າຄິດວ່າລັດຖະບານພວກເຮົາຄວນຄົ້ນຄວ້າພິຈາລະນາຢ່າງຖີ່ຖ້ວນທີ່ສຸດ ເພື່ອສະໜັບສະໜູນການມີຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ວ່າແຮ່ອັນໃດ ທາດອັນໃດທີ່ພວກເຮົາຄວນສະຫງວນໄວ້ ແລະ ແຮ່ທາດອັນໃດທີ່ພວກເຮົາມີຄວາມຈຳເປັນຕ້ອງຂຸດຄົ້ນ ແຕ່ອັນສຳຄັນທີ່ສຸດຈະຂຸດຄົ້ນແຮ່ຊະນິດໃດ ພວກເຮົາຄວນໄດ້ມີການຄຸ້ມຄອງໃຫ້ດີທີ່ສຸດ ຜ່ານມາບັນຫາຕ່າງໆນາໆທີ່ເກີດຂຶ້ນ ກໍ່ຍ້ອນພວກເຮົາຄຸ້ມຄອງບໍ່ທັນເຂັ້ມງວດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments