Friday, September 27, 2024
Homeຂ່າວພາຍໃນຄະນະພະນັກງານເສນາຮັກ ຂອງກອງບັນຊາການທະຫານແຂວງເຊີນລາ ສສ ຫວຽດນາມ ລົງກວດພະຍາດ ແລະ ໃຫ້ຄຳປຶກສາດ້ານສຸຂະພາບ ໃຫ້ພໍ່ແມ່ປະ ຊາຊົນເມືອງ ຫົວເມືອງ ແຂວງ ຫົວພັນ

ຄະນະພະນັກງານເສນາຮັກ ຂອງກອງບັນຊາການທະຫານແຂວງເຊີນລາ ສສ ຫວຽດນາມ ລົງກວດພະຍາດ ແລະ ໃຫ້ຄຳປຶກສາດ້ານສຸຂະພາບ ໃຫ້ພໍ່ແມ່ປະ ຊາຊົນເມືອງ ຫົວເມືອງ ແຂວງ ຫົວພັນ

ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2023 ນີ້ ທາງຄະນະພະນັກງານເສນາຮັກ ຂອງກອງບັນຊາການທະຫານແຂວງເຊີນລາ ສສ ຫວຽດນາມ ເຊີ່ງນຳພາ ໂດຍທ່ານ ພັອ ພິເສດ ເຈີນມີ່ງຫຸ່ງ ຫົວໜ້າຄະນະພະນັກງານ ພະແນກເສນາຮັກ ກອງບັນຊາການທະຫານແຂວງເຊີນລາ ແລະ ທ່ານ ພັອ ພິເສດ ຮ່ວາງແອັງຕູ້ ອໍານວຍການໂຮງໝໍເລກ 6 ແຂວງເຊີນລາ ພ້ອມດ້ວຍທີມງານ ໄດ້ລົງຢ້ຽມຢາມ, ກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະ ຈ່າຍຢາໂດຍບໍ່ເສຍຄ່າ ໃຫ້ແກ່ ພໍ່ແມ່ປະຊາຊົນ ເມືອງ ຫົວເມືອງ ຂື້ນຢ່າງເປັນທາງການ ຢູ່ທີກອງບັນຊາການທະຫານເມືອງ.

ເປັນກຽດຕ້ອນຮັບຄັ້ງນີ້ໂດຍມີທ່ານ ສົມແອງ ສຸກດາວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຫົວເມືອງ, ມີຄະນະພັກ ຄະນະກອງບັນຊາການທະ ຫານເມືອງ, ຕະຫຼອດຮອດພະນັກ ງານລັດຖະກອນ, ພໍ່ແມ່ປະຊາຊົນບ້ານບວມງາມ ແລະ ບ້ານອ້ອມຂ້າງເທດສະບາດເມືອງ ເຂົ້າຮ່ວມຕ້ອນຮັບຢ່າງພ້ອມພຽງ.

ໃນພິທີທາງຄະນະກອງບັນຊາການທັງ 2 ກອງທັບ ກໍ່ຄືກອງບັນຊາການທະ ຫານເມືອງ ຫົວເມືອງ ແລະ ກອງບັນຊາ ການທະຫານແຂວງເຊີນລາ ໄດ້ຜັດປ່ຽ່ນກັນລາຍງານສະພາບໂດຍຫຍໍ້ຂອງ 2 ກອງບັນຊາການ ຈາກນັ້ນທີ່ມແພດຈາກໂຮງໝໍເລກ 6 ແຂວງເຊີນລາ ສສ ຫວຽດ ນາມ ໄດ້ໃຫ້ບໍລິການກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະ ຈ່າຍຢ່າຟຮີໃຫ້ແກ່ພໍແມ່ປະຊາຊົນ ແລະ ພະນັກ ງານ ຢູ່ພາຍໃນເມືອງ ຫົວເມືອງ ເຊີ່ງມີຜູ້ຄົນມາຮັບບໍລິການ ທັງໝົດ 197 ຄົນ ການລົງມາຄັ້ງນີ້ກໍ່ເພື່ອຫັດແໜ້ນຄວາມສໍຳພັນ ສະຫ່ວາງ 2 ຊົ້ນຊາດ ລາວ- ຫວຽດກໍ່ຄື ລະຫວ່າງ2 ກ້ອງບັນຊາການ ແລະ ເພື່ອຊ່ວຍເຫຼື່ອພໍ່ແມ່ປະຊາຊົນ ໃຫ້ໄດ້ເຂົ້າເຖີ່ງການ ບໍລິການດ້ານສຸຂະພາບຢ່າງທົ່ວເຖີ່ງ.

ໃນຕອນທ້າຍຂອງພິທີ ທ່ານ ສົມແອງ ສຸກດາລົງ ຮອງເຈົ້າເມືອງ ຫົວເມືອງ ໄດ້ກ່າວຄຳສະແດງຄວາມຂອບອົກ ຂອບໃຈຢ່າງສຸດຊືງ ຕໍ່ກັບຄະນະພະນັກງານເສນາຮັກ ຂອງກອງບັນຊາການທະຫານແຂວງເຊີນລາ ສສ ຫວຽດ ນາມ ທີນຳທີມແພດທີມີຄວາມຊ້ຽວຊານ ແລະ ຢາຈຳນວຍຫຼາຍ ມາກວດພະຍາດ ໃຫ້ພໍ່ແມ່ປະຊາຊົນຊາວເມືອງ ຫົວເມືອງ ຂອງພວກເຮົາໃນມືນີ້ ເຮັດໃຫ້ປະຊາຊົນຂອງພວກເຮົາ ໄດ້ມີໂອກາດເຂົ້າຮັບການປິ່ນປົ່ວຟຮີ ແລະ ທ່ານຍັງໄດ້ເໜັ່ນໜັກ ບາງບັນຫາ ເປັນຕົ້ນແມ່ນ ໃຫ້ທັງສອງກົມກອງ ສຶບຕໍ່ຫັດແໜ້ນຄວາມສາມັກຄີ ແບບພິເສດ ເບີ່ງເເຍງຊ່ວຍເຫຼື່ອເຊີ່ງກັນຕະຫຼອດໄປ. ພິທີໄດ້ດຳເນີນໄປເປັນເວລາ 1 ຕອນ ຈື່ງໄດ້ອັດລົງດ້ວຍໝາກຜົນອັນຈົບງາມ.

ຂຽນໂດຍ: ວິນນາ ອິນທະວົງໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments