ກອງປະຊຸມປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 30 ມິຖຸນາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີຮ່າງຍຸດທະສາດພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 ໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ພິຈາລະນາ.
ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ໂດຍອີງໃສ່ວິໄສທັດ ຮອດປີ 2030, ຍຸດທະສາດການພັດທະນາ 2025 ແລະ ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ VIII (2016-2020) ສະບັບເດືອນທັນວາ 2017, ຂະແໜງທໍລະນີສາດ ແລະ ບໍ່ແຮ່ ໄດ້ສືບຕໍ່ສຶກສາຄົ້ນຄວ້າ ສ້າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035, ເພື່ອເປັນບ່ອນອີງພື້ນຖານໃນການພັດທະນາແຮ່ທາດ ໃນ ສປປ ລາວ. ຍຸດທະສາດການພັດທະນາແຮ່ທາດ ແມ່ນການວາງແຜນ ທີ່ມີເປົ້າໝາຍ, ຄາດໝາຍ ແລະ ຈຸດສຸມທີ່ມີລັກສະນະເປັນລະບົບ ແລະ ຕໍ່ເນື່ອງ ໂດຍໄດ້ຄົ້ນຄວ້າ ແລະ ສ້າງຂຶ້ນໂດຍສອດຄ່ອງຕາມກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ລວມທັງທ່າອ່ຽງ ແລະ ສິ່ງທ້າທາຍຕໍ່ການພັດທະນາແຮ່ທາດ ຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນ. ຍຸດທະສາດການພັດທະນາແຮ່ທາດ ຈະຖືກປະຕິບັດໃນໄລຍະ 10 ປີ ແລະ ສອດຄ່ອງກັບວິໄສທັດການພັດທະນາແຮ່ທາດໃນໄລຍະ 15 ປີ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 12 ແລະ ການສ້າງຍຸດທະສາດດັ່ງກ່າວ ແມ່ນອິງໃສ່ຫຼັກການພື້ນຖານ ຕາມທີ່ກຳນົດໄວ້ໃນມາດຕາ 13 ຂອງກົດໝາຍວ່າດ້ວຍແຮ່ທາດ ຄື: 1) ສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພ, 2) ຮັບປະກັນຄວາມສົມດູນ ລະຫວ່າງ ການສະຫງວນ ແລະ ການຂຸດຄົ້ນ, ການນໍາໃຊ້ ຢ່າງປະຢັດ ແລະ ມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ, 3) ຮັບປະກັນການສະໜອງແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງອອກຕ່າງປະເທດ, 4) ນຳໃຊ້ຜົນການສໍາຫຼວດທໍລະນີສາດ ແລະ ແຮ່ທາດ ຂັ້ນພື້ນຖານ ແລະ 5) ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ສ່ວນໂຄງສ້າງ ແລະ ເນື້ອໃນຂອງຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ຊຶ່ງຮ່າງດັ່ງກ່າວນີ້ ປະກອບມີທັງໝົດ 4 ພາກ ດັ່ງນີ້: ພາກທີ 1: ສະພາບການຈັດຕັ້ງປະຕິບັດແຜນພັດທະນາແຮ່ທາດ ໃນໄລຍະ 10 ຜ່ານມາ (2011-2020) ຊຶ່ງເນື້ອໃນປະກອບມີ: ສະພາບລວມ, ທົບທວນຄືນຄາດໝາຍສູ້ຊົນ ແລະ ຜົນສຳເລັດການພັດທະນາແຮ່ທາດ ແລະ ສັງເກດຕີລາຄາ ໃນໄລຍະ 10 ຜ່ານມາ (2011-2020), ພາກທີ 2: ໄດ້ກຳນົດ ທິດທາງ, ວິໄສທັດ, ເປົ້າໝາຍລວມ. ຫຼັກການພື້ນຖານການສ້າງຍຸດທະສາດ ການພັດທະນາແຮ່ທາດ ແລະ ສິ່ງທ້າທາຍ ຢ່າງຊັດເຈນ ໂດຍສະເພາະ ເນື້ອໃນວິໄສທັດ ຮອດປີ 2035 ຄື: “ພັດທະນາ ວຽກງານທໍລະນີສາດ ແລະ ບໍ່ແຮ່ ຕາມທິດຫັນເປັນອຸດສາຫະກຳທີ່ທັນສະໄໝ, ໂປ່ງໃສ ແລະ ນຳໃຊ້ທ່າແຮງ ຊັບພະຍາກອນແຮ່ທາດ ຢ່າງປະຢັດ, ມີປະສິດທິພາບ ແລະ ປະສິດທິຜົນສູງ ຕາມເປົ້າໝາຍການພັດທະນາສີຂຽວແລະ ຍືນຍົງ”, ພາກທີ 3: ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030), ຊຶ່ງໄດ້ກຳນົດອອກເປັນ 2 ຍຸດທະສາດ ຄື: 1) ຊອກຮູ້ ແລະ ປະເມີນທ່າແຮງຊັບພະກອນແຮ່ທາດ ທົ່ວປະເທດ ແລະ ນຳໃຊ້ຊັບພະຍາກອນແຮ່ທາດໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມຍືນຍົງ ແລະ ສີຂຽວ, ປະກອບມີ 6 ເປົ້າໝາຍ ແລະ 49 ວຽກຈຸດສຸມ ຄື: ເປົ້າໝາຍທີ 1 ການສໍາຫຼວດສ້າງຂໍ້ ມູນພື້ນຖານດ້ານທໍລະນີສາດ ແລະ ແຮ່ທາດ ແລະ ປະເມີນຊັບພະຍາກອນແຮ່ທາດ ທົ່ວປະເທດ, ປະກອບມີ 2 ຄາດໝາຍ ແລະ 9 ວຽກຈຸດສຸມ, ເປົ້າໝາຍທີ 2 ການກໍານົດນະໂຍບາຍການບໍລິຫານຈັດການ/ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ, ປະກອບມີ 13 ຄາດໝາຍ ແລະ 13 ວຽກຈຸດສຸມ; ເປົ້າໝາຍທີ 3 ການພັດທະນາກົນໄກບໍລິຫານຈັດການ, ການຄຸ້ມຄອງ, ຕິດຕາມກວດກາ ແລະ ການບັງຄັບໃຊ້ກົດໝາຍ, ປະກອບມີ 5 ຄາດໝາຍ ແລະ 13 ວຽກຈຸດສຸມ, ເປົ້າໝາຍທີ 4 ສົ່ງເສີມການມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນແຮ່ທາດ, ປະກອບມີ 3 ຄາດໝາຍ ແລະ 4 ວຽກຈຸດສຸມ, ເປົ້າໝາຍທີ 5 ສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິດ ແລະ ພະນັກງານໃນຂະແໜງການບໍ່ແຮ່, ປະກອບມີ 4 ຄາດໝາຍ ແລະ 6 ວຽກຈຸດສຸມ, ເປົ້າໝາຍ 6 ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການເຕີບໂຕສີຂຽວ (GG) ເຂົ້າໃນການຈັດຕັງປະຕິບັດ ແຜນພັດທະນາພະລັງງານ ແລະ ບໍ່ແຮ່, ປະກອບມີ 3 ຄາດໝາຍ ແລະ 4 ວຽກຈຸດສຸມ; ພາກທີ 4 ມາດຕະການຈັດຕັ້ງປະຕິບັດ, ການຕິດຕາມກວດກາ ແລະ ປະເມີນຜົນແມ່ນໄດ້ກໍານົດກ່ຽວກັບອົງການຈັດຕັ້ງໃນການປະສານງານ, ງົບປະມານ ແລະ ແຫຼ່ງທຶນ ລວມທັງນະໂຍບາຍ ແລະ ນິຕິກໍາສະໜັບສະໜູນຕິດຕາມ ກວດກາ ແລະ ປະເມີນຜົນ.
(ຂ່າວ: ແສງຈັນ)