Wednesday, September 25, 2024
Homeຂ່າວໜ້າໜຶ່ງມອບ-ຮັບ ສາງເກັບຮັກສາວັກຊິນປ້ອງກັນພະຍາດໃນ ສປປ ລາວ

ມອບ-ຮັບ ສາງເກັບຮັກສາວັກຊິນປ້ອງກັນພະຍາດໃນ ສປປ ລາວ

ພິທີມອບ-ຮັບສາງເກັບຮັກສາວັກຊິນປ້ອງກັນພະຍາດໃນ ສປປ ລາວ (Cold Chain Facility) ໂດຍການຊ່ວຍ ເຫຼືອຂອງອົງການໄຈກາ (JICA) ຜ່ານອົງການອຸຍນີເຊັບ (UNICEF) ໄດ້ຈັດຂຶ້ນໃນວັນທີ 29 ມິຖຸນານີ້ ທີ່ສູນສະໜອງຢາ ແລະ ອຸປະກອນການແພດບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ກ່າວມອບໂດຍ ທ່ານ ນາງາເຊະ ໂທຊີໂອະ ຜູ້ຕາງໜ້າອົງການໄຈກ້າປະຈຳລາວ ແລະ ກ່າວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ໂຄບະຍະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ, ທ່ານນາງ ເພຍ ເຣເບັນໂລ ບຣິດໂຕ ຕາງໜ້າອົງການອຸຍນີເຊັບປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ການຊ່ວຍເຫຼືອດັ່ງກ່າວມີຄຸນຄ່າສູງ ທັງເປັນການປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວຽກງານການບໍລິການສັກວັກຊິນກັນພະຍາດໃນ ສປປ ລາວ ເພື່ອຮັບປະກັນຄຸນນະພາບຂອງວັກຊິນໃຫ້ຢູ່ໃນຄວາມເຢັນຕາມມາດຕະຖານ ກ່ອນນຳໃຊ້ກັບປະຊາຊົນດ້ວຍຄວາມປອດໄພ ແນໃສ່ຫຼຸດຜ່ອນອັດຕາການເຈັບເປັນ, ການເສຍຊີວິດຂອງແມ່ ແລະ ເດັກເທື່ອລະກ້າວ. ກະຊວງສາທາລະນະສຸກ ໄດ້ຖືເອົາວຽກງານສົ່ງເສີມສຸຂະພາບເປັນຕົ້ນຕໍ ແລະ ຖືເອົາການບໍລິການສຸຂະພາບທີ່ດີ ມີຄຸນນະພາບທາງການແພດຢູ່ທຸກຂັ້ນ ນັບທັງສູນກາງ ແລະ ທ້ອງຖິ່ນ ຊຶ່ງເປັນຄວາມຮຽກຮ້ອງຕ້ອງການຫຼາຍທີ່ສຸດຂອງສັງຄົມກໍຄືພໍ່ແມ່ປະຊາຊົນບັນດາເຜົ່າ. ສະນັ້ນທາງຄະນະນຳກະຊວງສາທາລະນະສຸກ ໄດ້ມີຄວາມພະຍາຍາມພັດທະນາ ແລະ ສ້າງເງື່ອນໄຂຕ່າງໆ ໂດຍນໍາໃຊ້ຊັບພະຍາກອນທີ່ມີຢູ່ພາຍໃນ ແລະ ການປະຕິບັດນະໂຍບາຍການຕ່າງປະເທດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ສະໜັບສະໜູນດ້ານງົບປະມານ-ຕອບສະໜອງການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະສຸມໃສ່ຊຸກຍູ້, ຊີ້ນຳ ແລະ ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດບັນດາ 11 ຕົວຊີ້ວັດທີ່ສະພາຮັບຮອງ ເປັນຕົ້ນການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ເປັນຕົວຊີ້ວັດທີ່ສໍາຄັນທີ່ຈະຕ້ອງໄດ້ບັນລຸ. ພ້ອມນັ້ນກໍມີຕົວຊີ້ວັດອື່ນໆທີ່ປີ່ນອ້ອມເຊັ່ນ: ການສັກວັກຊິນກັນພະຍາດຮອບປົກກະຕິ ແລະ ວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງອົງການໄຈກາ ກໍຄືລັດຖະ ບານຍີ່ປຸ່ນທີ່ຍາມໃດກໍເປັນຫ່ວງ ເປັນໃຍເຖິງສຸຂະພາບຂອງປະຊາຊົນລາວ ແລະ ໄດ້ປະກອບສ່ວນຢ່າງເປັນຮູບປະທຳເຂົ້າໃນການຍົກສູງສຸຂະພາບ, ປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວໃຫ້ນັບມື້ນັບດີຂຶ້ນ ແລະ ຂອບໃຈມາຍັງອົງການອຸຍນີເຊັບທີ່ໄດ້ຊ່ວຍອຳນວຍຄວາມສະດວກໃນການປະສານງານດ້ານຕ່າງໆ ເພື່ອນຳເອົາສາງເກັບຮັກສາວັກຊິນພ້ອມດ້ວຍອຸປະກອນທີ່

ຈຳເປັນມາຊ່ວຍເຫຼືອກະຊວງສາທາລະນະສຸກໄດ້ຢ່າງທັນສະພາບການ. ຂໍຂອບໃຈມາຍັງອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາຕ່າງໆ ທີ່ສະໜັບສະໜູນວຽກງານບໍລິການໃຫ້ວັກຊິນກັນພະຍາດຢູ່ ສປປ ລາວ ດ້ວຍດີຕະຫຼອດມາ ເພື່ອສູ້ຊົນເຮັດໃຫ້ອັດຕາການສັກວັກຊິນ ແລະ ຢອດຢາວັກຊິນກັນພະຍາດໃຫ້ສູງຂຶ້ນເລື້ອຍໆ, ທັງເລັ່ງໃສ່ການຄວບຄຸມໝາກແດງໃຫຍ່, ໝາກແດງໜ້ອຍ ແລະ ກໍາຈັດພະຍາດບາດທະຍັກໃນແມ່ ແລະ ເດັກເກີດໃໝ່ອີກດ້ວຍ. ເຊື່ອໝັ້ນວ່າ ດ້ວຍສາຍພົວພັນຮ່ວມມືມິດຕະພາບທີ່ດີລະຫວ່າງສອງຝ່າຍຈະສືບຕໍ່ເສີມຂະຫຍາຍເຮັດໃຫ້ວຽກງານສາທາລະນະສຸກບັນລຸຕົວຊີ້ວັດທີ່ກຳນົດໄວ້. ພາຍຫຼັງໄດ້ເລີ່ມນຳໃຊ້ລະບົບຄວາມເຢັນນີ້ແລ້ວ ພວກເຮົາກໍຈະໄດ້ເອົາໃຈໃສ່ຄຸ້ມຄອງບົວລະບັດ-ຮັກສາໃຫ້ສາມາດນຳໃຊ້ໄດ້ດົນມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments